ໃນວັນທີ 21 ກັນຍາ 2022, ທີ່ ນະຄອນປາກເຊ, ແຂວງ ຈໍາປາສັກ, ກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່, ການຈັດຕັ້ງປະຕິບັດວຽກງານພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ແລະ ບັນດານິຕິກໍາທີ່ກ່ຽວຂ້ອງ ສຳລັບ 04 ແຂວງພາກໃຕ້ ຈໍາປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື ຢູ່ທີ່ ຫ້ອງວ່າການປົກຄອງແຂວງຈໍາປາສັກ. ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຕິ່ງ ສຸກສັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ໂສມ ບຸດຕະກຸນ, ຮອງເຈົ້າແຂວງຈໍາປາສັກ.
ຜູ້ເຂົ້າຮ່ວມກອງປະຊຸມດັ່ງກ່າວມີບັນດາຫົວໜ້າຫ້ອງວ່າການປົກຄອງແຂວງ, ຫົວໜ້າພະແນກ, ຮອງຫົວໜ້າພະແນກການຕ່າງປະເທດ, ກອງບັນຊາການ ປກສ, ພະແນກຖະແຫຼງຂ່າວ-ວັດທະນະທໍາ ແລະ ທ່ອງທ່ຽວ, ພະແນກອຸດສາຫະກໍາ ແລະ ການຄ້າ, ພະແນກແຜນການ ແລະ ການລົງທຶນ, ແນວລາວສ້າງຊາດ, ບັນດາອົງການຈັດຕັ້ງມະຫາຊົນ ແລະ ພາກສ່ວນອື່ນໆ ທີ່ກ່ຽວຂ້ອງລວມທັງໝົດ 85 ທ່ານ.
ຈຸດປະສົງຂອງກອງປະຊຸມສໍາມະນາໃນຄັ້ງນີ້ ແມ່ນເພື່ອເຜີຍແຜ່, ການຈັດຕັ້ງປະຕິບັດວຽກງານພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ແລະ ບັນດານິຕິກໍາຕ່າງໆທີ່ເອື້ອອໍານວຍຄວາມສະດວກໃຫ້ແກ່ຄົນເຊື້ອຊາດລາວຢູ່ຕ່າງປະເທດ. ໂດຍສະເພາະບັນດາແຂວງພາກໃຕ້ເພື່ອແນ່ໃສ່ໃຫ້ທຸກຂະແໜງການທີ່ກ່ຽວຂ້ອງແຕ່ສູນ ກາງ ເຖິງທ້ອງຖິ່ນໃນຂອບເຂດທົ່ວປະ ເທດ, ໃຫ້ມີຄວາມເຂົ້າໃຈຕໍ່ກັບແນວທາງອັນສະເໝີຕົ້ນສະເໝີປາຍຂອງພັກ-ລັດເຮົາ, ຕໍ່ວຽກງານພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ. ພ້ອມດຽວກັນນີ້, ກອງປະຊຸມຍັງເຜີຍແຜ່ດໍາລັດວ່າດ້ວຍ ການອອກວີຊາ ແລະ ການກໍານົດເວລາພັກເຊົາ ຢູ່ ສປປ ລາວ, ໃຫ້ຄົນເຊື້ອຊາດລາວຢູ່ຕ່າງປະເທດ, ດໍາລັດວ່າດ້ວຍການຂໍຢູ່ ສປປ ລາວ ຢ່າງຖາວອນຂອງຄົນຕ່າງປະເທດ, ຄົນເຊື້ອຊາດລາວ ແລະ ຄົນບໍ່ມີສັນຊາດ, ດໍາລັດວ່າດ້ວຍການແຕ່ງດອງລະຫວ່າງພົນລະເມືອງລາວກັບຄົນຕ່າງປະເທດ, ຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ຍົກໃຫ້ເຫັນພາລະບົດບາດຂອງຄະນະກໍາມະການພົວພັນຄົນເຊື້ອຊາດລາວຢູ່ຕ່າງປະ ເທດ ແລະ ກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ນໍາອີກດ້ວຍ.
ກອງປະຊຸມໄດ້ດໍາເນີນໄປດ້ວຍບັນຍາ ກາດອັນຟົດຟື້ນ ແລະ ສ້າງສັນ, ບັນດານັກວິທະຍາກອນ ແລະ ສໍາມະນາກອນ ຈາກຂະແໜງການກ່ຽວຂ້ອງໄດ້ມີການແລກປ່ຽນປະກອບຄໍາຄິດເຫັນບົດຮຽນ ແລະ ປະສົບການຕົວຈິງ, ກ່ຽວກັບການ ຈັດຕັ້ງປະຕິບັດວຽກງານທີ່ຜ່ານມາ. ກ່ອນຈະປິດກອງປະຊຸມ ທ່ານ ຕິ່ງ ສຸກສັນ, ຮອງລັດຖະມົນຕີກະຊວງການຕ່າງປະ ເທດກໍ່ໄດ້ມີຄໍາເຫັນໂອ້ລົມ ແລະ ກ່າວສະຫຼຸບຜົນສໍາເລັດຂອງກອງປະຊຸມ. ຈາກນັ້ນ, ທ່ານ ໂສມ ບຸດຕະກຸນ, ຮອງເຈົ້າແຂວງ ຈໍາປາສັກ ກໍ່ກ່າວປະກອບຄໍາເຫັນ ແລະ ກອງປະຊຸມໄດ້ດໍາເນີນເປັນເວລາ 01 ວັນ ແລະ ມີຜົນສໍາເລັດອັນຈົບງາມ.
ໃນໂອກາດດັ່ງກ່າວ, ກະຊວງການຕ່າງປະເທດ ໄດ້ມອບອຸປະກອນການແພດປ້ອງກັນໂຄວິດ ໃຫ້ແກ່ແຂວງຈຳປາສັກ ກ່າວມອບໂດຍທ່ານ ຕິ່ງ ສຸກສັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ກ່າວຮັບໂດຍທ່ານ ໂສມ ບຸດຕະ ກຸນ, ຮອງເຈົ້າແຂວງຈຳປາສັກ ຈຸດປະສົງ, ເພື່ອເປັນການຕອບສະໜອງທາງດ້ານອຸປະກອນການແພດ ແລະ ປ້ອງກັນການແຜຜ່ລະບາດຂອງພະຍາດໂຄວິດ-19.
ຂ່າວ,ພາບ: ກົມການຂ່າວ ກະຊວງການຕ່າງປະເທດ
Loading...