ໃນຕອນເຊົ້າວັນທີ 22 ກຸມພາ 2022 ທີ່ ກະຊວງການຕ່າງປະ ເທດ, ກົມເສດຖະກິດ ໃນຖານະກອງເລຂາແຫ່ງຊາດ ຂອງ ຂອບການຮ່ວມມືແອັກແມັກ ໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າ ທີ່ອາວຸໂສແອັກແມັກ ສະໄໝພິເສດ ຜ່ານລະບົບທາງໄກ ພາຍ ໃຕ້ການເປັນປະທານ ຂອງ ທ່ານ ກິ່ງໂພແກ້ວ ພົມມະຫາໄຊ, ຫົວ ໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ຫົວໜ້າເຈົ້າ ໜ້າທີ່ອາວຸໂສແອັກແມັກ ຂອງ ສປປ ລາວ, ໂດຍການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ອາວຸໂສແອັກແມັກ ແລະ ບັນດາກະຊວງຂະແໜງການກ່ຽວຂ້ອງ ຂອງ ປະເທດສະມາຊິກແອັກແມັກຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາ ລື ແລະ ທົບທວນຄືນ ການຈັດຕັ້ງຜັນຂະຫຍາຍຜົນຂອງກອງປະ ຊຸມເຈົ້າໜ້າທີ່ອາວຸໂສແອັກແມັກຄັ້ງຜ່ານມາ ໂດຍສະເພາະ ການສ້າງຕັ້ງກອງທຶນພັດທະນາແອັກແມັກ, ການຈັດຕັ້ງປະຕິບັດແຜນແມ່ບົດແອັກແມັກ, ການຮ່ວມມືກັບຄູ່ຮ່ວມພັດທະນາຂອງແອັກແມັກ ແລະ ທິດທາງການຮ່ວມມືໃນຕໍ່ຫນ້າຂອງຂອບການຮ່ວມມືແອັກແມັກ ແລະ ເພື່ອກະກຽມໃຫ້ແກ່ກອງປະຊຸມເຈົ້າໜ້າທີ່ອາວຸໂສແອັກແມັກ ແລະ ຄູ່ຮ່ວມ ພັດທະນາ. ພ້ອມນີ້, ກອງປະຊຸມໄດ້ຮັບຟັງການລາຍງານຜົນຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສການເງິນແອັກແມັກ ໂດຍສະເພາະຄວາມຄືບໜ້າ ການສ້າງຕັ້ງກອງທຶນພັດທະນາແອັກແມັກ ກໍ່ຄືຄວາມຄືບໜ້າ, ຂໍ້ຄົງຄ້າງ, ຂໍ້ສະເໜີ ແລະ ແກ້ໄຂ ກ່ຽວກັບ ກົນໄກການລະດົມທຶນຂອງແອັກແມັກ, ແນໃສ່ສົ່ງເສີມການຮ່ວມມືລະຫວ່າງປະເທດສະມາຊິກດ້ວຍກັນ ແລະ ການຊຸກຍູ້ສະໜັບ ສະ ໜູນຈາກ ບັນດາຄູ່ຮ່ວມພັດ ທະນາ.
ກອງປະຊຸມຄັ້ງນີ້ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ບົນພື້ນ ຖານໄມຕີຈິດມິດຕະພາບ ແລະ ສາມາດບັນລຸຕາມຈຸດປະສົງເປົ້າໝາຍທີ່ວາງໄວ້ ໂດຍສະເພາະການກະກຽມໃຫ້ແກ່ກອງປະຊຸມເຈົ້າໜ້າທີ່ອາວຸໂສແອັກແມັກ ແລະ ຄູ່ຮ່ວມພັດທະນາ ແລະ ການ ເປັນເຈົ້າພາບກອງປະຊຸມສຸດຍອດແອັກແມັກ ຄັ້ງທີ 10 ພາຍໃຕ້ການເປັນປະທານ ຂອງ ສປປ ລາວ ໃນປີ 2022 ໃນຖານະທີ່ ສປປ ລາວ ໄດ້ຮັບກຽດເປັນປະທານຂອບຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນໍ້າອີຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ (ແອັກແມັກ/ACMECS) ໃນໄລຍະປີ 2021-2022.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ
