ໃນຕອນເຊົ້າຂອງວັນທີ 18 ກຸມພາ 2021 ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມໜ່ວຍງານວິຊາການສະພາປະສານງານອາຊຽນ ວ່າດ້ວຍການຊ່ວຍເຫຼືອສຸກເສີນດ້ານສາທາລະນະສຸກ ຄັ້ງທີ 6 ແບບທາງໄກ (6th Meeting of ASEAN Coordinating Council Working Group on Public Health Emergencies) ພາຍໃຕ້ການເປັນປະທານຂອງ ບຣູໄນ ໂດຍມີບັນດາເຈົ້າໜ້າທີ່ອາວຸໂສອາຊຽນ; ບັນດາເຈົ້າໜ້າທີ່ອາວຸໂສອາຊຽນເສົາຄໍ້າອື່ນທີ່ກ່ຽວຂ້ອງ (ວັດທະນະທໍາ-ສັງຄົມ, ເສດຖະກິດ, ສາທາລະນະສຸກ ແລະ ຂົນສົ່ງ); ຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ; ບັນດາຫົວໜ້າກົມຮັບຜິດຊອບວຽກເຂົ້າ-ອອກເມືອງ ແລະ ກົງສູນ; ອົງການທ່ອງທ່ຽວແຫ່ງຊາດອາຊຽນ; ແລະ ກອງເລຂາອາຊຽນ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ຕີລາຄາສູງຕໍ່ຜົນການຈັດຕັ້ງປະຕິບັດບັນດາໜ້າວຽກໃນການຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ໂຄວິດ-19 ໂດຍສະເພາະ ການຜັນຂະຫຍາຍຜົນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ໃນເດືອນພະຈິກ 2020 ແລະ ກອງປະຊຸມວົງແຄບລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງວັນທີ 21 ມັງກອນ 2021 ຜ່ານມາ. ໃນນີ້, ກອງປະຊຸມ ໄດ້ເຫັນດີຮັບຮອງເອົາການສ້າງຕັ້ງໜ່ວຍງານ ປະຈໍາກອງເລຂາອາຊຽນ ເພື່ອຕິດຕາມການຈັດຕັ້ງປະຕິບັດແຜນຟື້ນຟູຮອບດ້ານຂອງອາຊຽນ; ເຫັນດີເອົາງົບປະມານ ຈໍານວນ 10,5 ລ້ານ ໂດລາສະຫະລັດ ຈາກກອງທຶນອາຊຽນເພື່ອຮັບມືກັບພະຍາດ ໂຄວິດ-19 ເພື່ອຈັດຊື້ວັກແຊງຕ້ານພະຍາດ ໂຄວິດ-19 ໃຫ້ປະຊາຊົນອາຊຽນ (ໃນນີ້, 10 ລ້ານໂດລາສະຫະລັດ ແບ່ງປັນແຕ່ລະປະເທດສະມາຊິກອາຊຽນ ລວມທັງ ສປປ ລາວ ເທົ່າທຽມກັນ ປະເທດລະ 1 ລ້ານ ໂດລາ ແລະ 5 ແສນ ໂດລາສະຫະລັດ ສໍາລັບພະນັກງານກອງເລຂາອາຊຽນ ທີ່ ຈາກາກຕາ); ແລະ ເຫັນດີສ້າງຕັ້ງໜ່ວຍງານສະເພາະກິດ ເພື່ອຮ່າງຂອບຂໍ້ຕົກລົງໃນການສ້າງແລວການເດີນທາງໃນອາຊຽນ ພ້ອມທັງໃຫ້ສືບຕໍ່ປຶກສາຫາລືຮ່າງພາລະບົດບາດຂອງໜ່ວຍງານດັ່ງກ່າວ. ພ້ອມນີ້, ກອງປະຊຸມ ຍັງໄດ້ຊຸກຍູ້ໃຫ້ເລັ່ງລັດສ້າງຄັງແຮຢາປົວພະຍາດ ແລະ ອຸປະກອນການແພດ ສໍາລັບພາວະສຸກເສີນດ້ານສາທາລະນະສຸກພາກພື້ນອາຊຽນ ໃຫ້ສໍາເລັດໂດຍໄວ ແລະ ໄດ້ເຫັນດີທາງດ້ານຫຼັກການໃນການສະເໜີສ້າງຄັງແຮຢາປົວພະຍາດ ແລະ ອຸປະກອນການແພດ ສໍາລັບພາວະສຸກເສີນດ້ານສາທາລະນະສຸກອາຊຽນບວກສາມ ໂດຍໃຫ້ສືບຕໍ່ປຶກສາຫາລືໃນລາຍລະອຽດຕື່ມ.
ພິເສດ, ກອງປະຊຸມກໍໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ການຄັດເລືອກປະເທດເຈົ້າພາບ (host country) ຂອງສູນສາທາລະນະສຸກສຸກເສີນ ແລະ ພະຍາດລະບາດພາກພື້ນອາຊຽນ, ຊຶ່ງໄດ້ມອບໃຫ້ບັນດາເຈົ້າໜ້າທີ່ອາວຸໂສສາທາລະນະສຸກອາຊຽນ ສືບຕໍ່ປຶກສາຫາລືກັນ ໃນການຄັດເລືອກດັ່ງກ່າວ.
ຜົນຂອງການປຶກສາຫາລືຄັ້ງນີ້ ຈະນໍາສະເໜີລາຍງານຕໍ່ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 29 (29th ASEAN Coordinating Council Meeting) ໃນເດືອນ ສິງຫາ 2021 ເພື່ອມີທິດຊີ້ນໍາ ຕໍ່ໄປ.
Loading...