ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 3 ກຸມພາ 2022, ກົມເສດຖະກິດ, ກະຊວງການຕ່າງປະເທດ ຮ່ວມກັບສູນອາຊຽນ- ຍີ່ປຸ່ນ (AJC) ໄດ້ຈັດກອງປະຊຸມສໍາມະນາ ໃນຫົວຂໍ້ “ການເຊື່ອມໂຍງເສດຖະກິດພາກພື້ນ ແລະ ການຟຶ້ນຟູເສດຖະກິດ ຂອງ ສປປ ລາວ ພາຍໃຕ້ວິຖີການດຳລົງຊີວິດຮູບແບບໃໝ່” ທີ່ ໂຮງແຮມລ່ອງງື່ມວິວຣີສອດ, ທ່າລາດ, ແຂວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ດາວເຮືອງ ນັນທາວົງ, ຮອງເຈົ້າແຂວງໆວຽງຈັນ ແລະ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະ ມົນຕີກະຊວງການຕ່າງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກບັນດາຂະແໜງການກ່ຽວຂ້ອງພາກລັດ-ເອກະຊົນ ພາຍໃນແຂວງ ຈໍານວນ 50 ກວ່າທ່ານ.
ຈຸດປະສົງຂອງການຈັດກອງປະຊຸມສໍາມະນາໃນຄັ້ງນີ້ ແມ່ນເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ແລກ ປ່ຽນບົດຮຽນຄວາມຮູ້ ແລະ ເພີ່ມຄວາມເຂົ້າໃຈ ກ່ຽວກັບ ການຮ່ວມມືພາກພື້ນ ແລະ ສາກົນ ໃຫ້ແກ່ຖັນແຖວພະະນັກງານ, ນັກສຶກສາ-ປັນຍາຊົນທັງຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອສືບຕໍ່ຂົນ ຂວາຍ ແລະ ຍາດແຍ່ງເອົາການຊ່ວຍເຫຼືອກໍຄືການຮ່ວມມືກັບສາກົນ ພາຍໃຕ້ສະພາບແວດ ລ້ອມໃໝ່ ທີ່ກໍາລັງຜັນແປໄປຢ່າງວ່ອງໄວ ແລະ ສັບສົນ ອັນເກີດຈາກ ປັດໃຈສໍາຄັນຫຼາຍຢ່າງ ໃນນັ້ນແມ່ນການແຜ່ລະບາດ ຂອງ ພະຍາດໂຄວິດ-19.
ໃນກອງປະຊຸມສຳມະນາຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການບັນຍາຍຈາກນັກວິທະຍາກອນ ຈາກກະ ຊວງການຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງແຜນການ ແລະ ການລົງທຶນ ແລະ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງ ທ່ຽວ, ພະແນກອຸດສາຫະກຳ ແລະ ການຄ້າແຂວງວຽງຈັນ ໃນຫຼາຍຫົວຂໍ້ທີ່ປິ່ນອ້ອມການເຊື່ອມໂຍງເສດຖະກິດພາກພື້ນຂອງ ສປປ ລາວ; ນະໂຍບາຍສົ່ງເສີມການລົງທຶນຂອງ ສປປ ລາວ; ການພັດທະນາ ແລະ ເຊື່ອມໂຍງເຊື່ອມຈອດຂອງທາງລົດໄຟ; ຜົນກະທົບຂອງໂຄວິດ-19 ຕໍ່ວຽກ ງານການຄ້າ ແລະ ການເຂົ້າເຖິງແຫຼ່ງທຶນ ຂອງ SME ຢູ່ ສປປ ລາວ ແລະ ສາກົນ; ການຊຸກຍູ້ດ້ານເສດຖະກິດ-ການຄ້າ ແລະ ການທ່ອງທ່ຽວແຂວງວຽງຈັນ ພາຍຫລັງການແຜ່ລະບາດໂຄວິດ-19. ພ້ອມດຽວ ກັນນັ້ນ, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ປຶກສາຫາລືແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ແລະ ເລິກເຊິ່ງ ກ່ຽວກັບ ການຈັດຕັ້ງປະຕິ ບັດນະໂຍບາຍການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ຂອງ ສປປ ລາວ ພາຍໃຕ້ວິຖີການດຳລົງຊີວິດຮູບແບບໃໝ່ ໂດຍເນັ້ນໃສ່ຟື້ນຟູເສດຖະກິດ ກໍ່ຄືກໍານົດເອົາວາລະແຫ່ງຊາດ ເພື່ອແກ້ໄຂການພັດທະນາຂີດຄວາມສາມາດຂອງພະນັກງານ ເພື່ອຮອງ ຮັບກັບສະພາບການແຜ່ລະບາດຂອງໂຄວິດ-19, ການເຊື່ອມໂຍງໃນຍຸກສະໄໝແຫ່ງການປະ ຕິວັດອຸດສະຫະກຳ ຄັ້ງທີ 4 ລວມທັງການນໍາເອົາເນື້ອໃນ ແລະ ຂໍ້ ມູນໃນກອງປະຊຸມສໍາມະນາຄັ້ງນີ້ໄປຜັນຂະຫຍາຍເຂົ້າໃນຂົງເຂດວຽກງານຂອງຕົນ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ