ໃນຕອນເຊົ້າ ຂອງ ວັນທີ 30 ພະຈິກ 2021, ສປປ ລາວ ໃນຖານະເປັນປະເທດປະສານງານ ສໍາລັບ ພາກພື້ນອາຊີຕາເວັນອອກ ໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສ ເວທີປຶກສາຫາລື ອາຊີຕາເວັນອອກ ແລະ ອາເມລິກາລາຕິນ ຫຼື FEALAC ຄັ້ງທີ 21 (The 21st FEALAC Senior Officials’ Meeting) ດ້ວຍຮູບແບບທາງໄກ ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ກິ່ງໂພແກ້ວ ພົມມະຫາໄຊ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ ສປປ ລາວ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສ FEALAC ຂອງ ສປປ ລາວ ແລະ ທ່ານ ນາງ GISSELLE RODRÍGUEZ FLORIMÓN, ຫົວໜ້າກົມຮ່ວມມືຫຼາຍຝ່າຍ, ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ໂດມິນິກັນ, ຕາງໜ້າຫົວໜ້າເຈົ້າໜ້າທີ່ອາວຸໂສ FEALAC ຂອງ ສາທາລະນະລັດ ໂດມິນິກັັນ, ທັງເປັນປະເທດປະສານງານ ສໍາລັບ ພາກພື້ນອາເມລິກາລາຕິນ, ເຊິ່ງມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສ, ປະທານຮ່ວມ ຂອງ ໜ່ວຍງານບູລິມະສິດ ຂອງ FEALAC, ອົງການ UN ESCAP, UN ECLAC ແລະ ກອງເລຂາ FEALAC (FEALAC Cyber Secretariat)ພ້ອມດ້ວຍຄະນະຜູ້ແທນຈາກບັນດາປະເທດສະມາຊິກ FEALACເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອປຶກສາຫາລື ແລະ ທົບທວນຄືນການຈັດຕັ້ງປະຕິບັດກິດຈະກຳຕ່າງໆ ພາຍໃຕ້ກົນໄກການຮ່ວມມືດັ່ງກ່າວ ພາຍຫລັງກອງປະຊຸມລັດຖະມົນຕີຕ່າງປະເທດ FEALAC ຄັ້ງທີ 9 ໃນປີ 2019 ຜ່ານມາ ແລະ ກໍານົດແຜນການຮ່ວມມືໃນຕໍ່ໜ້າ, ໂດຍສະເພາະ ໄດ້ຮ່ວມກັນປຶກສາຫາລື ກ່ຽວກັບ ຮ່າງເອກະສານແນວຄວາມຄິດ ວ່າດ້ວຍ ການໝູນວຽນກັນເປັນປະເທດປະສານງານຕາມຕົວສອນພາສາອັງກິດ (Draft Note on Rotating Mechanism of FEALAC Regional Coordinators) ທີ່ຮ່າງຂຶ້ນໂດຍ ສປປ ລາວ ແລະ ໄດ້ປຶກສາຫາລື ກ່ຽວກັບ ການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດ FEALAC ຄັ້ງຕໍ່ໄປ. ພ້ອມດຽວກັນນັ້ນ, ກອງປະ ຊຸມດັ່ງກ່າວ ຍັງໄດ້ຮັບຟັງການລາຍງານຜົນການເຄື່ອນໄຫວກິດຈະກໍາ ຂອງ ໜ່ວຍງານວິຊາການ ໃນ 4 ຂະແໜງການບູລິມະສິດ ຄື: 1) ໜ່ວຍງານການຮ່ວມມືດ້ານສັງຄົມ-ການເມືອງ ແລະການພັດທະນາແບບຍືນຍົງ; 2) ໜ່ວຍງານການຮ່ວມມືດ້ານການຄ້າ, ການລົງທຶນ, ການທ່ອງ ທ່ຽວ, ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງ; 3) ໜ່ວຍງານການຮ່ວມມືດ້ານວັດທະນະທໍາ, ຊາວໜຸ່ມແລະ ກິລາ; 4) ໜ່ວຍງານການຮ່ວມມືດ້ານວິທະຍາສາດ,ເຕັກໂນໂລຊີ, ນະວັດຕະກໍາແລະການສຶກສາ, ລວມທັງ ໄດ້ຮັບຟັງການລາຍງານ ຂອງ ຄະນະກຳມະການກອງທຶນ FEALAC ແລະ ກອງເລຂາ FEALAC.
FEALAC ໄດ້ສ້າງຕັ້ງຂຶ້ນໃນປີ 1999, ເຊິ່ງ ສປປ ລາວ ໄດ້ເຂົ້າຮ່ວມເປັນປະເທດກໍ່ຕັ້ງເວທີປຶກສາຫາລືດັ່ງກ່າວ. ປະຈຸບັນ, FEALAC ປະກອບມີ 36 ປະເທດສະ ມາຊິກ, ເຊິ່ງໃນນັ້ນ ພາກພື້ນອາຊີຕາເວັນອອກ ມີ 16 ປະເທດ ລວມມີ 10 ປະເທດອາຊຽນ, ອົດສະຕາລີ, ສປ.ຈີນ, ຢີ່ປຸ່ນ, ສ.ເກົາຫຼີ, ນິວຊີແລນ ແລະ ມົງ ໂກລີ, ສ່ວນພາກພື້ນອາເມລິກາລາຕິນ ມີ 20 ປະເທດ ລວມມີ ອາກຊັງຕິນ, ໂບລີວີ, ບຣາຊິນ, ຊີເລ, ໂກໂລມບີ, ໂກສະຕາຣິກາ, ກູບາ, ໂດມິນິກັນ, ເອກວາດໍ, ແອນຊານວາດໍ, ກົວເຕມາລາ,ຮົງດູຣັດ, ເມັກຊິກ,ນິກາຣາກວາ, ປານາມາ, ປຣາກວາຍ, ເປຣູ, ຊູຣິນາມ, ອູຣູກວາຍ ແລະ ເວເນຊູເອລາ.ກອງປະຊຸມເຈົ້າໜ້າທີ່ອາວຸໂສ FEALAC ແມ່ນກອງປະຊຸມທີ່ຖືກຈັດຂຶ້ນໃນແຕ່ລະປີ ໂດຍປະເທດປະສານງານຂອງສອງພາກພື້ນ ແມ່ນພັດປ່ຽນກັນເປັນເຈົ້າພາບຈັດ ແລະ ເປັນປະທານຮ່ວມກອງປະຊຸມດັ່ງກ່າວ.

