ໃນວັນທີ 18 ມີນາ 2022, ກະ ຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເວທີແລກປ່ຽນການທູດເສດຖະກິດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (Mekong-Lancang Cooperation Economic Diplomacy Conference) ທີ່ ນະຄອນຫຼວງພະບາງ ພາຍໃຕ້ການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງ ການຕ່າງປະເທດ ໂດຍມີຜູ້ເຂົ້າຮ່ວມຈາກ ປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ MLC (ກໍາປູເຈຍ, ສປ ຈີນ, ມຽນມາ, ໄທ ແລະ ຫວຽດນາມ), ຜູ້ຕາງໜ້າສະຖານທູດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ MLC ຢູ່ ສປປ ລາວ ແລະ ບັນດາຂະແໜງການທີ່ກ່ຽວ ຂ້ອງ ທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມລວມທັງໝົດ ຈຳນວນ 40 ທ່ານ. ຈຸດປະສົງຂອງ ກອງປະຊຸມຄັ້ງນີ້ ແມ່ນເພື່ອແລກ ປ່ຽນບົດຮຽນ, ປະສົບການ ແລະ ການປະຕິບັດຕົວຈິງໃນການດໍາເນີນວຽກງານການທູດເສດຖະ ກິດຂອງບັນດາປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເພື່ອສ້າງຄວາມເຂົ້າໃຈກ່ຽວກັບນະໂຍບາຍການຮ່ວມມື ພາກພື້ນ ແລະ ສາ ກົນ ຂອງ ສປປ ລາວ ໂດຍສະ ເພາະ ການເຊື່ອມໂຍງ-ເຊື່ອມຈອດ, ການຄ້າ ແລະ ການລົງທຶນ ພາຍໃຕ້ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ລະຫວ່າງພາກລັດ ແລະ ພາກເອກະຊົນ ຈາກບັນດາປະເທດສະມາຊິກແມ່ ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ພ້ອມທັງ ເປັນການສືບຕໍ່ຮັດແໜ້ນການຮ່ວມມືລະຫວ່າງບັນດາປະເທດສະມາຊິກ ໃນໄລຍະທີ່ປະເຊີນໜ້າກັບຄວາມຫຍຸ້ງຍາກໃນການໄປມາຫາສູ່ກັນ ໂດຍມີຜູ້ເຂົ້າຮ່ວມບັນຍາຍຈາກ 6 ປະເທດສະມາ ຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ມາຮ່ວມແລກປ່ຽນບົດຮຽນນໍາກັນ. ໂດຍສະເພາະ ກັບບັນດາປະເທດທີ່ມີປະສົບການສູງໃນການເຄື່ອນໄຫວວຽກການທູດເສດຖະກິດ ເພື່ອປະກອບສ່ວນສົ່ງເສີມການພັດທະນາເສດຖະ ກິດ-ສັງຄົມ ຂອງແຕ່ລະປະເທດກໍຄືການເຊື່ອມໂຍງ-ເຊື່ອມຈອດພາກພື້ນ ເພື່ອສົ່ງເສີມການຄ້າ, ດຶງດູດການລົງທຶນ, ການທ່ອງ ທ່ຽວ, ການພັດທະນາສີມືແຮງ ງານ, ການຜະລິດສິນຄ້າກະສິກຳ, ການນໍາເຂົ້າ-ສົ່ງອອກ ແລະ ອື່ນໆ. ນອກນັ້ນ, ຍັງເປັນການແລກປ່ຽນຄວາມຮູ້, ເຕັກນິກວິຊາການ ເພື່ອປະກອບສ່ວນເຂົ້າໃນການຍົກລະດັບການຮ່ວມມືການທູດເສດຖະກິດຂຶ້ນເປັນກ້າວໆ.
ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດທີ່ດີ, ມີການແລກປ່ຽນຄໍາຄິດເຫັນ, ຂໍ້ມູນຂ່າວສານ ແລະ ການປຶກສາຫາລື ແບບກົງໄປກົງມາ ແລະ ມີຄວາມອຸດົມສົມບູນທາງດ້ານເນື້ອໃນ ໂດຍເນັ້ນໃສ່ການເຄື່ອນໄຫວວຽກງານການທູດເສດຖະກິດຕົວຈິງ ໃນໄລຍະກ່ອນ ແລະ ຫຼັງ ການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນແມ່ນຜົນກະທົບດ້ານເສດຖະກິດ-ສັງຄົມ ຂອງພາກພື້ນ ແລະ ສາກົນ, ແຕ່ຄຽງຄູ່ກັບບັນຫາສິ່ງທ້າທາຍຕ່າງໆ, ການຮ່ວມມືພາກພື້ນ ແລະ ສາກົນ ຍັງໄດ້ຊອກຫາຊ່ອງທາງທີ່ເປັນກາລະໂອກາດໃນການຟື້ນຟູເສດຖະກິດ ໂດຍນຳໃຊ້ການທູດເສດຖະກິດ ເປັນເຄື່ອງມືສຳຄັນ ເຊັ່ນ: ການຈັດຕັ້ງປະຕິບັດນະໂຍບາຍການເຊື່ອມໂຍງ ແລະ ເຊື່ອມຈອດດ້ານການຄ້າ ແລະ ການລົງທຶນພາຍໃນພາກພື້ນໃຫ້ກ້າວເຂົ້າສູ່ ລວງເລິກ ໂດຍແນໃສ່ການພັດທະນາດ້ານລະບົບຂົນສົ່ງພາຍໃນ ແລະ ຕ່າງປະເທດ ການຊຳລະສະສາງສິນຄ້າຜ່ານລະບົບທະນາຄານທີ່ທັນສະໄໝ ເພື່ອອໍານວຍຄວາມສະດວກດ້ານຂົນສົ່ງສິນຄ້າໄດ້ຢ່າງວ່ອງໄວ ແລະ ກວ້າງຂວາງ, ການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າມາຍົກລະດັບການພັດທະນາຊັບພະຍາກອນມະນຸດລວມທັງການຟື້ນຟູການທ່ອງທ່ຽວ ຢູ່ໃນປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄືຢູ່ພາກພື້ນ ແລະ ສາກົນ ແລະ ອື່ນໆ. ນອກຈາກນີ້, ກອງປະຊຸມສໍາມະນາ ຍັງໄດ້ເປີດໂອກາດໃຫ້ພາກເອກະຊົນ ໄດ້ສະແດງຄວາມຄິດເຫັນຕໍ່ການສະໜັບສະໜູນ ແລະ ອໍານວຍຄວາມສະດວກຂອງພາກລັດໃນການ ດໍາເນີນກິດຈະການຂອງຕົນ ແນໃສ່ເພື່ອເຊື່ອມໂຍງການຄ້າທັງພາກພື້ນ ແລະ ສາກົນ ໂດຍຕິດພັນກັບການເຄື່ອນໄຫວ ການທູດເສດຖະກິດ ໂດຍສະ ເພາະ ທິດທາງຈຸດສຸມໃນການຮ່ວມມືດ້ານການທູດເສດຖະກິດ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງພາກພື້ນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຢ່າງມີປະສິດທິຜົນໃນອານາຄົດ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

