ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນລະຫວ່າງວັນທີ 25 ຫາ 26 ພະຈິກນີ້ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ພັນຄຳ ວິພາວັນ, ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າ ຮ່ວມກອງປະຊຸມສຸດຍອດອາຊີ-ເອີຣົບ ຄັ້ງທີ 13 ຜ່ານລະບົບກອງປະຊຸມທາງໄກ ພາຍໃຕ້ຫົວຂໍ້: “ສ້າງຄວາມເຂັ້ມແຂງການຮ່ວມມືຫຼາຍຝ່າຍ ເພື່ອການຈະເລີນເຕີບ ໂຕຮ່ວມກັນ”. ກອງປະຊຸມຄັ້ງນີ້ຈັດຂຶ້ນໂດຍການເປັນປະທານຂອງ ສົມເດັດ ຮຸນເຊັນ, ນາຍົກລັດຖະມົນຕີ ແຫ່ງຣາຊາອານາຈັກກຳປູເຈຍ ແລະ ຈະມີບັນດາຜູ້ນຳຈາກຄູ່ຮ່ວມມື 51 ປະເທດ ແລະ 2 ອົງການຈັດຕັ້ງສາກົນ ຈາກພາກພື້ນອາຊີ ແລະ ເອີຣົບເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມດຳເນີນໄປດ້ວຍບັນຍາ ກາດທີ່ດີ ໂດຍໄດ້ຍົກເອົາຫຼາຍຫົວຂໍ້ຂຶ້ນມາປຶກສາຫາລືຮ່ວມກັນ ໂດຍສະເພາະໝາກຜົນຂອງການຮ່ວມມືອາຊີ-ເອີຣົບ ໃນໄລຍະຜ່ານມາ ທີ່ໄດ້ນໍາເອົາຜົນປະ ໂຫຍດມາ ສູ່ສອງພາກພື້ນອາຊີ-ເອີຣົບ ໂດຍຜ່ານບັນດາໂຄງການ ແລະແຜນງານຕ່າງໆ ທີ່ບັນດາປະເທດຄູ່ຮ່ວມມືໄດ້ຮ່ວມກັນຈັດຕັ້ງປະຕິບັດ. ພ້ອມດຽວກັນນັ້ນບັນດາຜູ້ນໍາ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນ ເພື່ອວາງທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສະເພາະການຮ່ວມມືໃນການຟື້ນຟູ ແລະ ພັດທະ ນາເສດຖະກິດ-ສັງຄົມຮອບດ້ານ ຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃນທົ່ວໂລກ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ແລະສາມາດປັບໂຕໄດ້ເຂົ້າກັບສະພາບວິຖີຊີວິດແບບ ໃໝ່ໄດ້ຢ່າງມີປະສິດທິຜົນ.
ໃນໂອກາດນີ້, ທ່ານນາຍົກລັດຖະ ມົນຕີ ກໍໄດ້ປະກອບຄຳເຫັນໃນຫົວຂໍ້: “ການພັດທະນາ ແລະ ການຟື້ນຟູເສດ ຖະກິດ-ສັງຄົມ ພາຍຫຼັງການແຜ່ລະບາດຂອງເຊື້ອພະຍາດໂຄວິດ19” ເຊິ່ງໄດ້ເນັ້ນເຖິງຄວາມສຳຄັນຂອງການຮ່ວມມື ແລະການຊ່ວຍເຫຼືອເຊິ່ງກັນແລະກັນ ລະຫວ່າງສອງພາກພື້ນອາຊີ-ເອີຣົບ ເພື່ອແກ້ໄຂຜົນກະທົບຂອງການແຜ່ລະບາດຂອງເຊື້ອພະຍາດໂຄວິດ19 ແລະຟື້ນຟູເສດຖະ ກິດ- ສັງຄົມ ໃຫ້ສາມາດເຕີບໃຫຍ່ຂະຫຍາຍຕົວໂດຍໄວ ໂດຍແນ່ໃສ່ເພີ່ມທະວີການຊ່ວຍເຫຼືອດ້ານເຕັກນິກວິທະຍາສາດ, ການແລກປ່ຽນຂໍ້ມູນຂ່າວສານການແພດ ແລະ ການສ້າງຄວາມເຂັ້ມແຂງດ້ານສາທາລະນະສຸກ ເພື່ອຮັບປະກັນໃຫ້ປະຊາຊົນສາມາດເຂົ້າເຖິງລະບົບສາ ທາລະນະສຸກທີ່ທັນສະໄໝ ລວມທັງ ການເຂົ້າເຖິງຢາປົວພະຍາດ ແລະ ການສະໜອງວັກຊິນໃຫ້ພຽງພໍ ແລະທົ່ວເຖິງ.
ນອກຈາກນີ້້, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ເນັ້ນເຖິງຄວາມສຳຄັນການຮ່ວມມືດ້ານລະບົບຂົນສົ່ງທີ່ທັນສະໄໝ ເພື່ອຟື້ນຟູການໄປມາຫາສູ່ກັນ ລະຫວ່າງປະຊາ ຊົນ, ຟື້ນຟູຕ່ອງໂສ້ເສດຖະກິດໂລກ, ສົ່ງ ເສີມການຮ່ວມມືດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ, ການຊ່ວຍເຫຼືອບັນດາຫົວໜ່ວຍວິສາ ຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ມີຄວາມເຂັ້ມແຂງ ໃຫ້ສາມາດເຂົ້າເຖິງຕະຫລາດ ແລະ ແຫຼ່ງທຶນ ແລະ ການຮ່ວມມືດ້ານເສດຖະກິດດີຈີຕອນ ໂດຍໝູນໃຊ້ເຕັກໂນໂລຊີ ແລະ ນະວັດຕະກໍາທັນສະໄໝ ເພື່ອອໍານວຍຄວາມສະດວກດ້ານການຄ້າ-ການລົງທຶນ ແລະ ການໄປມາຫາສູ່ຂອງປະຊາຊົນ ຂອງສອງພາກພື້ນ.
ກອງປະຊຸມສຸດຍອດອາຊີ-ເອີຣົບ ຄັ້ງທີ 13 ໄດ້ຮັບຮອງເອົາ 3 ເອກະສານສໍາຄັນຄື: ຖະແຫຼງການຂອງປະທານກອງປະຊຸມສຸດຍອດອາເຊັມ ຄັ້ງທີ 13; ຖະແຫຼງການພະນົມເປັນ ວ່າດ້ວຍການຟື້ນຟູເສດຖະ ກິດ-ສັງຄົມ ຫຼັງການແຜ່ລະບາດຂອງເຊື້ອພະຍາດໂຄວິດ19; ແລະ ເອກະສານການເຊື່ອມຈອດອາເຊັມ ເພື່ອເປັນພື້ນຖານໃນການຈັດຕັ້ງປະຕິບັດຜັນຂະຫຍາຍຄວາມໝາຍໝັ້ນຂອງການຮ່ວມມືອາຊີ-ເອີຣົບໃຫ້ເກີດປະສິດທິຜົນ ແລະ ນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນຂອງສອງພາກພື້ນອາຊີ ແລະ ເອີຣົບໃນຕໍ່ໜ້າ.