ກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ພາຍໃຕ້ຫົວຂໍ້”ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃຫມ່ໃນຂົງເຂດອໍານາດແຫ່ງລັດ” ຈັດຂື້ນໃນຕອນເຊົ້າວັນທີ 4 ກຸມພາ 2021 ຢູ່ສະໂມສອນໃຫຍ່ສະຖາບັນການເມືອງການປົກຄອງແຫ່ງຊາດນະຄອນຫລວງວຽງຈັນພາຍໃຕ້ການ ເປັນປະທານຂອງ ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາ ທິການ ສູນກາງພັກ ປະທານຄະນະກວດກາສູນກາງພັກ, ປະທານສະພາທິດສະດີສູນກາງພັກ ທັງເປັນຫົວຫນ້າ ຄະນະຮັບ ຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານຂັ້ນສູນກາງ,ມີທ່ານ ສົມສະຫວາດເລັ່ງສະຫວັດທີ່ປຶກສາຄະນະຮັບຜິດຊອບຄົ້ນຄວ້າແນວຄິດປະທານໄກສອນພົມວິຫານຂັ້ນສູນກາງ,ການນໍາຂັ້ນສູງ ພັກ-ລັດ,ບັນດານັກວິທະຍາສາດ,ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້ ທ່ານຄໍາພັນ ພົມມະທັດ ມີຄໍາເຫັນກ່າວໄຂກອງປະຊຸມວ່າ:ການຈັດຕັ້ງ ກອງປະຊຸມຄັ້ງນີ້ມີຄວາມຫມາຍຄວາມສໍາຄັນຢ່າງເລີກເຊີ່ງເພື່ອສັນລະເສີນຄຸນງາມຄວາມດີອັນລໍ້າເລີດ ແລະ ການອຸທິດຕົນເພື່ອພາລະກິດຕໍ່ສູ້ກູ້ຊາດຍາດເອົາເອກະລາດມາໃຫ້ປະເທດຊາດແລະປະຊາຊົນ ຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ,ພ້ອມທັງເປັນ ການຄົ້ນຄວ້າກໍາແຫນ້ນແນວຄິດຊີ້ນໍາອັນເລິກເຊີ່ງຂອງປະທານໄກສອນ ພົມວິຫານ ຕໍ່ກັບການປັບປຸງ ອໍານາດແຫ່ງລັດໃນເງື່ອນໄຂໃຫມ່ໂດຍສະເພາະຂົງເຂດນິຕິບັນຍັດ,ຂົງເຂດຕຸລາການ,ການບໍລິຫານແລະປັບປຸງກົງຈັກການຈັດຕັ້ງລັດນັບແຕ່ສູນກາງລົງຮອດທ້ອງຖີ່ນລວມເຖິງວຽກງານອື່ນໆພ້ອມດຽວກັນທ່ານຍັງໃຫ້ຮູ້ໂດຍສັງເຂດກ່ຽວກັບການປັບປຸງອໍານາດລັດແຕ່ຂັ້ນເລີ່ມຕົ້ນກໍ່ຄືການວາງແນວທາງປ່ຽນແປງໃຫມ່ຂອງປະທານ ໄກສອນ ພົມວິຫານວ່າ:ພາຍຫລັງປະເທດຊາດ ໄດ້ຮັບການປົດປ່ອຍຢ່າງສົມບູນໃນວັນທີ2ທັນວາ1975ລະບອບປະຊາທິປະໄຕປະຊາຊົນໄດ້ຮັບການ ສ້າງຕັ້ງຂື້ນກາຍເປັນຂີດຫມາຍແລະບາດລ້ຽວປະສາດທີ່ສໍາຄັນໃນການປະຕິບັດແນວທາງປ່ຽນແປງ ໃຫມ່ ປະທານໄກສອນ ພົມວິຫານ ໃຫ້ຄວາມສໍາຄັນທີ່ສຸດຕໍ່ການປັບປຸງອໍານາດແຕ່ຫົວທີ ໂດຍທ່ານ ໃຫ້ທັດສະນະວ່າບັນຫາສໍາຄັນຕົ້ນຕໍທີ່ສຸດຕ້ອງສ້າງຕັ້ງລະບົບການປົກຄອງແຕ່ສູນກາງລົງຮອດທ້ອງຖີ່ນ ໃຫ້ຫນັກແຫນ້ນເຂັ້ມແຂງໃຫ້ມີຄວາມແທດເຫມາະກັບສະພາບເງື່ອນໄຂຂອງປະເທດເຮົາແຕ່ລະໄລຍະ ລວມເຖີງວຽກງານອື່ນໆ ເຊີ່ງໄດ້ກາຍເປັນພື້ນຖານໃນການສ້າງທິດສະດີທີ່ສໍາຄັນ ໃນການປັບປຸງອໍາ ນາດລັດປະຊາທິປະໄຕປະຊາຊົນ ກໍ່ຄືການປົກຮັກສາແລະສ້າງສາພັດທະນາປະເທດຊາດໃນປັດຈຸບັນ.
ກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ພາຍໃຕ້ຫົວຂໍ້”ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃຫມ່ໃນຂົງເຂດອໍານາດລັດ”ທີ່ຈັດຂື້ນໃນຄັ້ງນີ້ນອກຈາກຜູ້ເຂົ້າຮ່ວມໄດ້ພ້ອມ ກັນຮັບຟັງການນໍາສະເຫນີກ່ຽວກັບຫົວຂໍ້ແນວຄິດຂອງປະທານໄກສອນພົມວິຫານທີ່ມີຕໍ່ອໍານາດແຫ່ງ ລັດໂດຍລວມແລ້ວ,ຍັງພ້ອມກັນຮັບຟັງການນໍາສະເຫນີກ່ຽວກັບຫົວຂໍ້ທີ່ລົງເລິກຂອງ ແນວຄິດ ປະທານໄກສອນ ພົມວິຫານກ່ຽວກັບການຄຸ້ມຄອງກົດໝາຍ ,ແນວຄິດປະທານໄກສອນ ພົມວິຫານ ກ່ຽວກັບສະພາແຫ່ງຊາດສະພາປະຊາຊົນທ້ອງຖີ່ນ,ອົງການບໍລິຫານລັດຂັ້ນສູງກາງ,ອົງການບໍລິຫານລັດຂັ້ນທ້ອງຖີ່ນແລະວຽກງານຕຸລາການນອນນີ້ກອງປະຊຸມຍັງພ້ອມກັນຮັບຟັງການປະກອບຄໍາຄິດຄໍາ ເຫັນຈາກພາກສ່ວນຕ່າງໆເຂົ້າໃນຫົວຂໍ້ທີ່ນໍາມາ ສະເຫນີຕໍ່ກອງປະຊຸມຄັ້ງນີ້ຕື່ມອີກ.
ຂ່າວ-ພາບ ເດດອາລຸນ ແກ້ວວິໄລ.
Loading...