ກອງປະຊຸມຫົວໜ້າຕຳຫຼວດອາຊຽນ ຄັ້ງທີ 41 ແລະກອງປະຊຸມປີ່ນອ້ອມ ພາຍໃຕ້ຄຳຂວັນ “ເພີ່ມທະວີການເປັນຄູ່ຮ່ວມໃນການສົ່ງເສີມສັນຕິພາບ, ຄວາມສະຫົງບ ແລະ ຄວາມໝັ້ນຄົງ ໄຂຂື້ນຢ່າງເປັນທາງ ການໃນວັນທີ 17 ຕຸລາ 2023, ທີ່ຫໍປະ ຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍມີ ພົນເອກ ວິໄລ ຫຼ້າຄຳຟອງ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະ ຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຫົວໜ້າຕຳຫຼວດ, ຫົວໜ້າຄະນະຜູ້ແທນຕໍາຫຼວດອາຊຽນ, ປະເທດຄູ່ເຈລະຈາ ແລະ ຜູ້ສັງເກດການ.
ໃນໂອກາດກ່າວໄຂກອງປະຊຸມຢ່າງເປັນທາງການ ພົນເອກ ວິໄລ ຫຼ້າຄຳຟອງ ມີຄໍາເຫັນວ່າ: ກອງປະຊຸມຄັ້ງນີ້ເປັນຂີດໝາຍສຳຄັນ ແລະ ເປັນການສືບຕໍ່ໃຫ້ຄຳໝັ້ນສັນຍາຮ່ວມກັນໃນຄວາມພະຍາຍາມສະກັດກັ້ນ ແລະ ຕ້ານອາຊະຍາກຳຂ້າມຊາດ ເພື່ອເປັນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັບປະກັນຄວາມສະ ຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ການພັດທະນາ; ເພື່ອບັນລຸຕາມຈຸດປະສົງດັ່ງກ່າວ, ກໍາລັງຕໍາຫຼວດ ບັນດາປະເທດສະມາຊິກອາຊຽນ ຈະຕ້ອງເປັນກໍາລັງປະເຊີນໜ້າທີ່ສຳຄັນ ໃນການສະກັດກັ້ນ ແລະ ຕ້ານສິ່ງທ້າທາຍ ແລະ ໄພຂົ່ມຂູ່ຈາກອາຊະຍາກຳຂ້າມຊາດເຫຼົ່ານັ້ນ. ສະນັ້ນ, ກອງປະຊຸມຫົວໜ້າຕຳຫຼວດອາຊຽນ ຄັ້ງທີ 41 ນີ້ ຈື່ງມີຄວາມໝາຍສຳຄັນ ສຳລັບກຳລັງຕຳຫຼວດອາຊຽນ, ປະເທດຄູ່ເຈລະຈາ ແລະ ຜູ້ສັງເກດການ ເພື່ອປຶກ ສາຫາລື, ແລກປ່ຽນຄວາມຄິດເຫັນ, ວາງຍຸດທະສາດ ໃນການສະກັດກັ້ນ ແລະ ຕ້ານອາຊະຍາກຳຂ້າມຊາດ ເຊິ່ງຮຽກຮ້ອງໃຫ້ມີການຮ່ວມມືກັນຢ່າງໃກ້ຊິດ ທັງໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຢ່າງມີປະສິດທິຜົນ.
ໃນກອງປະຊຸມຄັ້ງນີ້ ພົນເອກ ວິໄລ ຫຼ້າຄຳຟອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຍັງຂໍສະເໜີໃຫ້ກອງປະຊຸມຫົວໜ້າຕຳຫຼວດອາຊຽນປຶກສາຫາລື ແລະ ຜັນຂະຫຍາຍ ບັນຫາທີ່ມີຄວາມສົນໃຈຮ່ວມກັນໃຫ້ເກີດໝາກຜົນເທື່ອລະກ້າວເປັນຕົ້ນ:
1. ສະເໜີຕຳຫຼວດອາຊຽນ ສືບຕໍ່ຢຶດໝັ້ນຄວາມເປັນອັນໜື່ງອັນດຽວກັນ, ຢຶດໝັ້ນຕໍ່ຄວາມພະ ຍາຍາມຮ່ວມມືກັນປ້ອງກັນ, ສະກັດກັ້ນ ແລະ ຕ້ານອາຊະຍາກຳຂ້າມຊາດ ໂດຍສະເພາະການຄ້າຂາຍຢາເສບຕິດ, ສານເຄມີຕົ້ນ ທີ່ກຸ່ມອາຊະຍາກໍາ ນຳໃຊ້ເປັນສ່ວນປະສົມຜະລິດຢາເສບຕິດ, ການຄ້າມະນຸດ ແລະ ອື່ນໆ.
2. ຮ່ວມມືກັນຈັດຕັ້ງປະຕິບັດນະໂຍບາຍ, ຍຸດທະສາດ ແລະ ນິຕິກຳອື່ນໆທີ່ກ່ຽວ ຂ້ອງ ກັບການແກ້ໄຂບັນຫາອາຊະຍາກຳຂ້າມຊາດ ແລະ ຈັດຕັ້ງປະຕິບັດຖະແຫຼງການຮ່ວມຂອງກອງປະຊຸມໃນ ແຕ່ລະປີໃຫ້ໄດ້ຮັບຜົນດີ.
3. ເພີ່ມທະວີການຮ່ວມມື ແລະ ຊ່ວຍ ເຫຼືອ ເຊິ່ງກັນ ແລະ ກັນ ທາງດ້ານວຽກງານຕຳຫຼວດໃຫ້ຫຼາຍຂຶ້ນກ່ວາເກົ່າ, ເພື່ອເຮັດໃຫ້ພາກພື້ນອາຊຽນ ເປັນພາກພື້ນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື.
4. ເອົາໃຈໃສ່ເສີມຂະຫຍາຍບົດບາດຂອງກອງເລຂາຕຳຫຼວດອາຊຽນ ໃຫ້ກາຍເປັນອົງການຕົວ ແທນທີ່ສຳຄັນຂອງບັນດາປະເທດສະມາຊິກຕຳຫຼວດອາຊຽນ ໃນການຮ່ວມມື, ປະສານງານ, ເກັບກຳຂໍ້ມູນ ເພື່ອຮັບໃຊ້ການສະກັດກັ້ນ ແລະ ຕ້ານອາຊະຍາກຳຂ້າມຊາດຢູ່ໃນພາກພື້ນ ແລະ ສາກົນ.
5. ສະເໜີບັນດາປະເທດສະມາຊິກຕຳຫຼວດອາຊຽນ, ປະເທດຄູ່ເຈລະຈາ ແລະ ຜູ້ສັງເກດການ ເພີ່ມຄວາມພະຍາຍາມຂຶ້ນຕື່ມ ໃນການຊ່ວຍເຫຼືອເຊິ່ງກັນ ແລະ ກັນ; ຍົກລະດັບຂີດຄວາມສາມາດຂອງ ເຈົ້າໜ້າທີ່ຕໍາຫຼວດບັນດາປະເທດສະມາຊິກອາຊຽນ ໃຫ້ທັນກັບສະພາບຄວາມເປັນຈິງ, ສາມາດເຊື່ອມ ໂຍງກັບພາກພື້ນ ແລະ ສາກົນ ໄດ້ໃນການຕ້ານອາຊະຍາກຳຂ້າມຊາດ.
6. ເພີ່ມທະວີການແລກປ່ຽນບົດຮຽນ, ປະສົບການ ແລະ ຂໍ້ມູນຂ່າວສານ ກ່ຽວກັບບັນຫາອາ ຊະຍາກຳຂ້າມຊາດ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ພ້ອມທັງເຊື່ອໝັ້ນວ່າ ດ້ວຍຄວາມ ໝາຍໝັ້ນໃນການຮ່ວມກັນອັນແຮງກ້າ ຂອງປະເທດສະມາຊິກຕຳຫຼວດອາຊຽນ, ປະເທດຄູ່ເຈລະຈາ ແລະ ຜູ້ສັງເກດການ; ກອງປະຊຸມຫົວໜ້າຕຳ ຫຼວດອາຊຽນ ຄັ້ງທີ 41 ນີ້ ຈະປະສົບຜົນສຳເລັດອັນສຳຄັນ ໃນການແລກປ່ຽນຄວາມຄິດຄວາມເຫັນ, ປະສົບການ, ການວາງຍຸດທະສາດ ເພື່ອສະກັດກັ້ນ ແລະ ຕ້ານອາຊະຍາກຳຂ້າມຊາດໃນທຸກຮູບ ແບບ ເພື່ອເຮັດໃຫ້ພາກພື້ນຂອງພວກເຮົາ ມີສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຢ່າງແທ້ຈິງ.
ກອງປະຊຸມຕໍາຫຼວດອາຊຽນຄັ້ງທີ 41 ນີ້ ແມ່ນຈະດໍາເນີນໄປຈົນເຖີງວັນທີ 19 ຕຸລາ 2023.
ຂ່າວ: ຈັນທະສອນ ສີຫານາດ
ພາບ: ໄອຄຳ ຫນັງສືພິມປະເທດລາວ







