ກອງປະຊຸມໃຫ່ຍຄັ້ງທີ V ຂອງອົງຄະນະພັກ, ກອງບັນຊາການທະຫານແຂວງບໍລິຄໍາໄຊ, ໄດ້ໄຂຂື້ນຢ່າງເປັນທາງການ ໃນວັນທີ່ 22 ມັງກອນ 2020 ນີ້, ຢູ່ທີຫ້ອງປະຊຸມກອງບັນຊາການທະຫານແຂວງບໍລິຄໍາໄຊ, ໂດຍພາຍໄຕ້ການເປັນປະທານຂອງສະຫາຍ ພົນຈັດຕະວາ ຈວງຈັນ ລາດສະວົງ, ຄະນະປະຈໍາພັກແຂວງ, ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການ, ທະຫານແຂວງບໍລິຄໍາໄຊ, ໃຫ້ກຽດເຂົ້າຮ່ວມໃນພິທີ, ຂອງສະຫາຍ ກອງແກ້ວ ໄຊສົງຄາມ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງບໍລິຄໍາໄຊ, ມີຕາງໜ້າກົມຈັດຕັ້ງພັກ ,ກະຊວງປ້ອງກັນປະເທດ, ມີບັນດາຄະນະພັກຮາກຖານ, ໜ່ວຍພັກຮາກຖານ, ແຕ່ລະກົມກອງທີ່ຂື້ນກັບ, ກອງບັນຍາການທະຫານແຂວງ ແລະ ແຂກຖືກເຊີນ, ຈາກພະແນກການອ້ອມຂ້າງແຂວງ ແລະ ກອງບັນຊາການທະຫານແຂວງອ້ອມຂ້າງເຂົ້າຮ່ວມ 131 ສະຫາຍ ໃນນັ້ນຜູ້ແທນສົມບູນ 111 ສະຫາຍ.
ກອງປະຊຸມຄັ້ງນີ້ໄດ້ຮັບຟັງ, ການຜ່ານບົດລາຍງານການເມືອງທັງສອງພາກ, ຈາກສະຫາຍ ພົນຈັດຕະວາ ຈວງຈັນ ລາດສະວົງ, ເລຂາຄະນະພັກ ຫົວໜ້າການເມືອງ, ກອງບັນຊາການທະຫານແຂວງບໍລິຄໍາໄຊ, ເຊີ່ງໄດ້ຕີລາຄາໝາກຜົນ, ແຫ່ງການນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດ, ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກ, ກອງບັນຊາການທະຫານແຂວງບໍລິຄໍາໄຊ, ໃນໄລຍະຜ່ານມາ ຍົກໃຫ້ເຫັນດ້ານດີ ດ້ານອ່ອນ, ຂໍ້ຄົງຄ້າງ ທີຈະຕ້ອງໄດ້ແກ່ໄຂໃນຕໍ່ໜ້າ. ໂດຍສະເພາະຜ່ານມາ, ໄດ້ຫັນເອົາພະນັກງານ, ລົງກໍ່ສ້າງຮາກຖານຢູ່ບ້ານ ແລະ ກຸ່ມບ້ານຕາມການມອບໝາຍ ປະຕິບັດຕາມມູນເຊື້ອຂອງກອງທັບ. ກົມກອງຕັ້ງທັບຢູ່ບ່ອນໃດ. ກໍ່ແບ່ງປັນມອບໝາຍໃຫ້ພະນັກງານ, ລົງກໍ່ສ້າງຮາກຖານການເມືອງ, ຕິດແໜ້ນກັບປະຊາຊົນ, ໄດ້ຕັ້ງກອງກໍ່ສ້າງຮາກຖານ 215 ປະຈໍາຢູ່ 3 ຈຸດ, ທີ່ມີຄວາມຫຼໍ່ແຫຼມ, ເພື່ອປຸກລະດົມຂົນຂວາຍ, ອົງການປົກຄອງບ້ານ, ພໍ່ແມ່ປະຊາຊົນບັນດາເຜົ່າ, ເຂົ້າຮ່ວມເຮັດວຽກປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຢ່າງກວ້າງຂວາງ, ຕິດພັນກັບການປຸກລະດົມ, ຊຸກຍູ້ ປະຕິບັດວຽກງານສາມສ້າງ. ນໍາພາຮົບຮົມ-ຫັດແອບສ້າງຄອບຄົວ-ບ້ານປ້ອງກັນຊາດເຂັ້ມແຂງໄດ້ 3 ບ້ານທົ່ວແຂວງ, ຕິດຕາມກໍາແໜ້ນປະຊາຊົນຍ້າຍຖິ່ນຖານບໍ່ຖືກຕ້ອງ, ພາກສ່ວນທີ່ເຂົ້າເມືອງພິດກົດໝາຍ, ພ້ອມທັງສຶກສາອົບຮົມໃຫ້ເຂົ້າເຈົ້າ. ປະຕິບັດຕາມລະບຽບກົດໝາຍ ຂອງ ສປປ ລາວ, ວາງອອກຢ່າງເຂັ້ມງວດ .ໄດ້ເຮັດໃຫ້ແຕ່ລະເຂດ, ແຕ່ລະບ້ານມີຄວາມສະຫງົບປອດໄພ. ຈັດຕັ້ງກໍາລັງອອກເຄື່ອນໄຫວນ້ອຍ-ໃຫຍ່ ໄດ້ 6 ຮ້ອຍກວ່າຄັ້ງ. ເພື່ອຄອບຄຸມຕິດຕາມ, ກໍາແໜ້ນເປົ້າໝາຍຢູ່ບໍລິເວນພື້ນທີ່. ບໍ່ໃຫ້ມີການເຄື່ອນໄຫວ, ກໍ່ຄວາມບໍ່ສະຫງົບ, ພ້ອມທັງທໍາລາຍສວນຊາ-ສວນຝີ່ນ ໄດ້ 2 ຮ້ອຍກວ່າສວນ, ມີເນື້ອທີ່ 1 ຮ້ອຍກວ່າເຮັກຕ່າ, ຢຶດ ແລະ ທໍາລາຍກັນຊາໄດ້ 7 ພັນກວ່າກິໂລ, ເກັບກູ້ອາວຸດເສິກໄດ້ 1 ຮ້ອຍກວ່າກະບອກ, ອາວຸດຫຼ່າເນື້ອໄດ້ 1 ພັນກວ່າກະບອກ ແລະ ວຽກງານ ອື່ນໆ ຈາກນັ້ນ ຄະນະພັກກົມກອງ, ຫົວໜ້າພະແນກ, ແຂກຖືກເຊີນທີ່ເຂົ້າຮ່ວມ, ເປັນຕົົ້ນ ກອງບັນຍາການທະຫານແຂວງຄໍາມ່ວນ, ຫ້ອງເສນາ, ພະແນກສະຫະພັນແມ່ຍິງ. ກອງພັນ 619 ແລະ ກອງຮ້ອຍ 25 ກໍ່ໄດ້ພັດປຽ່ນກັນປະກອບຄໍາເຫັນ. ຕໍ່ກອງປະຊຸມ, ພ້ອມທັງຜ່ານບົດສໍາຫຼວດ. ການນໍາພາລວມ, ຈາກຄະນະພັກຊຸດເກົ່າ, ຂອງກອງບັນຊາການ
ທະຫານແຂວງບໍລິຄໍາໄຊນໍາອີກ
ຂ່າວ-ພາບ/ພູວົງ