ໄດ້ຈັດຂື້ນໃນຄັ້ງວັນທີ 2 ກຸມພາ 2021, ທີ່ເມືອງລະຄອນເພັງ, ແຂວງສາລະວັນ, ໂດຍພານໃຕ້ ປະທານຂອງ ພັນເອກ ພູວັນ ພີມມະຈັນ ຄະນະປະຈໍາພັກແຂວງ- ຜູ້ຊີ້ນໍາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ທັງເປັນ ຜູ້ຊີ້ນໍາ ເມືອງລະຄອນເພັງ, ມີທ່ານ ທອງດີ ຈັນທະວົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງລະຄອນເພັງ ພ້ອມດ້ວຍ ຮອງເລຂາພັກເມືອງ, ຄະນະປະຈໍາພັກເມືອງ, ກຳມະການພັກເມືອງ ແລະ ອະນຸກຳມະການບັ້ນເລືອກຕັ້ງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ທອງດີ ຈັນທະວົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງລະຄອນເພັງ ກໍ່ໄດ້ລາຍງານ ວຽກງານການກະກຽມບັ້ນເລືອກຕັ້ງສະມາຊິສະພາແຫ່ງຊາດຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີII, ທີ່ຈະເປີດຂື້ນໃນວັນທີ 21ກຸມພາ 2021 ທີ່ຈະມາເຖີງໃນອິກບໍ່ດົນນີ້, ໃນນີ້ທ່ານໄດ້ລາຍງານ ໃຫ້ຮູ້ເຖີງຜົນສຳເລັດໃນບາດກ້າວທີ1ແລະ ບາດກ່າວທີ 2 ກໍ່ຄື ສະພາບລວມຂອງເມືອງ, ເຊີ່ງໄດ້ແຕ່ງຕັ້ງອະນຸກຳມະການຊ່ວຍວຽກຂັ້ນເມືອງປະກອບມີ 5ອະນຸກຳມະການເປັນຕົ້ນ ອະນຸກຳມະການເລຂານຸການ, ໂຄງປະກອບ-ບຸກຄະລາກອນ, ໂຄສະນາປຸກລະດົມຂະບວນການ, ອະນຸປ້ອງການຊາດປ້ອງຊາດ-ປ້ອງການຄວາມສະຫົງບ ແລະ ອະນຸກຳມະການຕ່າງໆ, ຄະນະກຳມະການເລືອກຕັ້ງຂັ້ນເມືອງມີ 16ທ່ານ, ຍີງ 3ທ່ານ ແລະ ຄະນະປະຈໍາການ, ຄະນະກຳມະການເລືອກຕັ້ງຂັ້ນເມືອງ 7ທ່ານ, ອະນຸກຳມະການຊ່ວຍວຽກ 84ທ່ານ, ຍີງ 7ທ່ານ, ຄະນະຮັບພິຊອບຫີບບັດ 540ທ່ານ, ໜ່ວຍງານປ້ອງ ກັນຫີບບັດ 270ທ່ານ, ເມືອງລະຄອນເພັງ ມີຈໍານວນພົນທັງໝົດ 54,433ຄົນ, ຍີງ 27,190ຄົນ, ໃນນັ້ນຜູ້ມີສິດ ປ່ອນບັດ ເລືອກຕັ້ງຕາມປື້ມສໍາມະໂນຄົວຕົວຈີງໃນເບື້ອງຕົ້ນມີ 23, 847ຄົນ, ມີໜ່ວຍປ່ອນບັດທົ່ວເມືອງມີ54ໜ່ວຍ, ຫິບບັດສະມາຊິສະພາແຫ່ງຊາດຊຸດທີ IX ມີ 54ໜ່ວຍ ແລະ ຫິບບັດ ສະມາຊິກສະພາປະຊາຊົນແຂວງ ຊຸດທີII ມີ 54ໜ່ວຍ ລວມທັງໝົດມີ108ໜ່ວຍ.
ຕອນທ້າຍກ້ອງປະຊຸມ ປະທານກໍ່ໄດ້ໂອ້ລົມ ກ່ອນອື່ນທ່ານກໍ່ໃດ້ຍ້ອງຍອງຊົມເຊີຍຕໍ່ຄະນະກຳມະການກະກຽມບັ້ນເລືອກຕັ້ງ ທີ່ມີຫຼາຍໜ້າວຽກໄດ້ສຳເລັດ ແລະ ທ່ານ ຍັງໄດເໜັ້ນໜັ້ກຈົ່ງເພີ້ມທະວີເອົາໃຈໃສເຂັ້ມງວດກໍ່ຄື:
1). ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕາມທົ່ວເມືອງ.
2). ຕ້ອງກຳແໜ້ນສະພາບລວມ, ແຕ່ລະຈຸດສຸມບ້ານ, ຫັນກຳລັງລົງສູ່ປະຊາຊົນ ເພື່ອໂຄສະນາປຸກລະດົມໃຫ້ປະຊາຊົນເຂົ້າໃຈຕໍ່ບັ້ນເລືອກຕັ້ງ.
3). ກຳແໜ້ນເປົ້າໝາຍເຄື່ອນໄຫວຂອງບຸກຄົນ, ພ້ອມທັງຕິດຕາມປະກົດການຫຍໍ້ທໍ້ພາຍໃນພື້ນຖານ, ການດໍາລົງຊິວິດຂອງປະຊາຊົນຕໍ່ການລັກລອບ, ຄ້າຂາຍເທື່ອ ແລະ ການຂາມມາຂອງແຮງງານລຽບຕາມບໍລິເວນຊາຍແດນ, ພ້ອມທັງຕິດຕາມກວດກາເພົ່າລະວັງ ພະຍາດໂຄວິດ19.
4). ກວດຄືນໃນການຕິດປ້າຍຢາຍຄໍາຂວັນປະດັບປະດາ ຕາມຈຸດທີ່ສຳຄັນ, ພ້ອມທັງຊຸກຍູ້ແຂ່ງຂັນດ້ານການຄ້າ, ການປູກການລ້ຽງ, ເພື່ອແຂ່ງຂັນລະຫວ່າງເມືອງຕໍ່ເມືອງໃນແຕ່ລະດ້ານ, ເພື່ອກະກຽມໃສ່ບັ້ນເລືອກຕັ້ງໃຫ້ໄດ້ຮັບດີ 300%


ຂ່າວ,ພາບ. ສຸກໄຊ ມະໂນທໍາ ຫ້ອງການ ຖວທ ເມອງລະຄອນເພັງ.