ໃນວັນທີ 10 ມັງກອນ 2022, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສໍາມະນາ ວ່າດ້ວຍ: “ການຮ່ວມມືພາກພື້ນ ແລະ ສາກົນ ທ່າມກາງສະພາບການແຜ່ລະບາດໂຄວິດ-19” ໃນຮູບແບບທາງໄກ ແລະ ເຊິ່ງໜ້າ ໂດຍໄດ້ຮັບການສະໜັບ ສະໜູນຈາກກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.
ກອງປະຊຸມສຳມະນາຄັ້ງນີ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຍໄດ້ມີຜູ້ເຂົ້າ ຮ່ວມຈາກບັນດາກະຊວງ/ຂະ ແໜງການພາຍໃນ ແລະ ຈາກບັນດາປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (ສປ ຈີນ, ກຳປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ) ຫຼາຍກວ່າ 50 ທ່ານ.
ຈຸດປະສົງຂອງ ກອງປະຊຸມຄັ້ງນີ້ແມ່ນເພືື່ອພົບປະ, ແລກປ່ຽນບົດຮຽນ ແລະ ຂໍ້ມູນຂ່າວສານ ກ່ຽວກັບກາລະໂອກາດ ແລະ ສິ່ງທ້າທາຍຂອງການຮ່ວມ ມືພາກພື້ນ ແລະ ສາກົນ ທ່າມກາງການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍແນ່ໃສ່ທິດທາງແຜນ ການຟື້ນຟູເສດຖະ ກິດ-ສັງ ຄົມ ໃນພາກພື້ນແມ່ນໍ້າຂອງ-ແມ່ ນໍ້າລ້ານຊ້າງ ພ້ອມທັງ ເປັນການສືບຕໍ່ຮັດແໜ້ນການຮ່ວມມືລະ ຫວ່າງບັນດາປະເທດສະມາຊິກ ໃນໄລຍະທີ່ປະເຊີນໜ້າກັບຄວາມຫຍຸ້ງຍາກໃນການໄປມາຫາສູ່ກັນ ໂດຍມີຜູ້ເຂົ້າ ຮ່ວມບັນຍາຍຈາກ 6 ປະເທດສະມາຊິກແມ່ນໍ້າຂອງ- ແມ່ນໍ້າລ້ານຊ້າງ ມາຮ່ວມແລກ ປ່ຽນບົດຮຽນນໍາກັນ. ພ້ອມດຽວ ກັນ, ຍັງເປັນການເປີດໂອກາດໃຫ້ບັນດາພະນັກ ງານໜຸ່ມນ້ອຍໄດ້ເພີ່ມທະວີຄວາມອາດສາມາດດ້ານເຕັກນິກວິຊາການ ໂດຍຜ່ານການຮັບຟັງການບັນຍາຍຂອງຜູ້ຕາງໜ້າຈາກບັນດາປະເທດສະ ມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງກ່ຽວກັບສະພາບການຮັບມື ແລະ ພັດທະນາເສດຖະ ກິດ-ສັງ ຄົມ ໃນໄລຍະການແຜ່ລະບາດຂອງໂຄວິດ-19 ແລະ ແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນ ແລະ ກັນ.
ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດທີ່ດີ, ມີການແລກປ່ຽນຄໍາຄິດເຫັນ, ຂໍ້ມູນຂ່າວສານ ແລະ ການປຶກສາຫາລື ແບບກົງໄປກົງມາ ແລະ ມີຄວາມອຸດົມສົມບູນທາງດ້ານເນື້ອໃນ ໂດຍສະເພາະ ສິ່ງທ້າທາຍ ແລະ ກາລະໂອກາດ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນແມ່ນການສູນເສຍຊີວິດ ແລະ ສັບສິນ ຂອງປະຊາຊົນທັງພາກພື້ນ ແລະ ສາກົນ, ແຕ່ຄ່ຽງຄູ່ກັບບັນຫາສິ່ງທ້າທາຍຕ່າງໆນັ້ນ ການຮ່ວມມືພາກພື້ນ ແລະ ສາກົນ ຍັງໄດ້ຊອກຫາຊ່ອງທາງທີ່ເປັນກາລະໂອກາດ ເຊັ່ນ: ການປັບປຸງ ແລະ ການພັດທະນາດ້ານລະບົບຂົນສົ່ງພາຍໃນ ແລະ ຕ່າງປະເທດ ເພື່ອອຳນວຍຄວາມສະດວກດ້ານຂົນສົ່ງສິນຄ້າໄດ້ຢ່າງວ່ອງໄວ ແລະ ກວ້າງຂວາງ, ວຽກ ງານສາທາລະນະສຸກ ແລະ ການສຶກສາ ໄດ້ຮັບການພັດທະນາຢ່າງວ່ອງໄວ ໂດຍການໜູນໃຊ້ເຕັກໂນໂລຊີທີ່ທັນສະໄໝ; ພ້ອມທັງການຟື້ນຟູລະບົບນິເວດ ແລະ ລະບົບຊັ້ນບັນຍາກາດທົ່ວໂລກ ໄດ້ຫຼາຍຂຶ້ນກວ່າເກົ່າ ເນື່ອງຈາກການຫລຸດຜ່ອນມົນລະຜິດຈາກໂຮງງານທຸກໆປະເທດ.
ນອກຈາກນີ້, ກອງປະຊຸມສຳມະນາ ຍັງໄດ້ແລກປ່ຽນກ່ຽວກັບທິດທາງຈຸດສຸມໃນການຮ່ວມມືພາກພື້ນ ແລະ ສາກົນ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງພາກພື້ນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຢ່າງມີປະສິດທິຜົນໃນອານາຄົດ.
ຂ່າວ;ພາບ: ກົມຂ່າວ ກະຊວງການຕ່າງປະເທດ


