ໃນ​​ວັນ​ທີ 15 ກຸມພາ 2021, ​ກົມເສດຖະກິດ, ກະຊວງການຕ່າງປະເທດ ໄດ້​ຈັດກອງ​ປະຊຸມ​ສຳມະນາ​ເຜີຍ​ແຜ່​ຜົນການເຄື່ອນໄຫວວຽກງານການເຊື່ອມໂຍງ ຂອບການຮ່ວມມື “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ສປປ ລາວ ທີ່    ສູນຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ພາຍໃຕ້ການເປັນ​ປະທານ​ ຂອງ ທ່ານ ທອງ​ຜ່ານ ສະຫວັນ​ເພັດ,        ຮອງລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ ໂດຍມີຜູ້ຕາງໜ້າ ຈາກບັນດາກົມພາຍໃນກະຊວງຕ່າງປະເທດ ແລະ ກະຊວງ ຂະແໜງການ​ ຢູ່ສູນ​ກາງ ເຂົ້າຮ່ວມ.

ໃນກອງປະຊຸມ​ສຳ​ມະ​ນາຄັ້ງນີ້ ຜູ້ເຂົ້າຮ່ວມ​ໄດ້ຮັບຟັງການເຜີຍແຜ່​​ຜົນສຳເລັດໃນໄລຍະຜ່ານມາ ຂອງ ສປປ ລາວ ໃນການເຄື່ອນໄຫວຮ່ວມມື ໃນຂອບການຮ່ວມມື ໜຶ່ງແລວ ໜຶ່ງເສັ້ນທາງ, ໂດຍສະເພາະ ​ການ​ເຂົ້າຮ່ວມ​ກອງ​ປະຊຸມ ໜຶ່ງແລວ ໜຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນ ຄັ້ງທີ 2 ຂອງ​ພະນະ​ທ່ານ ບຸນ​ຍັງ​ ວໍລະ​ຈິດ, ປະທານ​ປະ​ເທດ​ ​ແຫ່ງ ສປປ ລາວ ແລະ ຮັບຟັງການລາຍງານຄວາມ​ຄືບໜ້າໃນການເຄື່ອນໄຫວວຽກງານການເຊື່ອມໂຍງ ພາຍໃຕ້ຂອບການຮ່ວມມື    ໜຶ່ງແລວ ໜຶ່ງເສັ້ນທາງ, ໂດຍສະເພາະແມ່ນ ບັນດາໂຄງການບູລິມະສິດຕ່າງໆ ຂອງ ສປປ ລາວ ທີ່ກຳລັງດໍາເນີນການຢູ່ໃນປັດຈຸບັນ ເຊັ່ນ: ໂຄງການສ້າງເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ແລະ ບັນດາໂຄງການຊ່ວຍເຫຼືອອື່ນໆ ໃນໄລຍະທີ່ມີການແຜ່ລະບາດ ຂອງ ພະຍາດໂຄວິດ 19. ນອກຈາກ​ນີ້, ຜູ້ເຂົ້າຮ່ວມກອງ​ປະຊຸມ ​ຍັງ​ໄດ້ຮັບຟັງການ​ລາຍ​ງານ​ຜົນສຳ​​ເລັດ​ໃນການເຄື່ອນໄຫວວຽກງານໃນຂອບການຮ່ວມມືແມ່​ນໍ້າຂອງ​-​ແມ່​ນໍ້າ​ລ້ານ​ຊ້າງ (MLC) ​ແລະ ບາງ​​ເອກະສານຍຸດທະສາດທີ່​ສຳຄັນອື່ນໆ ເພື່ອເຮັດ​ໃຫ້​ບັນດາຜູ້ເຂົ້າຮ່ວມ​ ​ໄດ້​ຮັບຮູ້ ແລະ ກຳໄດ້ນະໂຍບາຍການເຊື່ອມໂຍງ-ເຊື່ອມຈອດພາກພື້ນ ແລະ ສາກົນ ຂອງ ພັກ ແລະ ລັດຖະບານ ຂອງພວກເຮົາ. ໃນກອງປະຊຸມສຳມະນາ ຜູ້ເຂົ້າຮ່ວມ ຍັງໄດ້​ມີການແລ​ກປ່ຽນຄຳຄິດເຫັນ ດ້ວຍບັນຍາກາດອັນຟົດຟື້ນ ແລະ ແບບກົງໄປກົງມາ ​ຕໍ່ບັນດາສິ່ງທ້າທາຍ, ກາລະ​​ໂອກາດ ​ແລະ ການກະກຽມຄວາມພ້ອມໃນດ້ານຕ່າງ ແນໃສ່​ຍາດ​ແຍ່ງ​ການຊ່ວຍເຫຼືອ ແລະ ດຶງດູດການລົງທຶນ ຈາກ​ບັນດາປະເທດສະມາຊິກ ຂອງ​ຂອບ​ການ​ຮ່ວມ​ມື​ດັ່ງກ່າວ ​ເພື່ອ​ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.

ໃນ​ໂອ​ກາ​ດກອງປະຊຸມດັ່ງກ່າວ, ທ່ານ ທອງ​ຜ່ານ ​ສະຫວັນ​ເພັດ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ    ຍັງໄດ້​​ຮຽກຮ້ອງ​ໃຫ້​ບັນດາ​ຂະ​ແໜງການ​ກ່ຽວຂ້ອງ ໃຫ້ເອົາໃຈໃສ່ ແລະ ເພີ່ມທະວີຄວາມເປັນ​ເຈົ້າ​ການໃນການປະສານງານ ແລະ ຈັດຕັ້ງປະຕິບັດວຽກງານໃນຂະແໜງການທີ່ຕົນເອງຮັບຜິດຊອບ ໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ໃນສະພາບຕົວຈິງ ຂອງການເຊື່ອມໂຍງ ແລະ ເຊື່ອມຈອດ ຂອງ ສປປ ລາວ ໃນປະຈຸບັນ.

   

ຂ່າວ: ກົມການຂ່າວ, ກະຊວງການຕ່າງປະເທດ

Loading...