ໃນວັນທີ 22 ເມສາ 2022 ກະຊວງການຕ່າງປະເທດ, ກົມສົນທິສັນຍາ ແລະ ກົດໝາຍ ໄດ້ຮ່ວມກັບກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ຈັດກອງປະຊຸມສໍາມະນາ ກ່ຽວກັບ ການຈັດຕັ້ງປະຕິບັດສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ, ກົດໝາຍ ແລະ ນິຕິກໍາພາຍໃນ ທີ່ກ່ຽວຂ້ອງກັບການຕ້ານການຄ້າມະນຸດ ສຳລັບພະ ນັກງານກະຊວງການຕ່າງປະ ເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ພະນັກງານທີ່ມີເປົ້າໝາຍຈະໄດ້ໄປປະຕິບັດໜ້າທີ່ຢູ່ ສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ ຕ່າງປະເທດ, ໂດຍການເຂົ້າຮ່ວມກ່າວເປີດຂອງ ທ່ານ ດວງມະນີ ຍອດສີອຸດົມ, ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ ແລະ ມີຜູ້ຕາງໜ້າຂັ້ນຄະນະກົມ, ຄະນະພະແນກ ແລະ ວິຊາການ ຈາກ 17 ກົມ ຂອງກະຊວງກະຕ່າງປະເທດ, ຜູ້ຕາງ ໜ້າຈາກຄະນະພົວພັນຕ່າງປະ ເທດສູນກາງພັກ ແລະ ພະນັກ ງານທີ່ຢູ່ໃນເປົ້າໝາຍອອກໄປປະຕິບັດໜ້າທີ່ຢູ່ ສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ ຕ່າງປະເທດ ເຂົ້າຮ່ວມທັງໝົດ 100 ກວ່າທ່ານ.
ຈຸດປະສົງຂອງກອງປະຊຸມສຳມະນາ ແມ່ນເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ກ່ຽວກັບ ພັນທະພາຍໃຕ້ ສົນທິສັນຍາພາກພື້ນ ແລະ ສາກົນ ທີ່ກ່ຽວຂ້ອງກັບການຕ້ານການຄ້າມະນຸດທີ່ ສປປ ລາວ ເປັນພາຄີ, ກົດໝາຍ ວ່າດ້ວຍ ການຕ້ານການຄ້າມະນຸດ, ການກໍານົດຕົວຜູ້ກະທຳຜິດ ແລະ ຜູ້ຖືກເຄາະຮ້າຍ, ກົນໄກການປະສານງານລວມທັງວິທີການປົກປ້ອງ, ຊ່ວຍເຫຼືອ ແລະ ສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກການຄ້າມະ ນຸດ. ນອກຈາກນັ້ນ, ກອງປະຊຸມ ຍັງໄດ້ເນັ້ນໃຫ້ເຫັນປະກົດການຫຍໍ້ທໍ້ໃນສັງຄົມທີ່ເຮັດໃຫ້ຊາວ ໜຸ່ມ ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດດ້ວຍກົນອຸບາຍຫຼາຍຮູບແບບເປັນຕົ້ນ ການຖືກຕົວະຍົວະລອກລວງໃຫ້ໄປອອກແຮງງານ, ການແຕ່ງດອງແອບແຝງ, ການຈ້າງໃຫ້ຖືພາແທນແລະ ຮູບແບບອື່ນໆ.
ໃນພິທີກ່າວເປີດກອງປະຊຸມສໍາ ມະນາ, ທ່ານ ຫົວໜ້າກົມສົນທິ ສັນຍາ ແລະ ກົດໝາຍ ໄດ້ຍົກໃຫ້ເຫັນເຖິງບັນຫາການຄ້າມະນຸດ ແມ່ນອາຊະຍາກຳໜຶ່ງທີ່ຮ້າຍແຮງ ທີ່ມີລັກສະນະຂ້າມຊາດ, ທັງເປັນການລະເມີດສິດທິພື້ນຖານ ແລະ ກຽດສັກສີຂອງຄວາມເປັນມະ ນຸດ, ເປັນບັນຫາທວງດຶງການພັດທະນາເສດຖະກິດ-ສັງຄົມ ແລະ ເປັນໄພຂົ່ມຂູ່ຕໍ່ສະຖຽນລະພາບ ແລະ ຄວາມໝັ້ນຄົງແຫ່ງ ຊາດ. ດ້ວຍເຫດນີ້, ລັດຖະບານ ສປປ ລາວ ຈຶ່ງໄດ້ໃຫ້ຄວາມສຳ ຄັນ ແລະ ເອົາໃຈໃສ່ໃນການແກ້ໄຂບັນຫາດັ່ງກ່າວຢ່າງຈິງຈັງ ໂດຍກຳນົດເອົາການຄ້າມະນຸດເປັນ ຄວາມຜິດທາງອາຍາ, ວາງນະໂຍບາຍ, ອອກກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ, ສ້າງກົນໄກປະສານງານຕ່າງໆແຕ່ສູນກາງລົງຮອດທ້ອງຖິ່ນ, ສ້າງແຜນງານແຫ່ງຊາດແຕ່ລະໄລຍະ, ຈັດສັນງົບປະມານທີ່ຈໍາເປັນ, ຮ່ວມມືກັບອານຸພາກພື້ນ, ພາກພື້ນ ແລະ ສາ ກົນ ໂດຍການເຂົ້າຮ່ວມເປັນພາຄີ ສົນທິສັນຍາສອງຝ່າຍ ແລະ ຫລາຍຝ່າຍ ກ່ຽວກັບ ການຕ້ານການຄ້າມະນຸດໃນຂອບອາຊຽນ ແລະ ອົງການ ສປຊ.
ການຈັດກອງປະຊຸມສໍາມະນາຄັ້ງນີ້ ແມ່ນມີຄວາມສໍາຄັນຫຼາຍຕໍ່ພະນັກງານຂອງ ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ໂດຍສະເພາະພະນັກງານທີ່ຢູ່ໃນເປົ້າ ໝາຍ ຈະຖືກແຕ່ງຕັ້ງໄປປະຕິບັດໜ້າທີ່ຢູ່ ສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາ ຢູ່ ຕ່າງປະເທດໃຫ້ສາມາດກຳໄດ້ວຽກ ງານດັ່ງກ່າວ ເພື່ອນໍາໄປປະຕິບັດໜ້າທີ່ວຽກງານຕົວຈິງຢູ່ຕ່າງປະເທດ ໃຫ້ເຂົ້າໃຈ ກ່ຽວກັບ ພັນທະສາກົນ, ຂອບກົດໝາຍ, ນະໂຍບາຍ ລວມທັງກົນໄກການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ ໂດຍສະເພາະວິທີການໃຫ້ຄວາມຊ່ວຍເຫຼືອ ຜູ້ທີ່ຕົກເປັນຜູ້ຖືກເຄາະຮ້າຍ ຈາກຂະບວນການຄ້າມະນຸດໃຫ້ທັນການ ແລະ ວ່ອງໄວ, ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດນະໂຍບາຍກໍຄືມາດຕະການການຕ້ານ ແລະ ສະກັດກັ້ນການຄ້າມະນຸດ ຂອງພັກ ແລະ ລັດຖະ ບານໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນສູງຂຶ້ນ ເລື້ອຍໆ.
ພາບ;ຂ່າວ: ກົມການຂ່າວ ກະຊວງການຕ່າງປະເທດ

