
ວັນທີ 17 ມັງກອນ 2023ນີ້, ຄະນະຊີ້ນຳ ແລະ ຄະນະຮັບິດຂອບຮ່ວມມື ການກວດ-ກູ້ລະເບີດບໍ່ທັນແຕກ ລາວ-ຣັດເຊຍ- ຣັດເຊຍ-ລາວ ໄດ້ຈັດກອງປະຊຸມສ່ອງແສງວຽກງານກວດ-ກູ້ລະເບີດບໍ່ທັນແຕກປະຈຳປີ 2022-2023 ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ກຳມະການຄະນະພັກກະຊວງຮອງຫົວໜ້າກົມໃຫ່ຍການເມືອງກອງທັບ.ມີຄະນະຊີ້ນຳ,ຄະນະຮັບຜິດຊອບ,ທິມງານກວດ-ກູ້ລະເບີດບໍ່ທັນແຕກປະຈຳພາກສະໜາມທັງສອງຝ່າຍເຂົ້າຮ່ວມ.


ສະຫາຍ ພັນໂທ ໂອທອງ ຄຳບານໄຊ ຮອງຫົວໜ້າ ຄະນະຊີ້ນຳພາກສະໜາມທິມງານກວດກູ້ແລະ ທຳລາຍລະເບີດບໍ່ທັນແຕກຂອງເຫຼົ່າຮົບຊ່າງແສງກອງທັບປະຊາຊົນລາວໄດ້ຜ່ານບົດລາຍງານວຽກງານກວດກູ້ລະເບີດບໍ່ທັນແຕກຕາມການກຳນົດຂອງ ເມືອງ ນາກາຍ ແຂວງຄຳມ່ວນ ແມ່ນຢູ່ໃນຂອບເຂດເທດສະບານເມືອງນາກາຍຂອງແຂວງຄຳມ່ວນ ເຊິ່ງເປັນເຂດຊຸມຊົນຂອງເມືອງ, ເປັນເຂດສະໜາມຮົບທາງພາກພື້ນດິນ,ທາງອາກາດ, ມີການທິມລະເບີດລົງໃສ່ຢ່າງຮ້າຍແຮງແລະ ເຮັດໃຫ້ລະເບີດຕົກຄ້າງຢ່າງຫຼວງຫຼາຍ ຜົນການລົງສຳຫຼວດກວດກູ້ລະເບີດບໍ່ທັນແຕກຕົວຈິງໃນປີຜ່ານມາໄດ້ພົບເຫັນລູກລະເບີດທີ່ຕົກຄ້າງເປັນຫຼວງຫຼາຍໃນປາງສົງຄາມຢູ່ຂອບເຂດບ້ານທີ່ຂື້ນກັບເມືອງນາກາຍຂອງແຂວງຄຳມ່ວນເພື່ອເຮັດໃຫ້ມີຄວາມປອດໄພໃນການເຮັດກິດຈະການທຳການຜະລິດກະສີກຳຕ່າງໆ ເນື້ອທີ່ກວດ-ກູ້ລະເບີດບໍ່ທັນແຕກມີເນື້ອທີ່ທງໝົດ50ກວ່າເຮັກຕາມີເນື້ອທີ່ກວດ-ກູ້ໄດ້ທັງໝົດ: 20,588 ຕາແມັດ = 2 ເຮັດຕາ,ລະເບີດກວດພົບຕົວຈິງທັງໝົດ: 27 ໜ່ວຍ,ທຳລາຍລະເບີດສຸກເສີນຕາມການແຈ້ງຂອງບ້ານ : 1 ໜ່ວຍ, ກວດກູ້ເນື້ອທີ່ໄດ້:71,936 ຕາແມ້ດ,ປະກອບມີ: ລະເບີດ : 2 ໜ່ວຍ,ລູກປືນ57 ມມ: 1ລູກ, ລູກປືນ 200 ມມ: 1ລູກ, ລູກປືນຄົກ 81 : ມມ: 2ລູກ, ປະກອບມີເສດສະເດັດ: 5570 ສິ້ນ,ເສດເຫຼັກທົ່ວໄປ:10,150 ສິ້ນ,ເນື້ອທີ່ກວດໄດ້ທັງໝົດ: 106,370 ຕາແມັດ = ລະເບີດກວດພົບທັງໝົດ : 107 ໜ່ວຍ,ພ້ອມນີ້ຄະນະຮັບິດຊອບວຽກງານຮັບປະກັນແຕ່ລະພາກສ່ວນກໍ່ໄດ້ພັດປ່ຽນກັນສ່ອງແສງລາຍການຈັດຕັ້ງປະຕິບັດຕາມຄວາມຮັບິດຊອບຂອງຕົນ.


ໂອກາດນີ້, ສະຫາຍປະທານພ້ອມດ້ວຍຄະນະຊີ້ນຳທັງສອງຝ່າຍກໍ່ໄດ້ລົງກວດກາພາກສະໜາມກວດກູ້ຕົວຈິງ.
ຂ່າວ: ເກນ ວິໄລສານ.
ພາບ: ອານຸສອນ ສິມວົງສາ