ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຕອນບ່າຍວັນທີ 26 ຕຸລາ 2021 ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ໄດ້ສືບຕໍ່ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ສ.ເກົາຫຼີ ຄັ້ງທີ 22 ແບບທາງໄກ ພາຍໃຕ້ການເປັນປະທານຮ່ວມຂອງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ ແລະ ທ່ານ ມູນ ແຈອິນ, ປະທານາທິບໍດີ ແຫ່ງ ສ.ເກົາຫຼີ.
ກອງປະຊຸມ ໄດ້ສະແດງຄວາມເພິ່ງພໍໃຈຕໍ່ຄວາມຄືບໜ້າການຈັດຕັ້ງຜັນຂະຫຍາຍແຜນປະຕິບັດງານ ອາຊຽນ-ສ.ເກົາຫຼີ ໄລຍະ 2021-2025, ກໍຄື ຄວາມພະຍາຍາມຮ່ວມກັນໃນການປ້ອງກັນ, ຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19, ສ.ເກົາຫຼີ ໄດ້ເຫັນດີຈະສືບຕໍ່ສະໜັບສະໜູນ ອາຊຽນ ໃນການຮັບມືກັບການແຜ່ລະບາດຂອງພະຍາດດັ່ງກ່າວຮອບໃໝ່ໃນພາກພື້ນ.
ກອງປະຊຸມ ໄດ້ເຫັນດີຈະສືບຕໍ່ເພີ່ມທະວີການຮ່ວມມືກັນໃນບາງຂົງເຂດບູລິມະສິດ ຄື: ຂົງ ເຂດສາທາລະນະສຸກ, ການສຶກສາ, ການຫັນເປັນເສດຖະກິດດິຈິຕອນ ແລະ ນະວັດຕະກໍາ, ການເຊື່ອມຈອດອາຊຽນ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາພາຍໃນອາຊຽນ, ການພັດທະນາແບບຍືນຍົງ, ການຄໍ້າປະກັນສະບຽງອາຫານ ແລະ ການພັດທະນາເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ.
ພ້ອມກັນນີ້, ກອງປະຊຸມຍັງໄດ້ເນັ້ນໜັກເຖິງຄວາມສຳຄັນໃນການສືບຕໍ່ສົ່ງເສີມການຮ່ວມມືດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວໂດຍຜ່ານກິດຈະກຳຂອງສູນອາຊຽນ-ສ.ເກົາຫຼີ ແລະ ເສີມຂະຫຍາຍການຮ່ວມມືໃນຂົງເຂດວັດທະນະທຳ ໂດຍຜ່ານສູນວັດທະນະທຳອາຊຽນ ຢູ່ແຂວງ ປູຊານ, ສ.ເກົາຫຼີ.