ໃນຕອນເຊົ້າຂອງວັນທີ 19 ມິຖຸນາ 2020 ຜ່ານມາ, ທີ່ ຫ້ອງປະຊຸມພັກ, ກະຊວງການຕ່າງປະເທດ, ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກ ສະຖາບັນການຕ່າງປະເທດ ໄດ້ໄຂຂຶ້ນຢ່າງເປັນທາງການ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ມີຄະນະໜ່ວຍພັກສະຖາບັນການຕ່າງປະເທດ, ບັນດາສະຫາຍເລຂາ, ຮອງເລຂາ ບັນດາກົມພາຍໃນກະຊວງ, ສະມາຊິກພັກສົມບູນ, ສະມາຊິກພັກສຳຮອງ ສະຖາບັນການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ເຫັນດີຮັບຮອງເອົາ ບົດລາຍງານການເມືອງ ແລະ ບົດສະຫຼຸບສຳຫຼວດການຊີ້ນຳ-ນຳພາລວມຂອງຄະນະໜ່ວຍພັກຊຸດເກົ່າໃນໄລຍະ 5 ປີຜ່ານມາ, ເຊິ່ງໄດ້ສັງເກດຕີລາຄາຮອບດ້ານ ຕໍ່ຜົນສຳເລັດ, ຂໍ້ຫຍຸ້ງຍາກ ແລະ ບາງບົດຮຽນທີ່ຖອດຖອນໄດ້ໃນການຊີ້ນຳ-ນຳພາຂອງຄະນະໜ່ວຍພັກ. ພ້ອມດຽວກັນນີ້, ກໍໄດ້ກຳນົດທິດທາງແຜນການ ແລະ ໜ້າທີ່ຈຸດສຸມ ສຳລັບປີ 2020-2025 ໂດຍອີງຕາມເນື້ອໃນບົດລາຍງານການເມືອງຂອງກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ, ວິໄສທັດ ຮອດປີ 2030, ພ້ອມທັງກໍານົດວິທີການຈັດຕັ້ງປະຕິບັດ ທິດທາງແຜນການທີ່ໄດ້ກໍານົດໄວ້ ໃຫ້ປະກົດຜົນເປັນຈິງ.
ໜ່ວຍພັກ ໄດ້ຕິດຕາມກໍ່ສ້າງ, ໄດ້ເປັນເສນາທິການໃຫ້ແກ່ຂັ້ນເທິງ ໃນການປະຕິບັດໜ້າທີ່ວິຊາສະເພາະໄດ້ເປັນຢ່າງດີ, ເປັນຕົ້ນດ້ານວຽກພັດທະນາບຸກຄະລາກອນ, ວຽກຄົ້ນຄວ້າສະພາບພົ້ນເດັ່ນພາກພື້ນ ແລະ ສາກົນ, ວຽກຮ່ວມມືສາກົນ ແລະ ວຽກບໍລິຫານ ແລະ ຄຸ້ມຄອງສູນ ICTC. ເຊິ່ງໄດ້ຮັບນາມມະຍົດເປັນໜ່ວຍພັກແຂງ ຮູ້ນຳພາຮອບດ້ານ 1 ຄັ້ງ ໃນປີ 2016-2017 ແລະ ກໍາລັງຕິດຕາມການຕົກລົງເຫັນດີຈາກຄະນະພັກຂັ້ນເທິງ ໃຫ້ດໍາເນີນການກໍ່ສ້າງແຜນສ້າງ ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ. ສໍາຄັນ, ກອງປະຊຸມຄັ້ງນີ້ ໄດ້ເຫັນດີເປັນເອກະສັນກັນຮັບຮອງແຜນການຈຸດສຸມຂອງໜ່ວຍພັກສະຖາບັນການຕ່າງປະເທດ ເພື່ອຊີ້ນໍາ-ນໍາພາການເຄື່ອນໄຫວວຽກພັກ ແລະ ພະນັກງານ ໃນຕໍ່ໄປໃນນີ້, ໃນກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ຈຳນວນ 03 ສະຫາຍ, ໃນນັ້ນ ສະຫາຍ ໄມ ໄຊຍະວົງສ໌ ເປັນເລຂາໜ່ວຍພັກ, ສະຫາຍ ນ ໄກມະນີ ອໍລະບູນ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ອິນທະສອນ ທິຣະກຸນ ເປັນກໍາມະການ ທັງເປັນປະທານກວດກາ ໜ່ວຍພັກສະຖາບັນການຕ່າງປະເທດ.
ກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ເຊິ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານຂອງໜ່ວຍພັກ ສະຖາບັນການຕ່າງປະເທດ ຕະຫລອດໄລຍະທີ່ຜ່ານມາ ແລະ ໄດ້ໃຫ້ທິດຊີ້ນຳ ໃຫ້ໜ່ວຍພັກສືບຕໍ່ເສີມຂະຫຍາຍມູນເຊື້ອຂອງຕົນ, ໃຫ້ຖືວຽກງານກໍ່ສ້າງພັກ-ພະນັກງານ ເປັນບຸລິມະສິດຕົ້ນຕໍ, ເພີ່ມທະວີການນຳພາດ້ານການເມືອງ-ແນວຄິດ ຕໍ່ສະມາຊິກພັກ-ພະນັກງານ ສະຖາບັນການຕ່າງປະເທດ, ເພີ່ມທະວີຄວາມສາມັກຄີພາຍໃນໜ່ວຍພັກ, ຍົກສູງຫຼັກການລວມສູນປະຊາທິປະໄຕ, ກໍ່ສ້າງຂະຫຍາຍສະມາຊິກພັກໃຫ້ໄດ້ຄຸນນະພາບ, ການກໍ່ສ້າງບໍາລຸງພະນັກງານດ້ານການຄົ້ນຄວ້າ, ຂີດຂຽນ, ພາສາຕ່າງປະເທດ ຄຽງຄູ່ກັບຄວາມຮູ້ດ້ານວິຊາສະເພາະໃນດ້ານຕ່າງໆ ແລະ ເຊີດຊູຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ. ຍາດໄດ້ຜົນສຳເລັດອັນໃໝ່ຍິ່ງໃຫຍ່ກວ່າເກົ່າ ແລະ ກໍ່ສ້າງໜ່ວຍພັກສະຖາບັນການຕ່າງປະເທດໃຫ້ກາຍເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃນຕໍ່ໜ້າ.