ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 27 ເມສາ 2022 ສະ ຖາບັນການຕ່າງປະເທດ ໃນນາມປະທານໝູນວຽນຂອງເຄືອຂ່າຍຄັງປັນຍາອາຊີຕາເວັນອອກ ( Network of East Asia Think Tanks /NEAT ) ໄດ້ເປັນເຈົ້າພາບຈັດກອງປະຊຸມຜູ້ປະ ສານງານລະຫວ່າງປະເທດຂອງເຄືອຂ່າຍ ຫລື ເອີ້ນວ່າ NEAT Country Coordinators Meeting ຄັ້ງທີ 35 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານກ່າວເປີດຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະສະຖາບັນ, ຄະນະພະແນກ ແລະ ວິຊາການ ຈຳນວນ 20 ທ່ານ. ກອງປະຊຸມໄດ້ດຳເນີນໄປເປັນເວລາ ເຄິ່ງວັນ ໃນຮູບແບບກອງປະຊູມທາງໄກ (Zoom platform).
ການຈັດກອງປະຊຸມໃນຄັ້ງນີ້ແມ່ນເພື່ອຮັບຟັງ ແລະ ທົບທວນຄືນບັນດາກິດຈະກຳທີ່ໄດ້ຮັບການຈັດຕັ້ງປະຕິບັດໃນປີ 2021 ຜ່ານມາ, ພ້ອມທັງໄດ້ປຶກສາຫາລື ແລະ ຮັບຮອງເອົາຫົວຂໍ້ ແລະ ວັນເວລາການເປັນເຈົ້າພາບຈັດກອງປະຊຸມໜ່ວຍງານວິຊາການ (Working Group) ຂອງບັນດາປະເທດສະມາຊິກ ເຊິ່ງໃນປີ 2022 ມີ 6 ປະເທດທີ່ສະເໜີຂໍເປັນເຈົ້າພາບຈັດກອງປະຊຸມວິຊາການເຊັ່ນ: ສປ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ຟິລິບປິນ, ສສ ຫວຽດນາມ ແລະ ສປປ ລາວ ໂດຍແຕ່ລະຫົວຂໍ້ແມ່ນເນັ້ນໃສ່ການສົ່ງເສີມການຮ່ວມມືທາງດ້ານສາທາລະນະສຸກ ແລະ ທາງດ້ານເສດຖະກິດ ໂດຍສະເພາະ ການຟື້ນຟູເສດຖະກິດ ໃນທ່າມກາງການລະບາດຂອງພະຍາດໂຄວິດ-19 ແລະ ບັນຫາປີ່ນອ້ອມອື່ນໆ .
ໃນເວລາກ່າວເປີດກອງປະຊຸມຄັ້ງນີ້, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີການກະຊວງການຕ່າງປະເທດ ໄດ້ຊີ້ໃຫ້ເຫັນກ່ຽວກັບສະພາບຄວາມຫຍຸ້ງ ຍາກ, ຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຕໍ່ການພັດທະນາເສດຖະ ກິດ-ສັງ ຄົມ, ລະບົບສາທາລະນະສຸກ ກໍຄືຊີວິດການເປັນຢູ່ຂອງປະຊາຊົນທີ່ຕ້ອງປັບຕົວເຂົ້າກັບການດຳລົງຊີວິດແບບໃໝ່ (New Normal), ພ້ອມດຽວກັນນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກຂອງ NEAT ປະສານສົມທົບກັນໃນການລະດົມຄວາມຄິດ ເພື່ອສົ່ງເສີມການຮ່ວມມື ແລະ ຊອກຫາວິທີໃນການແກ້ໄຂບັນຫາຕ່າງໆ ເພື່ອຊ່ວຍພາກລັດຖະບານຮັບມື ແລະ ແກ້ໄຂບັນຫາດັ່ງກ່າວ. ທ່ານຍັງໄດ້ສະ ແດງຄວາມຊົມເຊີຍຕໍ່ຜົນງານ ແລະ ການປະກອບສ່ວນທີ່ສຳຄັນຂອງເຄືອຂ່າຍຄັງປັນຍາອາຊີຕາເວັນອອກໃນການແກ້ໄຂບັນຫາຕ່າງໆທີ່ພາກລັດຖະບານບໍ່ສາມາດແກ້ໄຂໄດ້, ເຊິ່ງບັນດາຂໍ້ສະເໜີແນະຈາກການຄົ້ນຄວ້າ, ວິໄຈຂອງບັນດາຜູ້ຊ່ຽວຊານ, ຜູ້ຊົງຄຸນວຸດທິລ້ວນແລ້ວແຕ່ມີປະໂຫຍດ. ໃນໂອກາດດຽວກັນນີ້, ຕາງໜ້າໃຫ້ NEAT ສປປ ລາວ ທ່ານ ສອນໄຊ ວັນນະໄຊ, ຮອງຫົວໜ້າສະຖາບັນການຕ່າງປະ ເທດ, ຜູ້ປະສານງານຂອງເຄືອຂ່າຍ NEAT ຝ່າຍລາວ ໄດ້ນຳສະເໜີເນື້ອໃນຂອງກອງປະຊຸມໜ່ວຍງານວິຊາການ ໃນຫົວຂໍ້ “ ການຟື້ນຟູການພັດທະນາເສດຖະ ກິດ-ສັງຄົມ ໃຫ້ມີຄວາມເຂັ້ມ ແຂງ, ຍືນຍົງ ແລະ ກວມລວມໃນທ່າມກາງການແຜ່ລະບາດຂອງພະຍາດໂຄວິດ-19 (Sustainable, Inclusive and resilient Socio-Economic Recovery and Growth in the Midst of Pandemic) ”. ນອກຈາກນັ້ນ, ກອງປະຊຸມຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບແຜນກິດຈະກຳຂອງເຄືອຂ່າຍຄັງປັນຍາອາຊີຕາເວັນອອກຢ່າງກົງໄປກົງມາ, ພ້ອມທັງຕົກລົງຈັດຂອບເວລາ (Timeline) ໃນການຈັດກອງປະຊຸມໜ່ວຍງານວິຊາ ການ (Working Group) ເພື່ອຈັດຕັ້ງປະຕິບັດໃຫ້ທັນຕາມກຳນົດເວລາ. ກອງປະຊຸມຍັງໄດ້ປຶກສາຫາລືຮ່າງບົດບັນທຶກຊ່ວຍຈໍາສະບັບສຸດທ້າຍ (Memorandum) ທີ່ຈະນຳສະເໜີຕໍ່ພາກລັດຖະບານພິຈາລະນາໃນກອງປະຊຸມສຸດຍອດຜູ້ນຳອາຊຽນ+3.
ໃນຕອນທ້າຍຂອງກອງປະຊຸມ, ທ່ານ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ ເຊິງເປັນຜູ້ນຳພາກອງປະຊຸມ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ບັນດາປະເທດສະມາຊິກອາຊຽນ ແລະ ປະເທດຄູ່ຮ່ວມເຈລະຈາ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ເອົາໃຈໃສ່ຮ່ວມກັນໃນການຈັດຕັ້ງປະຕິ ບັດແຜນວຽກໃຫ້ບັນລຸໄດ້ຕະ ຫຼອດໄລຍະການເປັນປະທານກອງປະຊຸມຂອງ ສປປ ລາວ ທ່າມກາງສະພາບຄວາມຫຍຸ້ງ ຍາກຂອງໂລກລະບາດ ທີ່ທົ່ວໂລກກໍາລັງປະເຊີນ ແລະ ຮັບມືຢູ່. ໃນໂອກາດນີ້, ບັນດາປະເທດສະມາຊິກ ໄດ້ສະແດງຄວາມໝັ້ນໝາຍທີ່ຈະໃຫ້ການຊ່ວຍເຫຼືອ ແລະ ເຊື່ອໝັ້ນວ່າພາຍໃຕ້ການເປັນປະທານ NEAT 2022 ຂອງສະຖາບັນການຕ່າງປະເທດ ບັນດາກິດຈະກໍາຕ່າງໆທີ່ໄດ້ຕົກລົງກັນຈະໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສຳເລັດ.
ຂ່າວ;ພາບ: ກົມການຂ່າວກະຊວງການຕ່າງປະເທດ