ກອງປະຊຸມສື່ມວນຊົນທົ່ວປະເທດກ່ຽວກັບການທົບທວນຄືນວຽກງານສົ່ງເສີມສິດທິເດັກ, ການມີສ່ວນຮ່ວມຂອງຊຸມຊົນໃນການຄວບຄຸມ ແລະ ປ້ອງກັນພະຍາດໂຄວິດ-19 ຈັດຂື້ນລະຫວ່າງວັນທີ 22 ຫາ 25 ສິງຫາ 2022 ໄດ້ອັດລົງຢ່າງເປັນທາງການໃນຕອນບ່າຍ ວັນທີ 25 ສິງຫາ 2022 ທີ່ສະພາປະຊາຊົນແຂວງຫຼວງພະບາງ ນະຄອນຫລວງພະບາງ ໂດຍການເປັນປະທານຂອງທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ຈັນສະໝອນ ທິບພະວັນ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງຫຼວງພະບາງ, ທ່ານ ຕະບອງເພັດ ພຸດທະວົງ ຜູ້ຊ່ຽວຊານດ້ານໂຄສະນາ ແລະ ສື່ສານມວນຊົນ ຕາງໜ້າອົງການຢູນິເຊັບປະຈໍາລາວ, ມີບັນດາສື່ມວນຊົນອອ້ມຂ້າງກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ຂະແໜງການຕ່າງໆຈາກສູນກາງ ແລະ ສື່ມວນຊົນຈາກ 17 ແຂວງທົ່ວປະເທດເຂົ້້າຮ່ວມ.
ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ມີຄໍາເຫັນວ່າ: ການຈັດກອງປະຊຸມຄັ້ງນີ້ ຈູດປະສົງເພື່ອໃຫ້ສະມາຊິກທີ່ຢູ່ກຸ່ມໃນເພສມີເດຍລາວໄດ້ມາພົບປະແລກປ່ຽນຖອດຖອນບົດຮຽນ, ປະສົບການເຊິ່ງກັນ ແລະ ກັນ ພ້ອມທັງ ສ້າງສັນຜົນງານໃນການຜະລິດຂ່າວ, ບົດ ແລະ ວິດິໂອໃຫ້ມີຄຸນະພາບດີຂື້ນກວ່າເກົ່າ.
ໄອກາດນີ້, ທ່ານ ສົມສະຫວາດ ພົງສາຍັງໄດ້ກ່າວສະແດງຄວາມຂອບໃຈອົງການຢູນິເຊັບປະຈໍາລາວທີ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ, ຂອບໃຈກະຊວງສາທາລະນະສຸກ, ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງຫຼວງພະບາງທີ່ເອື້ອອໍານວຍຄວາມສະດວກຕ່າງໆເຮັດໃຫ້ກອງປະຊຸມຄັ້ງນີ້ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ ໃນກອງປະຊຸມຄັ້ງນີ້, ສໍາມະນາກອນໄດ້ຮັບຟັງ ແລະ ຮຽນຮູ້ຈາກວິທະຍາກອນຊ່ຽວຊານທີ່ມີຄວາມຮູ້ຄວາມສາມາດທີ່ໄດ້ຖ່າຍທອດບົດຮຽນຕ່າງໆທີ່ມີປະໂຫຍດຫຼາຍຢ່າງໃຫແກ່ສື່ມວນຊົນລາວ ເປັນຕົ້ນແມ່ນ ການສໍາຫຼວດກ່ຽວກັບອັດຕາການສັກວັກຊິນໃນພື້ນທີ່ສີຂຽວຢູ່ໃນແຂວງຫຼວງພະບາງ, ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ, ການມີສ່ວນຮ່ວມຂອງຊຸມຊົນຕໍ່ການສື່ສານປ່ຽນແປງພຶດຕິກໍາທາງສັງຄົມ, ທົບທວນຄືນສິ່ງທ້າທາຍ ແລະ ສິ່ງກີດຂວາງຕໍ່ການປ່ຽນແປງພຶດຕິກໍາທາງສັງຄົມກ່ຽວກັບຂໍ້ມູນຂ່າວສານໂຄວິດ19, ການຊຸກຍູ້ຂະບວນການສັກວັກຊິນປ້ອງກັນໂຄວິດ 19, ການໂຄສະນາສົ່ງເສີມສິດທິເດັກ ແລະ ການປັບປຸງໜ້າເພສມິເດຍລາວ ເປັນຕົ້ນແມ່ນການລົງຂ່າວ, ການສ້າງບົດລາຍງານ ລວມທັງ ວາງແຜນການມີສ່ວນຮ່ວມຂອງສື່ມວນຊົນໃນວຽກງານສົ່ງເສີມສິດທິເດັກນັບແຕ່ເດືອນສິງຫາເຖິງເດືອນທັນວາ. ນອກຈາກນັ້ນ ສໍາມະນາກອນຍັງໄດ້ລົງໄປເກັບກໍາຂໍ້ມູນ, ສໍາພາດພາກສ່ວນກ່ຽວຂ້ອງຢູ່ສະຖານທີ່ທ່ອງທ່ຽວຂອງແຂວງຫຼວງພະບາງ, ພະແນກສາທາລະນະສຸກແຂວງ ແລະ ສໍາພາດມວນຊົນຢູ່ໃນເຂດຊຸມຊົນຕຕົວຈິງ ເພື່ອອັດຄຣິບ-ຕັດຕໍ່ພາບວິດິໂອ, ປະກອບກັບການຂຽນຂ່າວອອກຂ່າວວິທະຍຸ-ໂທລະພາບ ແລະ ສື່ອອນລາຍ ໃນກອງປະຊຸມຍັງໄດ້ມອບລາງວັນໃຫ້ແກ່ນັກຂ່າວທີ່ໄດ້ສ້າງຜົນງານປະກອບສ່ວນສົ່ງຂ່າວລົງໃນໜ້າເພສມິເດຍລາວຂອງກົມສື່ມວນຊົນກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວໃນໄລຍະ 1 ປີຜ່ານມາຕື່ມອີກ
ຂ່າວ/ພາບ : ບັນລັງທອງ ກຽງຄຳຊົນນີ


