ກອງປະຊຸມໃຫຍ່ ຜູ້ແທນພຣະສົງ ທົ່ວແຂວງ ໄຊຍະບູລີ ຄັ້ງທີ IV ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 9 ກຸມພາ ປີນີ້, ທີ່ຫ້ອງປະຊຸມ ພະແນກ ສຶກສາທິການ ແລະ ກິລາແຂວງ, ໂດຍເປັນປະທານຂອງ ພຣະຫຼັກຄໍາ ໄຊຍະບູຣິນສຸເມທາຈານ (ປທ ບຸນທຽນ ພຸດທະວະໂຣ) ເຈົ້າຄະນະ ອພສ ແຂວງ ໄຊຍະບູລີ, ເຂົ້າຮ່ວມມີ ພຣະຫຼັກແກ້ວມະຫາສຸເມທາທິບໍດີ(ມະຫາບຸນມາ ສີມມະພົມເຖຣະ) ຮັກສາການ ປະທານອົງການພຸດທະສາສະໜາສໍາພັນແຫ່ງ ສປປລາວ, ມີທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ມີບັນດາການນໍາຈາກພະແນກການອ້ອມຂ້າງແຂວງ, ມີພະນັກງານບໍານານ, ຜູ້ຊົງຄຸນວຸດທິ ແລະ ຜູ້ແທນສົມບູນຈໍານວນ 64 ອົງທີ່ເປັນຕົວແທນໃຫ້ແກ່ພຣະສົງສາມະເນນໃນທົ່ວແຂວງ ໄຊຍະບູລີ.
ໃນກອງປະຊຸມ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ໄດ້ໃຫ້ກຽດຂຶ້ນ ໄຕ້ທຽນໄຫວ້ພຣະຣັຕຕະນະໄຕຣ ແລະ ລັ່ນຄ້ອງ 3 ບາດ, ຈາກນັ້ນ ພຣະຫຼັກຄໍາ ພັດທະຣະສານນັນທິ( ສົມພອນ ຄໍາຈະເລີນ ) ຮອງເຈົ້າຄະນະ ອພສ ແຂວງ ກໍ່ໄດ້ຂຶ້ນຜ່ານບົດລາຍງານ ການຈັດຕັ້ງປະຕິບັດວຽກງານຂອງ ອພສ ແຂວງ ໃນໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ໜ້າ, ເຊິ່ງໄດ້ກ່າວວ່າ: ທົ່ວແຂວງ ໄຊຍະບູລີ ມີພຣະສົງ-ສາມະເນນທັງໝົດ 1.615 ອົງ, ໃນນັ້ນ: ພຣະພິຂຸ 320 ອົງ, ສາມະເນນ 1.295 ອົງ, ແມ່ຂາວ 23 ຕົນ, ມີວັດ 336 ວັດ, ໃນນີ້: ວັດທີ່ມີພຣະສົງປະຈໍາຢູ່ 262 ວັດ ແລະ ວັດທີ່ບໍ່ມີພຣະສົງປະຈໍາ 74 ວັດ, ຕະຫຼອດໄລຍະ 5 ປີຜ່ານມາ ຄະນະ ອພສ ຂັ້ນຕ່າງໆແມ່ນໄດ້ເອົາໃຈໃສ່ຂົນຂວາຍ, ເຕົ້າໂຮມຄວາມສາມັກຄີລະຫວ່າງ ສະມະນະເພດ, ພຸດທະສາສະນິກະຊົນ ແລະ ປະຊາຊົນບັນດາເຜົ່າ, ໄດ້ເຄື່ອນໄຫວເທດສະໜາເຜີຍແຜ່ສິລະທັມໃຫ້ແກ່ອອກຕົນຍາດໂຍມດ້ວຍຫຼາຍຮູບແບບເຊັ່ນ: ເທດສະໜາຢູ່ຕາມວັດ, ບ້ານເຮືອນ, ໂຮງຮຽນ ແລະ ສະຖານທີ່ຂຸມຂັງດັດສ້າງ ໃຫ້ມີລະບຽບວິໄນ, ຍຶດຖືຫຼັກສິນທັມໃນການດໍາລົງຊີວິດ ຕິດພັນກັບນໍ້າໃຈຮັກຊາດ, ຮັກລະບອບໃໝ່ ແລະ ສ້າງຄວາມສາມັກຄີເຊິ່ງກັນ ແລະ ກັນ ໂດຍຈຸດປະສົງເພື່ອແນໃສ່ໃຫ້ຜູ້ຟັງຮຽນຮູ້ໃນຫຼັກທັມຂອງພຣະພຸດທະເຈົ້າ ເຊິ່ງສາມາດນໍາໃຊ້ເຂົ້າໃນຊີວິດປະຈໍາວັນຂອງແຕ່ລະຄົນ, ເຮັດໃຫ້ຊີວິດມີຄວາມຜາສຸກ, ປາສະຈາກໂທດ, ສັງຄົມມີຄວາມສະຫງົບ, ຮູ້ຈັກບາບ-ບຸນຄຸນໂທດ, ພ້ອມດຽວກັນກໍ່ໄດ້ເອົາໃຈໃສ່ກໍ່ສ້າງ, ບູລະນະປະຕິສັງຂອນ ແລະ ປົກປັກຮັກສາວັດວາອາຮາມ, ເຮັດໃຫ້ວັດມີຄວາມຮຸ່ງເຮືອງສີວິໄລ, ເປັນທີ່ເຄົາຣົບສັກກາລະຂອງຊາວພຸດທົ່ວໜ້າ, ກອງປະຊຸມໄດ້ມີການປະກອບຄໍາຄິດ-ຄໍາເຫັນຈາກ ອພສ ແຕ່ລະເມືອງ, ພະແນກການອ້ອມຂ້າງແຂວງ ແລະ ໄດ້ຮັບຮອງອົາ ຄະນະບໍລິຫານງານ ອົງການພຸດທະສາສະໜາສໍາພັນລາວຊຸດໃໝ່ຈໍານວນ 21 ອົງ, ຮັບຮອງເອົາການແຕ່ງຕັ້ງຄະນະປະທານບໍລິຫານງານ ອົງການພຸດທະສາສະໜາ 5 ອົງ, ໂດຍເລືອກເອົາ ພຣະຫຼັກຄໍາ ໄຊຍະບູຣິນສຸເມທາຈານ (ປທ ບຸນທຽນ ພຸດທະວະໂຣ) ເປັນເຈົ້າຄະນະ ອພສ ແຂວງ ໄຊຍະບູລີຊຸດໃໝ່.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ