ວັນທີ 20 ເມສາ 2022 ຢູ່ທີ່ສູນຝຶກອົມຮົມການທ່ອງທ່ຽວພະແນກ ຖວທ ແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມທາງໄກຜ່ານແຜນຍຸດທະສາດການທ່ອງທ່ຽວຂອງ ສປປ ລາວ, ເຂົ້າຮ່ວມມີທ່ານ ນາງ ພອນມະລີ ອີນທະພົມ ຫົວໜ້າກົມພັດທະນາການທ່ອງ ທ່ຽວ ກະຊວງ ຖວທ, ມີທ່ານ ສົມສະຫວາດ ນາມອີນທາ ຮອງຫົວໜ້າພະແນກ ຖວທ ແຂວງຫຼວງນໍ້າທາ, ມີຫົວໜ້າກົມ-ຮອງຫົວໜ້າກົມ, ຫົວໜ້າພະແນກ- ຮອງຫົວໜ້າພະແນກທົ່ວປະ ເທດ,ນັກທຸລະກິດປະກອບການດ້ານການທ່ອງທ່ຽວ ແລະ ພະ
ນັກງານວິຊາການເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການເຜີຍແຜ່ສະພາບລວມຂອງແຜນພັດທະນາການທ່ອງທ່ຽວ – ນະ ໂຍບາຍ, ຈຸດພິເສດ ແລະ ທ່າແຮງດ້ານການທ່ອງທ່ຽວ – ສະຫຼູບການພັດທະນາວຽກງານການທ່ອງທ່ຽວ 5 ປີ (2016-2020), ການວິເຄາະຈຸດດີ, ຈຸດອ່ອນ, ໂອກາດ ແລະ ສິ່ງທ້າທາຍ – ການວິເຄາະກະແສນັກທ່ອງທ່ຽວ ໃນ 5 ປີຕໍ່ໜ້າ, ແຜນພັດທະນາການທ່ອງທ່ຽວ 5 ປີ(2021-2025) – ວິໄສທັດ 5 ປີ(2021-2025), ເປົ້າໝາຍ, ຄາດໝາຍຕົ້ນຕໍ , ແຜນວຽກຈຸດສຸມ ແລະ ໂຄງການບູລິມະສິດ, ກົນໄກ, ມາດຕະການ ແລະ ການຕິດຕາມກວດກາ – ປະເມີນຜົນການຈັດຕັັ້ງປະຕິບັດແຜນ 5 ປີ – ທິດທາງແຜນການໃນຕໍ່ໜ້າ ເພື່ອຜັນຂະຫຍາຍ ແຜນພັດທະນາການທ່ອງທ່ຽວ 5 ປີ ສະພາບການທ່ອງທ່ຽວສາກົນຍັງມີ ທ່າອ່ຽງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ແຂງແຮງ ໂດຍສະເພາະແມ່ນຕະຫຼາດທີ່ມີກໍາລັງຈ່າຍປານກາງຂຶື້ນໄປໃນແຕ່ລະພາກພື້ນ ອັນເນື່ອງມາຈາກຫຼາຍສາເຫດຕົ້ນຕໍຄື: ຫຼາຍປະ ເທດໄດ້ນໍາໃຊ້ເຕັກໂນໂລຊີ ເຂົ້າ ມາໃນວຽກງານການທ່ອງທ່ຽວ ເຮັດໃຫ້ນັກທ່ອງທ່ຽວຮັບຮູ້ຂໍ້ມູນຂ່າວສານ ແລະ ສາມາດຊື້ລາຍ ການທ່ອງທ່ຽວໄດ້ໄວ ແລະ ສະ ດວກກວ່າເກົ່າ; ຫຼາຍປະເທດມີຮູບແບບທຸລະກິດແບບໃຫມ່, ອໍານວຍຄວາມສະດວກໃນການເຂົ້າ-ອອກປະເທດ ລວມທັງການອໍານວຍຄວາມສະດວກດ້ານວິຊາ ຈຶີ່ງເຮັດໃຫ້ນັກທ່ອງທ່ຽວສາກົນເດີນທາງເຂົ້າມາທ່ອງທ່ຽວຫຼາຍຂຶື້ນ. ໃນປີ 2016 ຈໍານວນນັກທ່ອງທ່ຽວມີ 1.235 ລ້ານເທື່ອຄົນ, ສ້າງລາຍຮັບໄດ້ 1.220 ຕື້ໂດລາສະຫະລັດປີ 2017 ຈໍານວນນັກທ່ອງທ່ຽວມີ 1.332 ລ້ານເທື່ອຄົນ, ສ້າງລາຍຮັບໄດ້ 1.350 ຕື້ໂດລາສະຫະລັດ, ປີ 2018 ຈໍານວນນັກທ່ອງທ່ຽວມີ 1.407 ລ້ານເທື່ອຄົນ, ສ້າງລາຍຮັບໄດ້1.462 ຕື້ໂດລາສະຫະລັດ, ປີ 2019 ຈໍານວນນັກທ່ອງທ່ຽວມີ 1.461 ລ້ານເທື່ອຄົນ, ສ້າງລາຍຮັບໄດ້ 1.500 ຕື້ໂດລາສະຫະ ລັດ. ໃນທ້າຍປີ 2019 ຫາ 2020 ອັດຕາຂອງນັກທ່ອງທ່ຽວສາກົນມີ ທ່າອ່ຽງຫຼຸດລົງຍ້ອນມີ ຫຼາຍປັດໄຈກະທົບຕໍ່ການຕັດສິນໃຈຂອງນັກທ່ອງທ່ຽວ ເຊັ່ນ: ສະພາບຄວາມບໍ່ສະຫງົບທາງດ້ານການເມືອງ, ສະພາບທົດຖອຍທາງດ້ານເສດຖະກິດ ແລະ ພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ (ໂຄວິດ-19) ເປັນຕົ້ນ. ອີງຕາມຂໍ້ມູນຈາກອົງການທ່ອງທ່ຽວໂລກ ໃນປີ 2020 ຈໍານວນນັກທ່ອງທ່ຽວໃນທົ່ວໂລກຫຼຸດລົງຢູ່ໃນລະດັບ 74% ຫຼື ຫຼຸດລົງຈາກ 1.5 ຕື້ເທື່ອຄົນໃນປີ 2019 ມາເປັນ 381 ລ້ານເທື່ອຄົນ, ສູນເສຍລາຍຮັບຈາກການທ່ອງທ່ຽວປະມານ 1.3 ພັນຕື້ໂດລາສະຫະລັດ; ໃນນີ້ເຂດອາຊີປາຊິຟິກຫຼຸດລົງ 84% ຫຼື ຫຼຸດລົງຈາກ 630 ລ້ານເທື່ອຄົນ ມາເປັນ 57 ລ້ານເທື່ອຄົນ.
ກອງປະຊຸມຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດເຫັນເຂົ້າໃນແຜນຍຸດທະສາດການທ່ອງທ່ຽວຂອງ ສປປ ລາວເພື່ອຮອງຮັບເອົານັກທ່ອງທ່ຽວເຂົ້າມາທ່ອງທ່ຽວຢູ່ ສປປ ລາວຫຼາຍຂື້ນ.
ຂ່າວ: ມຸນຕີ

