ວັນທີ 28 ເມສາ 2023, ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ແຫ່ງ ສ.ເກົາຫລີ ປະຈຳລາວ ໄດ້ຈັດກອງປະຊຸມສຳມະນາ ພາຍໃຕ້ຫົວຂໍ້: “ ຍຸດທະສາດອິນໂດ-ປາຊີຟິກ ຂອງ ສ.ເກົາຫລີ ແລະ ຂໍ້ລິເລີ່ມຄວາມສາມະຄີ ລະຫວ່າງ ສ.ເກົາຫລີ – ອາຊຽນ ”. ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ໂດຍການເປັນປະທານຂອງ ທ່ານ ໄມ ໄຊຍະວົງສ໌, ຫົວຫນ້າສະຖາບັນການຕ່າງປະເທດ ແລະ ທ່ານ Jung Yung Soo, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ.ເກົາຫລີ ປະຈຳລາວ. ມີຜູ້ເຂົ້າຮ່ວມຈາກບັນດາກົມພາຍໃນ ກະຊວງການຕ່າງປະເທດ ກະຊວງຂະແໜງການອ້ອມຂ້າງສູນກາງ, ຄູ-ອາຈານ ແລະ ນັກສຶກສາຈາກຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ ລວມທັງພະນັກວານສະຖານທູດ ສ.ເກົາຫລີ ປະຈຳລາວ ທັງໝົດ 150 ທ່ານ.
ຈຸດປະສົງການຈັດກອງປະຊຸມ ເພື່ອຮັບຟັງ ແລະ ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບນະໂຍບາຍການຕ່າງປະເທດຂອງ ສ.ເກົາຫລີ ກ່ຽວກັບການສົ່ງເສີມການຮ່ວມມືສອງຝ່າຍລະຫວ່າງລາວ ແລະ ສ.ເກົາຫລີ. ພ້ອມກັນຍັງໄດ້ຮັບຟັງຍຸດທະສາດອິນໂດ-ປາຊີຟິກ ຂອງ ສ.ເກົາຫລີ ແລະ ຂໍ້ລິເລີ່ມຄວາມສາມະຄີລະຫວ່າງ ສ.ເກົາຫລີ ແລະ ອາຊຽນ.
ໃນກອງປະຊຸມທ່ານ ໄມ ໄຊຍະວົງສ໌, ຫົວຫນ້າສະຖານບັນການຕ່າງປະເທດ, ປະທານຮ່ວມກອງປະຊຸມໄດ້ເນັ້ນໜັກໃຫ້ເຫັນເຖິງການພົວພັນຮ່ວມມືທີ່ດີ ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນ ລະຫວ່າງ ລາວ ແລະ ສ.ເກົາຫລີ ໃນພາກຟື້ນ ແລະ ສາກົນ ຕະຫລອດໄລຍະຜ່ານມາ. ເພື່ອສົ່ງເສີມຄວາມເຂົ້າໃຈຢ່າງເລິກເຊິງກ່ຽວກັບ ນະໂຍາຍການຕ່າງປະເທດ ຂອງ ສ.ເກົາຫລີ, ກຳໄດ້ຍຸດທະສາດ ແລະ ແຜນບຸລິມິສິດ ຂອງ ສ.ເກົາຫລີ ໃນການຮ່ວມມື ລະຫວ່າງ ສ.ເກົາຫລີ ກັບ ບັນດາປະເທດອາຊຽນ ເວົ້າລວມ, ເວົ້າສະເພາະກັບປະເທດລາວເຮົາ ລວມທັງ ຍຸດທະສາດອິນໂດ-ປາຊີຟິກ ຂອງ ສ.ເກົາຫລີ ແລະ ຂໍ້ລິເລີ່ມການຮັດແໜ້ນຄວາມເປັນໜຶ່ງດຽວລະຫວ່າງ ສ.ເກົາຫລີ ແລະ ອາຊຽນ. ທີ່ຜູ້ນໍາ ສ.ເກົາຫລີ ປະກາດໃນກອງປະຊຸມສຸດຍອດອາຊຽນ – ສ.ເກົາຫລີ ຄັ້ງຜ່ານມາທີ່ນະຄອນຫລວງກຳປູເຈຍ.
ກອງປະຊຸມໄດ້ກຳນົດເປັນເວລາເຄິ່ງວັນໂດຍໄດ້ຮັບຟັງການສະເໜີບົດ ໂດຍນັກວິທະຍາກອນຈາກ ສ.ເກົາຫລີ ໂດຍສະເພາະ ທ່ານ Lee Hyuk, ຜູ້ຕາງໜ້າພິເສດ ຂອງລັດຖະມົນຕີຕ່າງປະເທດ ສ.ເກົາຫລີ ກໍຄື: ທ່ານ ນ. Chung Kyung Hwa, ຫົວໜ້າພະແນກອາຊີຕາເວັນອອກສ່ຽງໃຕ້ຂອງສຳນັກງານອາຊຽນ, ກະຊວງການຕ່າງປະເທດ ສ.ເກົາຫລີ ເຊິ່ງໄດຜັດປ່ຽນກັນນຳສະເໜີບົດຕາມແຕ່ລະວາລະຄື: ວາລະທີ 01 ສະເໜີກ່ຽວກັບຍຸດທະສາດອິນໂດ-ປາຊີຟິກ ຂອງ ສ.ເກົາຫລີ ແລະ ວາລະທີ 02: ຂໍ້ລິເລີ່ມຄວາມສາມະຄີລະຫວ່າງ ສ.ເກົາຫລີ – ອາຊຽນ ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ຕັ້ງຄຳຖາມເພື່ອແລກປ່ຽນທັດສະນະ ແລະ ຄຳຄິດເຫັນທີ່ຕິດພັນກັບຫົວຂໍ້ດັ່ງກ່າວຢ່າງກົງໄປກົງມາ.
ໃນກອງປະຊຸມ ທ່ານ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ, ຜູ້ນຳພາກອງປະຊຸມ ໄດ້ສະແດງຄວາມຊົມເຊີຍຕໍ່ວິທະຍາກອນ ແລະ ຜູ້ເຂົ້າຮ່ວມ ທີ່ໄດ້ພ້ອມກັນແລກປ່ຽນທັດສະນະ, ປຶກສາຫາລືຮ່ວມກັນ ກໍຄືບັນຫາທີ່ຕິດພັນກັບການສົ່ງເສີມຮັດແໜ້ນການພົວພັນຮ່ວມມືສອງຝ່າຍ ລາວ – ສ.ເກົາຫລີ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂື້ນ.
May be an image of 1 person, studying and table
Loading...