ໃນຕອນບ່າຍຂອງວັນທີ 25 ຕຸລາ 2023 ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ສະຫຼຸບຜົນຂອງການເຄື່ອນໄຫວວຽກງານຢູ່ໂຮງຮຽນຂຸນສານແຫ່ງຊາດ ຝຣັ່ງ ລະຫວ່າງວັນທີ 11-15 ກັນຍາ 2023 ທີ່ຜ່ານມາ, ກ່ຽວກັບການເຝຶກອົບຮົມວິ ຊາຊີບຍຸຕິທໍາ. ໂດຍການການເປັນປະທານຂອງທ່ານ ເກດສະໜາ ພົມມະຈັນ ຮອງລັດຖະມົນຕີກະຊວງຍຸຕິທໍາ, ທ່ານ ດຸຍປ໋ອກ ຜູ້ອໍານວຍການອົງການຝຣັ່ງເພື່ອການພັດທະນາ ປະຈໍາ ສປປ ລາວ, ມີຜູ້ຕ່າງໜ້າຈາກກະຊວງຍຸຕິທໍາ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ສະຖາບັນຍຸຕິທໍາແຫ່ງຊາດ, ສະພາທະນາຍຄວາມແຫ່ງ ສ ປປລາວ, ສະຖາບັນຄົ້ນຄ້ວາ ແລະ ຝຶກອົບຮົມ ຂອງ ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ເຂົ້າຮ່ວມທັງໝົດຈໍານວນ 21 ທ່ານ, ຍິງ 10 ທ່ານ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສະຫຼຸບຜົນຂອງທັດສະນະສຶກສາຂອງຄະນະຜູ້ແທນລາວ ທີ່ໂຮງຮຽນຂຸນສານແຫ່ງ ຊາດຝຣັ່ງ ກ່ຽວກັບວຽກງານຝຶກອົບຮົມວິຊາຊີບຍຸຕິທໍາ ໃນລະ ຫວ່າງວັນທີ 09-16 ກັນຍາ 2023 ທີ່ຜ່ານມາ, ເພື່ອກະກຽມຮ່າງບົດບັນທຶກຄວາມເຂົົ້າໃຈວ່າດ້ວຍການຮ່ວມມື ລະຫວ່າງ ໂຮງຮຽນຂຸນສານແຫ່ງຊາດຝຣັ່ງ ແລະ ໂຄງການການໃຫ້ບໍລິການທາງດ້ານກົດໝາຍ ແລະ ການເສີມຂະຫຍາຍຂີດຄວາມສາມາດໃຫ້ແກ່ສະຖາບັນເຝິກອົບຮົມ ທາງດ້ານຍຸຕິທໍາ ຢູ່ ສ ປປ ລາວ.
ໃນໂອກາດນີ້ ທ່ານ ເກດສະໜາ ພົມມະຈັນ ກໍໄດ້ກ່າວສະແດງຄວາມຊົມເຊີຍ ພ້ອມທັງຕີລາ ຄາສູງຕໍ່ ອົງການຝຣັ່ງເພື່ອການພັດທະນາ ທີ່ໄດ້ນໍາພາຄະນະເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ແລະ ສະ ແດງຄວາມຂອບໃຈມາຍັງອົງການດັ່ງກ່າວ ກໍຄືລັດຖະບານ ແລະ ປະຊາຊົນຝຣັ່ງ ທີ່ໄດ້ໃຫ້ການສະໜັບສະໜູນທາງດ້ານທຶນຮອນ ແລະ ວິຊາການໃຫ້ແກ່ການພັດທະນາຂະແໜງການຂອງກົດໝາຍ ແລະ ວຽກງານຍຸຕິທໍາຂອງສປປລາວໃນໄລຍະຜ່ານມາ ແລະ ຈະໄດ້ຮັບການຊ່ວຍເຫຼືອສະໜັບສະໜູນຂະແໜງກົດໝາຍ ແລະ ວຽກງານຍຸຕິທໍາຂອງສປປລາວ ໃຫ້ມີບາດກ້າວຂະຫຍາຍ ຕົວເປັນຮູບປະທໍາຍິ່ງຂຶ້ນ.
ພາບ-ຂ່າວ: ໄຊຍະສິດ




