ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມເວທີປຶສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3 ໄດ້ຈັດຂຶ້ນຢູ່ນະ ຄອນ ຫຼວງປັກກິ່ງໃນວັນທີ 18 ຕຸລາ 2023 ນີ້ ໂດຍມີ ທ່ານສີຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ, ທ່ານ ວາລາດີເມຍ ປູຕີນ, ປະທານນາທີບໍດີຣັດເຊຍ, ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍການນໍາບັນດາປະເທດ ແລະ ອົງການທີ່ເຂົ້າຮ່ວມຂໍ້ລິເລີ່ມ ຫນຶ່ງແລ້ວ ຫນຶ່ງເສັ້ນທາງເຂົ້າຮ່ວມ.
ໃນໂອກາດນີ້ ທ່ານ ສີຈິ້ນຜິງ ໄດ້ກ່າວປາໄສວ່າ: ຕະຫລອດໄລຍະເວລາ 10 ປີ ຜ່ານມາ ການຮ່ວມມື “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ຜ່ານຂັ້ນຕອນທີ່ຍິ່ງໃຫຍ່ຈົນມາ ຮອດ ໄດ້ຮັບການປະຕິບັດໃຫ້ເປັນຮູບປະທຳ, ເຮັດໃຫ້ແຜນແມ່ບົດໄດ້ກາຍເປັນຮູບປະທໍາຕົວຈິງ, ພ້ອມດຽວກັນນີ້ໂຄງການສັນຍາລັກ ກໍຄືໂຄງການທີ່ນໍາເອົາຜົນປະໂຫຍດມາໃຫ້ແກ່ປະຊາຊົນຢ່າງຫຼວງຫຼາຍໄດ້ຮັບການຈັດຕັ້ງປະຕິບັດຢ່າງແທ້ຈິງ.
ພວກເຮົາໄດ້ຍຶດໝັ້ນອຸດົມການແຕ່ຫົວທີ ແລະ ຈັບມືກັນພ້ອມກັນກ້າວໄປຂ້າງໜ້າ, ໂດຍໄດ້ຊຸກຍູ້ສົ່ງເສີມການຮ່ວມມືສາກົນຕາມຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຈາກບໍ່ມີຕົນໂຕໄດ້ກາຍມາເປັນຮູບເປັນຮ່າງຂຶ້ນ ແລະ ໄດ້ຮັບການພັດທະນາຢ່າງແຂງແຮງ, ພ້ອມທັງໄດ້ຮັບຜົນສໍາເລັດທີ່ອຸດົມສົມບູນ.
ຕະຫລອດໄລຍະ 10 ປີຜ່ານມານີ້, ພວກເຮົາໄດ້ພະຍາ ຍາມສ້າງເຄືອຂ່າຍທີ່ເຊື່ອມໂຍງເຊື່ອມຈອດກັນໃນທົ່ວໂລກ ທີ່ຖືແລວເສດຖະກິດເປັນການນຳພາ, ຖືຊ່ອງທາງໃຫຍ່ແລະຊ່ອງທາງຂໍ້ມູນຂ່າວສານທີ່ວ່ອງໄວເປັນໂຄງຮ່າງ, ຖືທາງລົດໄຟ, ທາງຫຼວງ, ສະໜາມບິນ, ທ່າກຳປັ່ນ ແລະ ລະບົບທໍ່ສົ່ງເປັນບ່ອນອີງ ແລະ ປົກຄຸມທາງບົກ, ທາງທະເລ, ທາງອາກາດ ແລະ ທາງອິນເຕີເນັດ ເຊິ່ງໄດ້ຊຸກຍູ້ການຈໍລະຈອນສິນຄ້າ, ການໝູນວຽນດ້ານເງິນທຶນ, ເຕັກນິກ ແລະ ບຸຄະລາກອນຂອງປະເທດຕ່າງໆຢ່າງມີປະສິດທິຜົນ, ຊຸກຍູ້ໃຫ້ເສັ້ນທາງສາຍໄໝບູຮານທີ່ມີປະຫວັດມາເປັນເວລາພັນປີຟື້ນຟູຄວາມມີຊີວິດຊີວາໃນຍຸກໃໝ່.
ທ່ານ ສີຈິ້ນຜິງ ກ່າວຕື່ມວ່າ: ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ແມ່ນເນັ້ນໜັກການຮ່ວມແຮງຮ່ວມໃຈກັນ ແບບຫຼາຍຄົນຫາຟືນສຸມໄຟຈະໄດ້ແປວໄຟທີ່ສູງຂຶ້ນ, ຊ່ວຍເຫຼືອເຊິ່ງກັນແລະກັນຈະສາມາດກ້າວໄປໄກໄດ້, ສົ່ງເສີມການເຮັດໃຫ້ຕົນເອງມີການພັດທະນາທີ່ດີ ທັງເຮັດໃຫ້ຜູ້ອື່ນມີການພັດທະນາທີ່ດີເຊັ່ນດຽວກັນ, ປະຕິບັດການເຊື່ອມໂຍງເຊື່ອມຈອດກັນ,ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສະແຫວງຫາການພັດທະນາຮ່ວມກັນ ແລະຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດນຳກັນ. ບໍ່ເຮັດການເປັນປໍລະປັກກັນດ້ານຮູບຖານຈິດສຳ ນຶກ, ບໍ່ຫຼິ້ນເກມດ້ານພູມສາດການເມືອງ, ບໍ່ຕໍ່ຕ້ານກັນທາງການເມືອງລະຫວ່າງຝ່າຍ, ຄັດຄ້ານການລົງໂທດພຽງລຳພັງແຕ່ຝ່າຍດຽວ, ຄັດຄ້ານການຂົ່ມຂູ່ດ້ານເສດຖະກິດ ແລະຍັງຄັດຄ້ານການຕັດສາຍພົວພັນກັນອີກດ້ວຍ.
ທ່ານ ສີ ຈິ້ນຜິງ ຍັງໄດ້ຍົກໃຫ້ເຫັນທິດທາງແຜນການໃນຕໍ້ຫນ້າພາຍໃຕ້ຂໍ້ລິເລີ່ມ ຫນຶ່ງແລວ ຫນຶ່ງເສັ້ນທາງ ຊຶ່ງລວມມີ 8 ວຽກງານສໍາຄັນໃຫຍ່ທີ່ຈີນຈະສະໜັບສະໜູນດ້ວຍຄຸນນະພາບສູງ ຄື:
1, ກໍ່ສ້າງເຄືອຂ່າຍເຊື່ອມໂຍງເຊື່ອມຈອດກັນສາມມິຕິ “ໜຶ່ງແລວໜຶ່ງເສັ້ນທາງ”.
2, ສະໜັບສະໜູນສ້າງເສດຖະກິດໂລກແບບເປີດກວ້າງ
3, ດຳເນີນການຮ່ວມມືທີ່ຕິດແທດຕົວຈິງ.
4, ຊຸກຍູ້ການພັດທະນາສີຂຽວ.
5, ຊຸກຍູ້ການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີ
6, ສະໜັບສະໜູນການໄປມາຫາສູ່ກັນລະຫວ່າງປະຊາຊົນ
7, ກໍ່ສ້າງເສັ້ນທາງທີ່ປອດໄສຂາວສະອາດ.
8, ບູລະນະກົນໄກການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ”