ໃນວັນທີ 03 ເມສາ 2023, ທີ່ ສະຖາບັນການຕ່າງປະເທດ ໄດ້ຈັດກອງປະຊຸມໂຕະມົນຮ່ວມກັນ ລະຫວ່າງສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ວິທະຍາຄານການທູດຫວຽດນາມ, ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ເນື່ອງໃນໂອກາດທີ່ຄະນະຜູ້ແທນຂອງ ວິທະຍາ ການທູດຫວຽດນາມ ເດີນທາງມາຢ້ຽມ ຢາມ ແລະ ເຮັດວຽກ ຢູ່ ສປປ ລາວ.
ຈຸດປະສົງຂອງກອງປະຊຸມໂຕະມົນຄັ້ງນີ້ ແມ່ນເພື່ອເປັນການພົບປະປຶກສາຫາລື, ແລກປ່ຽນທັດສະນະທາງດ້ານວິຊາການຕໍ່ກັບ ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ, ແລະ ບັນຫາອື່ນໆ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ. ສໍາລັບຜູ້ເຂົ້າຮ່ວມຝ່າຍລາວ ປະກອບມີ ຄະນະສະຖາບັນການຕ່າງປະເທດ, ກົມອາຊີ-ປາ ຊີຟິກ ແລະ ອາຟຣິກາ, ກົມ ອາຊຽນ ແລະ ກົມ ເສດຖະກິດ ຈາກ ກະຊວງການຕ່າງປະເທດ; ຜູ້ຕາງໜ້າຈາກ ກົມອາຊີ-ປາ ຊີຟິກ ແລະ ອາຟຣິກາຄະນະພົວພັນຕ່າງປະເທດສູນກາງພັກ; ແລະ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ. ສໍາລັບຝ່າຍ ສສ ຫວຽດ ນາມ ນໍາໂດຍ ທ່ານ ຫງວຽນ ຮຸ່ງ ເສິນ, ຮອງປະທານວິທະຍາຄານການທູດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນ ຈໍານວນ 05 ທ່ານ ທີ່ມາຈາກສະຖາບັນຄົ້ນຄວ້າທີ່ກ່ຽວຂ້ອງຕ່າງໆເຊັ່ນ: ສະຖາບັນຄົ້ນຄວ້າຍຸດທະສາດ ແລະ ນະໂຍບາຍການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດ ນາມ, ສະຖາບັນທະເລຕາເວັນອອກ ລວມມີຜູ້ເຂົ້າຮ່ວມກອງປະຊຸມດັ່ງກ່າວທັງໝົດ 20 ທ່ານ.
ກອງປະຊຸມໂຕະມົນໃນຄັ້ງນີ້ ແມ່ນເປັນການເສີມຂະຫຍາຍການພົວພັນ ແລະ ການຮ່ວມມືແບບເພື່ອນມິດ ລະຫວ່າງ ສອງສະຖາບັນ ແລະ ເປັນການສືບຕໍ່ຈັດຕັ້ງປະຕິບັດກົນໄກການຮ່ວມມືລະຫວ່າງ ສະຖາບັນການຕ່າງປະເທດ ແລະ ວິທະຍາຄານການທູດຫວຽດນາມ ເພື່ອແລກປ່ຽນປະສົບການ ແລະ ຖອດຖອນບົດຮຽນທາງດ້ານວິຊາການຢ່າງເປັນປົກກະຕິ ໃນຫົວຂໍ້ທີ່ຕິດພັນກັບສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ, ວຽກງານອາຊຽນ, ການແຂ່ງຂັນຂອງບັນດາປະເທດມະຫາອໍານາດ, ການຮ່ວມມືຂອງບັນດາປະເທດລຸ່ມແມ່ນໍ້າຂອງ, ການຮ່ວມມືສອງຝ່າຍ ລາວ- ຫວຽດນາມ ແລະ ຫົວຂໍ້ຕ່າງໆທີ່ທັງສອງຝ່າຍມີຄວາມສົນໃຈຮ່ວມກັນ. ກອງປະຊຸມດັ່ງກ່າວ ແມ່ນເປັນອີກບາດກ້າວໜຶ່ງເພື່ອສົ່ງເສີມຄວາມຮູ້ ແລະ ຄວາມເຂົ້າໃຈຕໍ່ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນທີ່ມີການຜັນແປໄປຢ່າງໄວວາ, ສັບສົນ ແລະ ຄາດຄະເນໄດ້ຍາກ. ນອກນີ້, ກໍ່ເພື່ອເປັນການເພີ່ມທະວີການຮ່ວມມືໃນຖານະເປັນປະເທດເພື່ອນມິດຍຸດທະສາດ ແລະ ເສີມຂະຫຍາຍສາຍພົວພັນການທູດ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງຂື້ນ.
ສປປ ລາວ ແລະ ສສ ຫວຽດນາມ ໄດ້ມີສາຍພົວພັນການທູດອັນຍາວນານເປັນເວລາຫຼາຍກວ່າ 60 ປີ ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 05 ກັນຍາ 1962. ມາເຖິງປັດຈຸບັນ, ການພົວພັນການທູດ ລະຫວ່າງ ສອງປະເທດ ໄດ້ຮັບການເສີມຂະຫຍາຍ ແລະ ພັດທະ ນາຢ່າງຕໍ່ເນື່ອງ ແລະ ໃນວັນທີ 11 ມັງກອນ 2023 ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໄດ້ລົງນາມໃນບົດບັນທຶກການຮ່ວມມື ວ່າດ້ວຍ ການຄົ້ນຄວ້າ ແລະ ຝຶກອົບຮົມ ໃຫ້ແກ່ ນັກການທູດ ແລະ ພະນັກງານການຕ່າງປະເທດ ເພື່ອຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ສອງກະຊວງ ກໍຄື ສອງສະຖາບັນ. ເພື່ອຈັດຕັ້ງຜັນຂະຫຍາຍບົດບັນທຶກການຮ່ວມມືດັ່ງກ່າວ ສອງສະຖາ ບັນ ໄດ້ສືບຕໍ່ແລກປ່ຽນການຢ້ຽມຢາມເຮັດວຽກຮ່ວມກັນ ຢ່າງເປັນປົກກະຕິ, ປະສານງານ ແລະ ແລກປ່ຽນປະສົບການຄົ້ນຄວ້າ, ທັດສະນະ, ຂໍ້ມູນຂ່າວສານ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ພ້ອມທັງຮ່ວມມືກັນໃນການຈັດຝຶກອົບຮົມ ແລະ ບໍາລຸງ ໃຫ້ແກ່ນັກການທູດ ແລະ ພະນັກງານ ໃນຂະແໜງການຕ່າງປະເທດຂອງ ສປປ ລາວ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ
Loading...