ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ II ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ (ຕສ) ໄຂຂຶ້ນໃນວັນທີ 4 ເມສາ 2022, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ປອ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ, ມີແຂກຮັບເຊີນ, ຄະນະພັກກະຊວງ, ສະມາຊິກພັກພາຍໃນ ກະຊວງ ຕສ ເຂົ້າຮ່ວມ.
ສະຫາຍ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ກຳມະການສູນກາງພັກ ເລຂາຄະນະ ພັກ ລັດຖະມົນຕີ ກະຊວງ ຕສ ໄດ້ຂຶ້ນຜ່ານບົດລາຍງານການເມືອງຂອງ ຄະນະບໍລິ ຫານງານພັກ ກະຊວງ ຕສ ວ່າ:ຕະຫຼອດໄລຍະ 5 ປີຜ່ານມາ (2016-2021), ຄະນະບໍລິຫານງານພັກ ກະຊວງ ຕສ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ສະມາຊິກພັກພາຍໃນກະຊວງ ຢ່າງຕັ້ງໜ້າ ໂດຍຖືເອົາວຽກງານການເມືອງ-ແນວຄິດສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ ເຮັດໃຫ້ສະມາຊິກພັກສາມາດເຮັດຫຼ້ອນໜ້າທີ່ໃນການມອບ ໝາຍໃຫ້ໄດ້ເປັນຢ່າງດີ ແລະ ຂັບເຄື່ອນໄຫວ ກະຊວງ ຕສ ມີຜົນງານອັນໃຫຍ່ຫຼວງປະກອບສ່ວນໃນການສ້າງສາ ແລະ ພັດທະນາປະເທດຊາດ ສະແດງອອກຄື: ການພັດທະນາ ແລະ ນຳໃຊ້ໂຄງສ້າງພື້ນຖານເຕັກນິກ ທີ່ມີລັກສະນະຍຸດທະສາດຂອງຊາດ ໄດ້ຮັບການຂະ ຫຍາຍ ແລະ ຍົກລະດັບພື້ນຖານເຕັກນິກ ລວມສູນລະບົບສື່ສານຜ່ານປະຕູດຽວ ຢູ່ສູນອິນເຕີເນັດແຫ່ງຊາດ, ໄດ້ສຳເລັດການສ້າງສູນສະກັດກັ້ນ ແລະ ແກ້ ໄຂເຫດສຸກເສີນທາງຄອມພິວເຕີ ເພື່ອສະກັດກັ້ນ ແລະ ປ້ອງກັນໄພຄຸກຄາມທາງໄຊເບີ ແລະ ອິນເຕີເນັດ, ໄດ້ສຳເລັດການສ້າງ ແລະ ທົດລອງນຳໃຊ້ ລະບົບອອກໃບຮັບຮອງເອເລັກໂຕຼນິກແຫ່ງຊາດ ເພື່ອຢັ້ງຢືນ ແລະ ກວດສອບຄວາມຖືກຕ້ອງຂອງຂໍ້ມູນ ແລະ ເອກະ ສານເອເລັກໂຕຼນິກ ເພື່ອຮັບປະກັນການນໍາໃຊ້, ການບໍລິການອອນລາຍທີ່ມີມາດຕະຖານເຕັກນິກແກ່ທຸກຂະແໜງການ ໂດຍສະເພາະ ຂະແໜງການເງິນ, ການທະນາຄານ ແລະ ອຸດສາຫະກໍາການຄ້າ, ສໍາເລັດການສ້າງ ແລະ ໃຫ້ບໍລິການ ສູນຂໍ້ມູນດິຈິຕອນ ແກ່ພາກລັດ ແລະ ເອກະຊົນ ທີ່ປອດໄພສູງ.
ນອກຈາກນີ້ ໄດ້ສຳເລັດການສ້າງ ລະບົບຫ້ອງການທັນສະໄໝ, ລະບົບອີເມວ ແລະ ກອງປະຊຸມທາງໄກ, ລະບົບ G-Chat, G-Share, G-Drive ແລະ G-room ສໍາລັບພາກລັດ, ສ້າງສູນຮຽນຮູ້ການນໍາໃຊ້ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຈຸດທົດ ລອງສາມສ້າງ ແຂວງໄຊສົມບູນ ເປັນຂໍ້ມູນຕົວແບບ ແລະ ສໍາເລັດການສ້າງ ສະຖານີກວດກາຄື້ນຄວາມຖືວິທະຍຸສື່ສານແບບບໍ່ມີຄົນປະຈຳ ຢູ່ 3 ຈຸດ, ໄດ້ອະນຸຍາດໃຫ້ບັນ ດາບໍລິສັດໂທລະຄົມ ທົດລອງນໍາໃຊ້ລະບົບ 5G ເພື່ອກຽມຄວາມພ້ອມແກ່ການຫັນປ່ຽນສູ່ເສດຖະກິດດິຈິຕອນ ແລະ ອຸດສາຫະກຳ 4.0 ຕາມທິດກ້າວໃຫ້ທັນສະໄໝ.
ໃນໄລຍະ 5 ປີ, ຂະແໜງການ ຕສ ສ້າງລາຍຮັບທັງໝົດທັງທາງກົງ ແລະ ທາງອ້ອມ ປະຕິບັດໄດ້ 18.152 ຕື້ກວ່າກີບ, ທຽບໃສ່ 5 ປີ ຜ່ານມາ ເພີ່ມຂຶ້ນ 50%; ໃນນີ້, ມອບພັນທະເຂົ້າງົບປະມານລັດໄດ້ 4.209 ຕື້ກວ່າກີບ, ທຽບ ໃສ່ 5 ປີ ຜ່ານມາ ເພີ່ມ ຂຶ້ນ 16% ແລະ ລາຍຮັບທາງກົງ 526,75 ຕື້ກວ່າກີບ. ທັງນີ້, ພິເສດແມ່ນໄດ້ສ້າງລາຍຮັບການເຮັດທົດລອງ ທຸລະກຳຊັບສິນດິຈິຕອນ ຈໍານວນ 2.500.000 ໂດລາສະຫະລັດ.
Loading...