ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມສຸດຍອດສື່ມວນຊົນອາຊີຄັ້ງທີ 17 ໃນຮູບແບບທາງໄກ ໄດ້ຈັດຂື້ນໃນວັນທີ 25 ພຶດສະພາ 2022 ທີ່ສາທາລະນະລັດ ຟີຈິ ພາຍໄຕ້ການເປັນປະທານຂອງທ່ານ ໄອຢາສ ຊາເຢດ ໄກຢໍາ ລັດຖະມົນຕີກະຊວງສື່ສານຟິຈິ ,ມີບັນດາລັດຖະມົນຕີ ຮອງລັດຖະມົນຕີ ທີ່ຮັບຜິດຊອບສື່ມວນຊົນໃນອາຊີເຂົ້າຮ່ວມ.
ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງ ຖວທ ຂອງລາວ ມີຄໍາເຫັນວ່າ : ສປປລາວໄດ້ສະໜັບສະໜູນການປ່ຽນແປງຂອງສື່ມວນຊົນໃນໂລກ ລັດຖະບານລາວ ໂດຍສະເພາະກະຊວງ ຖວທ ໄດ້ແຈ້ງໃຫ້ທຸກສື່ ທັງພາກລັດ ແລະເອກະຊົນ ຊອກຫາວີທີທາງເພື່ອປ່ຽນແປງວິທີການຊອກຫາຂ່າວແບບໃໝ່ ໂດຍຜ່ານຫຼາຍຊ່ອງທາງເພື່ອໃຫ້ເຂົ້າເຖິງກຸ່ມເປົ້າໝາຍຜູ້ຟັງ ທັງຢູ່ໃນຕົວເມືອງ ແລະ ຊົນນະບົດ ໂດຍໄດ້ເຮັດໃຫ້ທຸກໆຄົນໄດ້ຮັບຮູ້ ແລະ ເຂົ້າເຖິງຂໍ້ມູນຂ່າວສານທີ່ຖືກຕ້ອງ ໂດຍສະເພາະທ່າມກາງຄວາມເຕີບໂຕຢ່າງວ່ອງໄວໃນດ້ານຂໍ້ມູນຂ່າວສານເຕັກໂນໂລຊີ.
ທ່ານ ອຸ່ນທວງ ຂາວພັນໃຫ້ຮູ້ຕື່ມວ່າ : ພວກເຮົາຕ້ອງປະເຊີນກັບບັນຫາທີ່ເກີດຂື້ນ ຈາກຂ່າວປອມ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ ສະນັ້ນ,ຈື່ງມີຄວາມສໍາຄັນຫຼາຍທີ່ຈະຕ້ອງລະມັດລະວັງ ແລະ ມີສະຕິໃນການບໍລິໂພກຂໍ້ມູນຂ່າວສານ ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ ການເມືອງ ແລະວັດທະນາທໍາສັງຄົມຂອງລາວເທົ່ານັ້ນ ຫາກຍັງເປັນສິ່ງທ້າທາຍທົ່ວໂລກອີກດ້ວຍ ໃນນັ້ນລັດຖະບານລາວໄດ້ປະກາດໃຊ້ກົດໝາຍວ່າດ້ວຍສື່ມວນຊົນ ແລະກົດໝາຍວ່າດ້ວຍການຄຸ້ມຄອງການເຜີຍແຜ່ຂໍ້ມູນຂ່າວສານ ອິນເຕີເນັດ ພ້ອມທັງສ້າງຕັ້ງທີມງານສຸກເສີນຄອມພີວເຕີ ເພື່ອແກ້ໄຂບັນຫາເຫຼົ່ານີ້ .
ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງ ຖວທ ຂອງລາວ ໄດ້ເນັ້ນໜັກຕື່ມວ່າ: ບັນດາລັດຖະມົນຕີ ກະຊວງຖະແຫຼງຂ່າວ ແລະ ສື່ມວນຊົນຂອງອາຊີ ຄວນຢຶດໜັ້ນເພີ່ມທະວີການຮ່ວມມື ເພື່ອຮັກສາສັນຕິພາບ ແລະ ຄວາມໜັ້ນຄົງ ພ້ອມທັງສ້າງການຮ່ວມມືທີ່ແໜ້ນແຟ້ນ ແລະ ຕ້ານໄພຂົ່ມຂູ່ທາງອີນເຕີເນັດ ແລະ ກໍ່ການຮ້າຍທີ່ອາດຈະເກີດຂື້ນທຸກຮູບແບບໃນພາກພື້ນ.
ຂ່າວ : ໄພມະນີ ທຳມະວົງສາ
May be an image of 1 person, flower and indoor
May be an image of 1 person and text