ກອງປະຊຸມເຜີຍແຜ່ປະຈຳປີຄັ້ງທີ່ 2 ກ່ຽວກັບວຽກງານຖານຂໍ້ມູນຂ່າວສານແຫ່ງຊາດ ດ້ານໂພຊະນາການ ຈັດຂຶ້ນໃນ ໃນຕອນເຊົ້າ ວັນທີ 10 ກຸມພາ 2021 ທີ່ ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການ ເປັນປະທານຮ່ວມຂອງ ທ່ານນາງ ສີສົມບູນ ອຸນາວົງ, ຫົວໜ້າກົມພົວພັນສາກົນ, ກະຊວງແຜນການ ແລະ ການລົງທຶນ, ທ່ານ Vincent VIRE, ຫົວໜ້າຝ່າຍຮ່ວມມື, ສະຫະພາບເອີຣົບ ປະຈຳ ສປປ ລາວ, ທ່ານ ນາງ ດຣ. ເພຍ ເຣເບນໂລ ບຣິໂຕ, ຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ ມີເອກອັກຄະລັດ ຖະທູດແຫ່ງຣາຊະອານາຈັກອັງກິດ ປະຈໍາລາວ ພ້ອມດ້ວຍວິຊາການ ແລະຜູ້ແທນແຂວງຕ່າງໆ ທົ່ວປະເທດເຂົ້າຮ່ວມ.
ທ່ານນາງ ສີສົມບູນ ອຸນາວົງ, ຫົວໜ້າກົມພົວພັນສາກົນ, ກະຊວງແຜນການ ແລະ ການລົງທຶນ ທັງເປັນ ປະທານຄະນະກຳມະການທີ່ປຶກສາ ຂອງວຽກງານຖານຂໍ້ມູນຂ່າວສານແຫ່ງຊາດ ດ້ານໂພຊະນາການ ກ່າວວ່າ: ເພື່ອຕອບສະໜອງຄວາມຕ້ອງການດ້ານໂພຊະນາການ ຂອງແມ່ຍິງ ແລະ ເດັກໃນປະເທດ, ການມີຂໍ້ມູນທີ່ເປັນຫຼັກຖານທີ່ຊ່ວຍສະໜັບສະໜູນການຈັດຕັ້ງ ແລະວາງແຜນນະໂຍບາຍ ແມ່ນສິ່ງທີ່ຂາດບໍ່ໄດ້. ກອງປະຊຸມໃນມື້ນີ້ເປັນໂອກາດທີ່ສຳຄັນຫຼາຍຂອງພວກເຮົາໃນການແລກປ່ຽນ ຂໍ້ມູນທີ່ເປັນຫຼັກຖານ ແລະ ຜົນການຄົ້ນຄວ້າຫລ້າສຸດ, ເຊິ່ງຈະເປັນປະໂຫຍດຫຼາຍ ຕໍ່ຜູ້ອອກນະໂຍບາຍ, ລວມທັງບັນດາຄູ່ຮ່ວມພັດທະນາ, ໃນການຮັບມືກັບຄວາມທ້າທາຍດ້ານໂພຊະນາການໃນລາວ. ທ່າມກາງສະພາບການແຜ່ລະບາດຂອງພະຍາດ ໂຄວິດ-19, ຄາດວ່າຂໍ້ມູນນີ້ຈະມີປະໂຫຍດຕໍ່ວຽກງານໂພຊະນາການ ແລະ ການຄໍ້າປະກັນດ້ານສະບຽງອາຫານ. ເປົ້າໝາຍສຳຄັນຂອງ ໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ ແມ່ນການເປີດຕົວ ກະດານຂ່າວອອນລາຍ ແລະ ຖານຂໍ້ມູນແຫ່ງຊາດດ້ານໂພຊະນາການ, ເຊິ່ງໄດ້ພັດທະນາຂຶ້ນເພື່ອສົ່ງເສີມຄວາມອາດສາມາດ ຂອງລັດຖະບານແຫ່ງ ສປປ ລາວ ໃນການຕິດຕາມກວດກາຄວາມຄືບໜ້າ ແລະ ຜົນໄດ້ຮັບຂອງວຽກງານໂພຊະນາການ ທັງໃນລະດັບສູນກາງ ແລະ ທ້ອງຖິ່ນ, ພ້ອມທັງຊ່ວຍສ້າງຄວາມເຂັ້ມແຂງໃນການຕິດຕາມຕົວຊີ້ວັດຂອງເປົ້າໝາຍ ການພັດທະນາແບບຍືນຍົງ ທີ່ກ່ຽວພັນກັບວຽກງານໂພຊະນາການ. ເຖິງວ່າເວັບໄຊ້ທີ່ສະແດງກະດານຂ່າວ ແລະຖານຂໍ້ມູນ ທີ່ສ້າງຂຶ້ນເພື່ອເປັນເຄື່ອງມືໃຫ້ແກ່ຜູ້ອອກນະໂຍບາຍ ພາຍໃນລັດຖະບານ ແລະບັນດາຄູ່ຮ່ວມພັດທະນາກໍ່ຕາມ, ແຕ່ວ່າປະຊາຊົນທົ່ວໄປກໍ່ສາມາດເຂົ້າເຖິງ ກະດານຂ່າວ ແລະຖານຂໍ້ມູນນີ້ໄດ້ເຊັ່ນກັນ ເນື່ອງຈາກເປັນເວັບໄຊ້ເປີດhttps://nipn.lsb.gov.la
ດຣ. ເພຍ ເຣເບນໂລ ບຣິໂຕ ຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ກ່າວວ່າ: ການເພີ່ມການສະໜອງທຶນຈາກລັດຖະບານຈະຮັບປະກັນ ຄວາມຍືນຍົງຂອງວຽກງານໂພຊະນາການໃນປະເທດ. ໃນຂະນະທີ່ການຮຽກຮ້ອງໃຫ້ເພີ່ມທຶນສະໜັບສະໜູນຈາກລັດຖະບານໃນວຽກງານໂພຊະນາການ ຍັງມີຄວາມຈຳເປັນຕ້ອງປັບປຸງສາລະບັນບັນຊີ ເພື່ອຮອງຮັບວຽກງານດ້ານໂພຊະນາການອີກດ້ວຍ, ເຊິ່ງຈະຊ່ວຍປັບປຸງການຕິດຕາມ ການຈັດສັນຊັບພະຍາກອນ ແລະ ການໃຊ້ຈ່າຍໃນວຽກງານໂພຊະນາການໃນປະເທດ.
ໂຄງການສ້າງຖານຂໍ້ມູນແຫ່ງຊາດດ້ານໂພຊະນາການ ແມ່ນໂຄງການລິເລີ່ມສາກົນຂອງ ຄະນະກຳມະທິການເອີຣົບ ໂດຍໄດ້ຮັບການສະໜັບສະໜູນຈາກ ກະຊວງການຕ່າງປະເທດ ແລະ ພັດທະນາສາກົນຂອງລັດຖະບານແຫ່ງສະຫະຣາຊະອານາຈັກອັງກິດ ຮ່ວມກັບມູນນິທິ ບິວ ແລະ ເມລິນດາເກດ. ປະຈຸບັນ ສປປ ລາວ ແມ່ນໜຶ່ງໃນ 9 ປະເທດໃນໂລກ ທີ່ໄດ້ຈັດຕັ້ງປະຕິບັດວຽກງານຖານຂໍ້ມູນແຫ່ງຊາດດ້ານໂພຊະນາການ. ການລິເລີ່ມນີ້ ແມ່ນສ່ວນໜຶ່ງທີ່ສຳຄັນຂອງແຜນງານໂພຊະນາການ ຂອງລັດຖະບານແຫ່ງ ສປປ ລາວ, ເຊິ່ງຮ່ວມສະໜັບສະໜູນໂດຍສະຫະພາບເອີຣົບ ແລະ ອົງການຢູນິເຊັບ.





ທ່ານ ຈອນ ເພຍຊັນ, ເອກອັກຄະຣາຊະທູດ ສະຫະລາຊະອານາຈັກອັງກິດປະຈຳ ສປປ ລາວ, ໄດ້ກ່າວຍ້ອງຍໍຊົມເຊີຍລັດຖະບານແຫ່ງ ສປປ ລາວ ທີ່ໄດ້ຊີ້ນຳ ແລະເປັນເຈົ້າການ ໃນການຈັດຕັ້ງປະຕິບັດ ໂຄງການ ສ້າງຖານຂໍ້ມູນແຫ່ງຊາດດ້ານໂພຊະນາການໃນ ສປປ ລາວ. ສະຫະຣາຊະອານາຈັກອັງກິດ ມີຄວາມປິຕິຍິນດີທີ່ໄດ້ມີສ່ວນຮ່ວມ ໃນໂຄງການລິເລີ່ມນີ້ ເຊິ່ງເປັນການປະກອບສ່ວນເຂົ້າໃນການເສີມສ້າງ ຄວາມເຂັ້ມແຂງໃຫ້ແກ່ການເກັບກຳ, ວິເຄາະ ແລະ ນຳໃຊ້ຂໍ້ມູນດ້ານໂພຊະນາການໃນການວາງນະໂຍບາຍ. ພວກເຮົາຫວັງວ່າ ຈະໄດ້ມີສ່ວນຮ່ວມຫຼາຍຂຶ້ນໃນວຽກງານໂພຊະນາການໃນລາວ ເພື່ອຮັດແໜ້ນການຮ່ວມມືທາງດ້ານໂພຊະນາການ.”
ໃນກອງປະຊຸມ ຜູ້ແທນຍັງໄດ້ຮັບຟັງບົດລາຍງານ ແລະ ການສຳຫຼວດຈຳນວນໜຶ່ງ ເຊັ່ນ: ບົດລາຍງານ ກ່ຽວກັບສິ່ງກີດຂວາງການເຂົ້າເຖິງການບໍລິການດ້ານໂພຊະນາການໃນຂັ້ນຊຸມຊົນ ເຊິ່ງໄດ້ປະເມີນ ຂໍ້ຈຳກັດຕ່າງໆທີ່ເຮັດໃຫ້ຊຸມຊົນບໍ່ສາມາດເຂົ້າເຖິງ ການບໍລິການດ້ານໂພຊະນາການ ແລະ ສະໜອງ ຂໍ້ແນະນໍາທີ່ຈະເພີ່ມລະດັບການເຂົ້າເຖິງ ແລະ ການຍອມຮັບການບໍລິການດ້ານໂພຊະນການໃຫ້ຫຼາຍຂຶ້ນ; ເຊິ່ງເປັນພື້ນຖານໃນການຈັດຕັ້ງປະຕິບັດແຜນປະຕິບັດງານແຫ່ງຊາດ ດ້ານໂພຊະນາການ. ນອກຈາກນັ້ນ, ຍັງໄດ້ຮັບຟັງການນຳສະເໜີຜົນໄດ້ຮັບເບື້ອງຕົ້ນຂອງການສໍາຫຼວດການບໍລິໂພກ ແລະ ການໃຊ້ຈ່າຍຂອງຄົວເຮືອນ ແລະ ທົບທວນແຜນການຄິດໄລ່ມູນຄ່າຂອງ ແຜນປະຕິບັດງານແຫ່ງຊາດດ້ານໂພຊະນາການ.
ພ້ອມກັນນັ້ນ, ຜູ້ແທນກອງປະຊຸມຍັງໄດ້ປະກອບຄໍາຄິດຄໍາເຫັນເຂົ້າໃສ່ບົດລາຍງານ ຄວາມຄືບໜ້າຂອງການ ຈັດຕັ້ງປະຕິບັດໂຄງການສ້າງຖານຂໍ້ມູນຂ່າວສານ ແຫ່ງຊາດ ດ້ານໂພສະນາການ, ຜົນສະທ້ອນທາງດ້ານເສດຖະກິດຈາກການຂາດສານອາຫານໃນ ສປປ ລາວ, ປັດໃຈຂອງການຂາດອາຫານຊໍ້າເຮື້ອແບບລວງສູງບໍ່ໄດ້ມາດຕະຖານໃນ ສປປ ລາວ ແລະສະຫລຸບຜົນຂອງກອງປະຊຸມເພື່ອລາຍງານຕໍ່ກອງປະຊຸມແຫ່ງຊາດດ້ານໂພສະນາການຄັ້ງທີ 6 ກອງປະຊຸມຄັ້ງນີ້ດໍາເນີນແຕ່ວັນທີ 10-12 ກຸມພາ 2021.