ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນເຊົ້າຂອງວັນທີ 18 ກຸມ ພາ 2022, ທີ່ ສະຖາບັນການຕ່າງປະເທດ 3 ອົງການຈັດຕັ້ງມະຫາ ຊົນ ຂອງ ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສໍາມະນາວິຊາການ ໃນຫົວຂໍ້: “ ເຕັກ ນິກການບັນທຶກເນື້ອໃນກອງປະ ຊຸມສາກົນ ແລະ ການຂຽນສະຫຼຸບລາຍງານຜົນຂອງກອງປະຊຸມ ” ໃຫ້ແກ່ພະນັກງານໜຸ່ມນ້ອຍຂອງ ກະຊວງການຕ່າງປະເທດ ພາຍ ໃຕ້ການເປັນປະທານໃນພິທີເປີດ ຂອງ ທ່ານ ໄມ ໄຊຍະວົງສ໌, ເລຂາໜ່ວຍພັກສະຖາບັນການຕ່າງປະເທດ, ຫົວໜ້າສະຖາບັນການຕ່າງປະເທດ ແລະ ທ່ານ ອຳມາລາ ແສນຈົງຮັກ, ຕາງໜ້າຄະນະປະ ຈຳຄະນະບໍລິຫານງານຊາວໜຸ່ມກະຊວງການຕ່າງປະເທດ ໃຫ້ກຽດມີຄໍາເຫັນ. ພິເສດ, ກອງປະຊຸມສໍາມະນາໃນຄັ້ງນີິ້ ຍັງໄດ້ຮັບກຽດຂຶ້ນບັນຍາຍແບ່ງປັນບົດ ຮຽນ ແລະ ເຕັກນິກ ຈາກນັກວິທະຍາກອນທີ່ມີປະສົບການກ່ຽວຂ້ອງໂດຍກົງກັບວຽກງານການບັນທຶກເນື້ອໃນ ແລະ ລາຍ ງານສະຫຼຸບຜົນຂອງກອງປະຊຸມສາກົນ ກໍຄື ກອງປະ ຊຸມພາຍໃນຕ່າງໆ ຈາກກົມກ່ຽວຂ້ອງຂອງກະຊວງການຕ່າງປະເທດ ເຊັ່ນ: ທ່ານ ໄມທອງ ທຳມະວົງສາ, ຫົວ ໜ້າກົມຈັດຕັ້ງ ແລະ ພະນັກງານ, ພ້ອມດ້ວຍຄະນະກົມ ແລະ ຄະນະ ພະແນກ ຈາກກົມອາຊຽນ, ກົມອົງການຈັດຕັ້ງສາກົນ, ກົມສົນທິສັນຍາ ແລະ ກົດໝາຍ, ກົມເສດຖະກິດ ແລະ ສະຖາບັນການຕ່າງປະເທດ ຕາມລໍາດັບ, ໂດຍມີພະນັກງານໜຸ່ມນ້ອຍຈາກບັນດາກົມກິດຈະການການເມືອງພາຍໃນກະຊວງການຕ່າງປະ ເທດ, ສະຖາບັນການຕ່າງປະເທດ ເຂົ້າຮ່ວມລວມທັງໝົດ 40 ກວ່າທ່ານ.
ຈຸດປະສົງຂອງການຈັດກອງປະ ຊຸມຄັ້ງນີ້ ແມ່ນເພື່ອແລກປ່ຽນບົດຮຽນ ແລະ ປະສົບການຕົວຈິງ ລວມທັງເຕັກນິກການບັນທຶກກອງປະຊຸມ ແລະ ການເຮັດບົດສະຫຼຸບລາຍງານຜົນຂອງກອງປະຊຸມທັງພາຍໃນ ແລະ ສາກົນ ໂດຍສະເພາະການເປັນເຈົ້າພາບຈັດກອງປະຊຸມຕ່າງໆ ພາຍໃຕ້ຂອບການຮ່ວມມືໃນລະດັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ. ສິ່ງສຳຄັນ, ກໍເພື່ອເປັນການສ້າງຂີດຄວາມສາມາດດ້ານວິຊາການ ໂດຍການຖ່າຍທອດບົດຮຽນ ແລະ ປະສົບການໃນພາກປະ ຕິບັດຈິງ ໃຫ້ແກ່ພະນັກງານໜຸ່ມນ້ອຍ ແນໃສ່ນໍາໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ເພື່ອຮັບປະກັນການເຮັດໜ້າ ທີ່ເປັນເສນາທິການໃຫ້ແກ່ການນໍາກະຊວງການຕ່າງປະເທດ ກໍຄື ລັດຖະ ບານ ໃນຕໍ່ໜ້າໃຫ້ມີປະ ສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ. ພ້ອມດຽວກັນນັ້ນ, ການຈັດກອງປະຊຸມວິຊາການໃນຄັ້ງນີ້ ຍັງເປັນໜຶ່ງໃນກິດຈະກໍາຂອງ 3 ອົງການຈັດຕັ້ງມະຫາຊົນ ຂອງ ສະຖາບັນການຕ່າງປະເທດ ເພື່ອປະກອບສ່ວນຈັດຕັ້ງຜັນຂະ ຫຍາຍບັນດາແຜນງານຂອງ ກະ ຊວງການຕ່າງປະເທດ ໂດຍສະເພາະແມ່ນແຜນງານໃນການຍົກສູງຂີດຄວາມສາມາດຂອງນັກການທູດໜຸ່ມນ້ອຍ ກໍຄື ພະນັກ ງານກະຊວງການຕ່າງປະເທດທີ່ໄດ້ຮັບຮອງເອົາໃນກອງປະ ຊຸມໃຫ່ຍຄັ້ງທີ IV ຂອງອົງຄະນະພັກ ກະຊວງການຕ່າງປະເທດ ກໍຄື ມະຕິກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ 14 ໃຫ້ປະກົດຜົນເປັນຈິງ.
ໃນກອງປະຊຸມສຳມະນານີ້, ນັກວິທະຍາກອນ ໄດ້ຜັດປ່ຽນກັນຂຶ້ນບັນຍາຍ, ແລກປ່ຽນບົດຮຽນ ແລະ ປະ ສົບການໃນພາກປະຕິ ບັດຕົວຈິງ ທ່າມກາງບັນຍາກາດອັນອົບອຸ່ນ ແລະ ເປັນກັນເອງ ໃນ 02 ຫົວຂໍ້ ຄື: ເຕັກນິກການບັນ ທຶກເນື້ອໃນກອງປະຊຸມສາກົນ ແລະ ການຂຽນສະຫຼຸບຜົນກອງປະຊຸມ. ນອກນັ້ນ, ກອງປະຊຸມຍັງມີວາລະຖາມ-ຕອບ ທີ່ບັນດາຜູ້ເຂົ້າຮ່ວມໄດ້ມີການຍົກຄຳຖາມເຈາະຈີ້ມ ແລະ ແລກປ່ຽນບົດ ຮຽນຮ່ວມກັນຢ່າງກົງໄປກົງມາ ແລະ ເປັນຂະບວນຟົດຟື້ນ.
ໃນຕອນທ້າຍຂອງພິທີ, ທ່ານ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ, ປະທານພິທີ ໄດ້ສະ ແດງຄວາມຊົມເຊີຍຕໍ່ຜົນສໍາເລັດໃນການຈັດກອງປະຊຸມສຳມະນາວິຊາການດັ່ງກ່າວ, ພ້ອມທັງໄດ້ໃຫ້ທິດຊີ້ນໍາທີ່ສຳ ຄັນ, ເຊິ່ງທ່ານໄດ້ກ່າວວ່າ “ ການຈັດກອງປະຊຸມສໍາມະນາແລກປ່ຽນວິຊາການຄັ້ງນີ້ ຈະເປັນໃຊ້ຕ່າງປະເທດ ໃນການເສີມສ້າງຂີດຄວາມສາມາດດ້ານວິຊາການ ໂດຍສະເພາະແມ່ນດ້ານເຕັກນິກໃນການບັນທຶກເນື້ອໃນກອງປະຊຸມ ແລະ ການເຮັດບົດລາຍງານຜົນກອງປະຊຸມ ທີ່ສາມາດນໍາໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ ”.