ກອງປະຊຸມອົງການປົກຄອງແຂວງຈຳປາສັກປະຈຳ 9 ເດືອນປີ 2021 ໄດ້ຈັດຂື້ນໃນຕອນເຊົ້າວັນທີ 12 ຕຸລາ 2021 ຢູ່ທີ່ສະໂມສອນຫຼັກ 4. ໂດຍມີການປະປະຕິບັດຖືກຕ້ອງຕາມມາດຕະການປ້ອງກັນການລະບາດພະຍາດໂຄວິດ 19 ຢ່າງເຂັ້ມງວດ.
ກອງປະຊຸມຄັ້ງນີ້ພາຍໃຕ້ການເປັນປະທານ ຂອງທ່ານ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງຈຳປາສັກ,ມີບັນດາທ່ານໃນຄະນະບໍລິຫານງານພັກແຂວງ ເລຂາພັກນະຄອນ, ເມືອງ, ເຈົ້າເມືອງ, ຫົວໜ້າພະແນກການກົມກອງ,ອົງການຈັດຕັ້ງອ້ອມຂ້າງແຂວງເຂົ້າຮ່ວມ.
ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກໄດ້ກ່າວວ່າ: ກອງປະຊຸມໃນຄັ້ງນີ້ກໍ່ເພື່ອເປັນການສະຫຼຸບ ແລະ ຕີລາຄາຄືນ ການຈັດຕັ້ງປະຕິບັດ ແຜນ ພັດທະນາ ເສດຖະກິດ-ສັງຄົມ ແລະ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 9 ເດືອນ ກໍານົດທິດທາງ 3 ເດືອນ ແລະ ຄາດຄະແນ່ ໝົດປີ 2021, ຕິດພັນກັບການແກ້ໄຂສະພາບການລະບາດຂອງພະຍາດ ໂຄວິດ-19 ແລະ ການຜັນຂະຫຍາຍ ວາລະແຫ່ງຊາດເປັນວາລະຂອງແຂວງໃນການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການແງິນ ແລະ ບັນຫາຢາເສບຕິດ. ຊຶ່ງ ໃນ ໄລຍະ 9 ເດືອນທີ່ຜ່ານມາ ເຖິງ ວ່າ ສະພາບ ສະພາບເສດຖະກິດໂລກ ແລະ ພາກພື້ນຂະຫຍາຍ ຕົວຊັກຊ້າ ບໍ່ແນ່ນອນ ຈຶ່ງບໍ່ເອື້ອອຳນວຍໃຫ້ແກ່ການ ພັດທະນາເສດຖະກິດສັງຄົມຢູ່ປະເທດເຮົາ ເທົ່າທີ່ຄວນ ບວກກັບສະພາບແວດ ລ້ອມ ພາຍ ນອກ ໄດ້ ມີ ການ ຜັນ ແປ ຢ່າງ ສັບສົນແລະ ມີ ຜົນ ກະທົບ ໃນຫຼາຍດ້ານ ໂດຍ ສະ ເພາະ ແມ່ນ ບັນຫາ ການແຜ່ລະບາດຂອງພະຍາດ ໂຄວິດ -19 ທີ່ໄດ້ສ້າງຜົນເສຍຫາຍອັນໃຫຍ່ຫຼວງ ຢູ່ໃນຫລາຍປະເທດສະເພາະຢູ່ແຂວງຈຳປາສັກ ອັນໄດ້ເຮັດໃຫ້ປະຊາຂົນ ຖືກຜົນກະທົບ ໂດຍສະເພາະການດຳລົງຊີວິດ ແລະ ການທຳມາຫາກິນ ເຮັດໃຫ້ສະພາບການພັດທະນາເສດຖະກິດຂອງແຂວງ ມີການຂະຫຍາຍຕົວບໍ່ໄປຕາມແຜນທີ່ກຳນົດໄວ້; ແຕ່ ພາຍ ໃຕ້ ການ ນຳພາ ຂອງ ພັກ-ລັດຖະບານ, ອົງການ ປົກຄອງ ແຂວງ ກໍ່ໄດ້ເອົາໃຈໃສ່ໃນການແກ້ໄຂ ແລະ ພ້ອມກັນໃນການແກ້ໄຂບັນເທົາທຸກຢ່າງບໍ່ຮູ້ອິດຮູ້ເມືອຍ ຍ້ອນຄວາມສາມັກຄີ ແລະ ເປັນຈິດໜຶ່ງ ໃຈດຽວກັນຂອງປະຊາຊົນຊາວ ແຂວງຈຳປາສັກ ອັນໄດ້ສ້າງໃຫ້ພາລະ ກິດ ປົກ ປັກ ຮັກສາ ແລະ ສ້າງສາ ປະ ເທດຊາດ ໄດ້ມີ ຜົນສຳ ເລັດ ອັນ ສຳຄັນ ຫຼາຍປະການ ແລະ ເຮັດ ໃຫ້ ແຂວງ ພວກ ເຮົາ ມີ ພື້ນຖານ ແລະ ທ່ວງທ່າ ໃໝ່ໃນການຂະຫຍາຍຕົວ ໄປຕາມ ທິດ ແລະ ຈຸດໝາຍ ທີ່ ວາງໄວ້, ໃນນັ້ນ ຜົນສຳ ເລັດ ອັນ ສຳຄັນ ແລະ ເປັນ ພື້ນຖານກວ່າ ໝູ່ ແມ່ນພວກ ເຮົາ ສາມາດ ປົກປັກ ຮັກສາ ຄວາມ ເປັນ ເອກະລາດ ອະທິປະ ໄຕ ແລະ ຜືນ ແຜ່ນດິນ ອັນຄົບ ຖ້ວນ ຂອງ ປະເທດຊາດ ໄວ້ຢ່າງໝັ້ນຄົງ, ລະບອບ ການເມືອງ ມີ ສະຖຽນ ລະພາບ ອັນໜັກ ແໜ້ນ, ສັງຄົມ ມີຄວາມ ສະຫງົບ ປອດໄພ ແລະ ມີຄວາມເປັນລະບຽບ ຮຽບຮ້ອຍ.
ໃນກອງປະຊຸມຄັ້ງນີ້ຍັງໄດ້ຟັງ:ການລາຍງານ ແລະ ປະກອບຄໍາເຫັນ ໃສ່ແຜນການກະກຽມຈັດຕັ້ງປະຕິບັດວາລະແຫ່ງຊາດຂອງແຂວງໃນການແກ້ໄຂບັນຫາຄວາມຫຸ້ຍງຍາກທາງດ້ານເສດຖະກິດ-ການເງິນ,ການສະກັດກັ້ນ,ຄວບຄຸມແລະແກ້ໄຂການລະບາດຂອງພະຍາດໂຄວິດ19 ແລະ ສະພາບການລະບາດຂອງພະຍາດລະດູການ,ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຊາຍແດນລາວ-ກຳປູເຈຍ,ຊາຍແດນລາວ-ໄທ,ແລະລາຍງານຜົນການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນໄລຍະປະຕິບັດມາດຕະການສະກັດກັ້ນ ແລະຕ້ານພະຍາດໂຄວິດ19 ແລະວຽກງານສຳຄັນອື່ນໆອີກ.
ເກດສະໜາ ແກ້ວສຸວັນນະແສງ


