ກອງປະຊຸມໃຫ່ຍຜູ້ແທນແມ່ຍິງລາວແຂວງຈຳປາສັກຄັ້ງທີVII ໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 3 ມີຖຸນາ 2020 ນີ້ຢູ່ທີ່ສະໂມສອນຫຼັກ 4 ຂອງແຂວງຈຳປາສັກ. ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ດ໋ອກເຕີ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆຈຳປາສັກ, ມີສະຫາຍ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານສູນກາງສະຫະພັນແມ່ຍິງລາວ, ມີອົງການຈັດຕັ້ງມະຫາຊົນແຂວງ, ບັນດາສະຫາຍຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ຜູ້ແທນສົມບູນທີ່ມາຈາກຮາກຖານພະແນກການອ້ອມຂ້າງແຂວງ, 9 ເມືອງ 1 ນະຄອນ ແລະສະມາຄົມທຸລະກິດແມ່ຍິງ ແລະພາກສ່ວນຕ່າງໆຈຳນວນ 287 ສະຫາຍເຂົ້າຮ່ວມ.
ໃນພິທີ ສະຫາຍ ນາງ ວາດສະໜາ ສີລິມາ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງຈຳປາສັກໄດ້ກ່າວໄຂກອງປະຊຸມເຊິ່ງສະຫາຍກ່າວວ່າ ກອງປະຊຸມຄັ້ງນີ້ແມ່ນມີຄວາມໝາຍ,ຄວາມສຳຄັນຫຼາຍສຳລັບຊີວິດການເມືອງ,ເປັນຂີດໝາຍແຫ່ງການສຶບຕ່ໍປັບປຸງອົງການຈັດຕັ້ງແມ່ຍິງແຂວງໃຫ້ມີການພັດທະນາ ແລະ ເຂັ້ມແຂງຮອບດ້ານ ເຊິ່ງໃນກອງປະຊຸມຄັ້ງນີ້ແມ່ນຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານບົດລາຍງານການເມືອງທັງສອງພາກ ແລະຜ່ານບົດສຳຫຼວດການນຳພາຂອງຄະນະບໍລິຫານງານສະຫະພັນແມ່ຍິງແຂວງໃນໄລຍະ 5 ປີທີ່ຜ່ານມາພ້ອມນັ້ນຜູ້ແທນສົມບູນຍັງໄດ້ ໃຊ້ສິດປະຊາທິປະໄຕເລືອກເອົາຄະນະບໍລິຫານງານສະຫະພັນແມ່ຍິງແຂວງຊຸດໄໝ່ເພື່ອເປັນການສຶບຕໍ່ປະຕິບັດວຽກງານແມ່ຍິງໃນຕໍ່ໜ້າໃຫ້ເຂັ້ມແຂງຂື້ນເລື້ອຍໆ.
ໃນກອງປະຊຸມໃຫ່ຍຜູ້ແທນແມ່ຍິງແຂວງໃນຄັ້ງນີ້ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການສະ ຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາແມ່ຍິງໃນໄລຍະ 5 ປີຕໍ່ໜ້າ, ຮັບຟັງຕົວແບບການຜະລິດຂອງສະຫະພັນແມ່ຍິງຂອງອ້ອມຂ້າງ ແຂວງ,ເມືອງ,ນະຄອນ, ກອງປະຊຸມຜູ້ແທນສົມບູນທີ່ເຂົ້າຮ່ວມຍັງໄດ້ໄຊ້ສິດປະຊາທິປະໄຕເລືອກເອົາຄະນະບໍລິຫານງານສະຫະພັນແມ່ຍິງແຂວງຊຸດໄໝ່ ຊຶ່ງມີຜູ້ສະໝັກ 39 ສະຫາຍ ເລືອກເອົາ 35 ສະຫາຍ.ໃນນັ້ນເລືອກເອົາ ສະຫາຍ ນາງ ວາດສະໜາ ສີລິມາ ເປັນປະທານສະຫາພັນແມ່ຍິງແຂວງ ແລະ ຮອງປະທານຄະນະບໍລິຫານງານສະຫາພັນແມ່ຍິງແຂວງຈຳນວນ 3 ສະຫາຍຄື: 1. ສະຫາຍ ນາງ ເຕດາວັນ ແກ້ວພິລາວັນ ຮອງປະທານສະຫະພັນແມ່ຍິງແຂວງ ທັງແມ່ນປະທານກວດກາກວດກາສະຫະພັນແມ່ຍິງແຂວງ. 2. ສະຫາຍ ນາງ ສຸກສົມພອນ ພົນອາສາ ຮອງປະທານສະຫະພັນແມ່ຍິງແຂວງ ທັງແມ່ນ ຮອງປະທານກວດກາສະຫາພັນແມ່ຍິງແຂວງ. 3. ສະຫາຍ ນາງ ບຸນສຸວັນ ໂພໄຊຊະນະສັກ ຮອງປະທານສະຫະພັນແມ່ຍິງແຂວງ.
ຂ່າວ ປະພິດ ສີສົມບູນ ພາບ: ຂຽວສົມພອນ ອ່ອນບຸນຜາ