ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 5 ພຶດສະພາ 2022, ທີ່ແຂວງ ຫຼວງນໍ້າທາ, ກົມເສດ ຖະກິດ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມພາຍໃຕ້ຫົວຂໍ້ “ ການແລກປ່ຽນ ແລະ ຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດ ຂໍ້ລິເລີ່ມ ຫນຶ່ງແລວ ຫນຶ່ງເສັ້ນ ທາງ ຢູ່ບັນດາແຂວງພາກເໜືອຂອງ ສປປ ລາວ” ໂດຍການເປັນປະທານຮ່ວມຂອງທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດ ຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ພົມມະສຸກ ວິໄລກຸນ, ຮອງເຈົ້າແຂວງ ຫຼວງນໍ້າທາ. ກອງປະຊຸມຄັ້ງນີ້ເປັນຫນຶ່ງໃນກິດຈະ ກຳສຳຄັນທີ່ໄດ້ຮັບການສະ ໜັບສະໜູນດ້ານທຶນຮອນຈາກກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເຊິ່ງມີຜູ້ຕາງໜ້າຈາກບັນດາກົມພາຍໃນກະຊວງການຕ່າງປະເທດ, ບັນດາຂະແໜງການທີ່ກ່ຽວຂ້ອງຈາກສູນກາງ ແລະ 6 ແຂວງພາກ ເໜືອຂອງ ສປປ ລາວ ເຂົ້າຮ່ວມຄື: ແຂວງ ວຽງຈັນ, ຫຼວງພະບາງ, ອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ ແລະ ຜົ້ງສາລີ.
ຈຸດປະສົງຂອງກອງປະຊຸມສໍາມະນາໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນ ກ່ຽວ ກັບ ການຈັດຕັ້ງປະຕິບັດວຽກ ງານການຮ່ວມມືພາຍໃຕ້ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ຂອງ ສປປ ລາວ ໂດຍສະເພາະບັນດາແຂວງພາກເໜືອໃນໄລຍະຜ່ານມາ ກໍຄືການກຳນົດທິດທາງການຮ່ວມມືໃນຕໍ່ຫນ້າ ແນໃສ່ຂົນ ຂວາຍກຳລັງແຮງ ແລະ ຍາດແຍ່ງເອົາຜົນປະໂຫຍດດ້ານຕ່າງໆຈາກ ຂອບການຮ່ວມມືດັ່ງກ່າວ ໂດຍສະເພາະດ້ານເສດຖະກິດ-ສັງຄົມ, ການພັດທະນາພື້ນຖານໂຄງລາງ ແລະ ຄວາມຮູ້ດ້ານເຕັກນິກວິທະ ຍາສາດ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດນະໂຍ ບາຍເປີດກວ້າງການຮ່ວມມື, ການເຊື່ອມໂຍງ ແລະ ເຊື່ອມຈອດຂອງ ສປປ ລາວ ຢູ່ໃນພາກພື້ນ ແລະ ສາກົນ. ພ້ອມດຽວກັນນີ້, ກອງປະຊຸມ ຍັງໄດ້ແລກປ່ຽນຂໍ້ມູນຂ່າວສານ ພ້ອມທັງສະຫຼຸບຕີລາຄາໝາກຜົນ, ຄວາມຄືບໜ້າທີ່ຍາດມາໄດ້ນັບແຕ່ ສປປ ລາວ ໄດ້ເຂົ້າຮ່ວມຂອບການຮ່ວມມື ຫນຶ່ງແລວ ຫນຶ່ງເສັ້ນທາງ ໃນປີ 2013 ເປັນຕົ້ນມາ ເຊິ່ງໝາກຜົນຕົວຈິງທີ່ ສປປ ລາວ ໄດ້ຮັບ ກໍແມ່ນການພັດທະນາພື້ນ ຖານໂຄງລ່າງ ເຮັດໃຫ້ ສປປ ລາວ ສາມາດ ເຊື່ອມຈອດເຂົ້າກັບປະເທດໃນອານຸພາກພື້ນ, ພາກພື້ນ ແລະ ສາກົນ, ເຊິ່ງໃນນີ້ ອັນທີ່ ພົ້ນເດັ່ນ ກໍແມ່ນ ທາງດ່ວນ ແລະ ໂຄງການລົດໄຟຄວາມໄວສູງ ລາວ-ຈີນ ທີ່ເປັນໂຄງການຮ່ວມມືທີ່ໃຫຍ່ທີ່ສຸດ ສຳລັບ ສປປ ລາວ ພາຍໃຕ້ ຂໍ້ລິເລີ່ມ ຫນຶ່ງແລວ ຫນຶ່ງເສັ້ນທາງ. ພ້ອມດຽວກັນນັ້ນ, ສປປ ລາວ ແລະ ສປ ຈີນ ຍັງໄດ້ຮ່ວມກັນສ້າງແລວທາງເສດຖະກິດລາວ-ຈີນ ເຊິ່ງເປັນແລວທາງເສດຖະກິດໃໝ່ ເພື່ອເພີ່ມທະວີການເຊື່ອມຈອດດ້ານການຄ້າ-ການລົງທຶນ.
ນອກຈາກນີ້, ຂະແໜງການທີ່ກ່ຽວຂ້ອງຂອງ ສປປ ລາວ ຍັງໄດ້ເຂົ້າຮ່ວມໃນຫຼາຍກົນໄກຮ່ວມມືຂອງ ຂໍ້ລິເລີ່ມ ຫນຶ່ງແລວ ຫນຶ່ງເສັ້ນທາງນີ້ ເຊັ່ນ: ເສັ້ນທາງສາຍໄໝດິຈິຕອນ, ດ້ານພະລັງງານ, ການທ່ອງທ່ຽວ, ການພັດທະນາສີຂຽວ, ດ້ານສາທາລະນະສຸກ ແລະ ອື່ນໆ.
ກອງປະຊຸມໄດ້ດໍາເນີນໄປດ້ວຍບັນຍາກາດອັນດີ ແລະ ສ້າງສັນ, ບັນດາວິທະຍາກອນ ແລະ ສໍາມະນາກອນ ຈາກຂະແໜງການກ່ຽວຂ້ອງໄດ້ມີການຂຶ້ນບັນຍາຍແລກປ່ຽນບົດຮຽນ ແລະ ປະສົບ ການຕົວຈິງ ກ່ຽວກັບ ການຈັດຕັ້ງ ປະຕິບັດວຽກງານການຮ່ວມມືພາຍໃຕ້ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ພ້ອມທັງຕີລາຄາຄືນ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີໃນການແກ້ໄຂບັນຫາຄົງຄ້າງໃນການຈັດຕັ້ງປະຕິບັດວຽກງານໃນຂອບການຮ່ວມມືດັ່ງກ່າວ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ