ກອງປະຊຸມໜ່ວຍປະສານປະຈໍາພື້ນທີ່ຊາຍແດນລາວ- ໄທ, ໄທ-ລາວແຂວງໄຊຍະບູລີກັບ 5 ຈັງຫວັດພາກເໜືອຂອງໄທ ຄັ້ງທີ l ຈັດຂຶ້ນໃນວັນທີ 31 ມີນາ 2022 ທີ່ຫ້ອງປະຊຸມ ຫ້ອງວ່າການປົກ ຄອງເມືອງປາກລາຍ ແຂວງໄຊຍະບູລີ ສປປ ລາວ, ຈຸດປະສົງກອງປະຊຸມຄັ້ງນີ້ເປັນການພົບປະ ສອງຝ່າຍ ເພື່ອສ້າງຄວາມເຂົ້າໃຈ ແລະແນວທາງການຮ່ວມືິ ແລະ ກໍານົດການປະຕິບັດໜ້າທີ່ຕ່າງໆມີຄວາມສອດ ຄ່ອງເຊິ່ງກັນແລະກັນໄປສູ່ການຮ່ວມມືໃນການແກ້ໄຂບັນຫາຢາເສບຕິດຕາມຊາຍແດນລາວ- ໄທໃຫ້ເກີດມີປະສິດຕິພາບໃນເຂດພາກເໜືອໂດຍສະເພາະລະຫວ່າງ ແຂວງໄຊຍະບູລີກັບ 5 ຈັງຫວັດ ພາກເໜືອຂອງໄທ.
ຄະນະຝ່າຍລາວນໍາໂດຍ ທ່ານ ພົນຈັດຕະວາ ກູດ ພົມມາ ຫົວ ໜ້າການທະຫານກອງບັນຊາການທະຫານແຂວງໄຊຍະບູລີ,ຫົວໜ້າໜ່ວຍປະສານງານປະຈໍາເຂດຊາຍແດນລາວ-ໄທແຂວງໄຊຍະບູລີ, ມີທ່ານກອງສີ ວົງສີ ເຈົ້າເມືອງໆປາກລາຍ,ພ້ອມດ້ວຍຄະນະໜ່ວຍປະສານງານປະຈໍາເຂດ ເພື່ອແກ້ໄຂບັນຫາຢາເສບຕິດຕາມຊາຍແດນລາວ-ໄທ,ໄທ-ລາວ ແລະ ຫົວໜ້າກອງບັນຊາການສອງກໍາລັງ ປກຊ-ປກສ ທັງ 4 ເມືອງໃຕ້ເຂົ້າຮ່ວມ.
ເປັນປະທານຮ່ວມຝ່າຍລາວ ແລະ ຄະນະຝ່າຍໄທ ນໍາໂດຍ ພົນຕີ ນະຣິດ ຖາວອນວົງ,ຜູ້ບັນຊາການກອງກໍາລັງຜາເມືອງ, ຫົວໜ້າໜ່ວຍປະສານງານປະຈໍາເຂດຊາຍແດນໄທ-ລາວ 5 ຈັງຫວັດພາກເໜືອຂອງໄທ.
ໂອກາດນີ້ປະທານກອງປະຊຸມທັງສອງຝ່າຍກໍ່ໄດ້ພັດປ່ຽນກັນກ່າວເປີດກອງປະຊຸມຢ່າງເປັນທາງການ,ກອງປະຊຸມຄັ້ງນີ້ທັງ ສອງຝ່າຍແມ່ນໄດ້ນໍາສະເໜີການປະຕິບັດງານໃນປີ 2021 ຜ່ານມາ ແລະ ທິດທາງແຜ່ນການປີ 2022 ປຶກສາຫາລືຮ່ວມກັນອະທິບາຍຊີ້ແຈ້ງບາງເຫດການທີ່ເກີດຂື້ນລຽບຕາມບໍລິເວນຊາຍແດນໃຫ້ຄະນະໜ່ວຍປະສານງານປະຈໍາພື້ນທີ່ຊາຍແດນ ລາວ-ໄທ,ໄທ- ລາວ, ພວກເຮົາໄດ້ຮັບຮູ້ ແລະ ຄົ້ນຄວ້າຫາວິທີແກ້ໄຂຮ່ວມ ກັນ, ເພື່ອເປັນການປົກປັກຮັກສາສະຖຽນລະພາບ,ຄວາມສະຫົງບຄວາມເປັນລະບຽບຮ້ຽບຮ້ອຍຢູ່ລຽບຕາມບໍລິເວນຊາຍແດນ ແຂວງໄຊຍະບູລີ ເວົ້າລວມ,ເວົ້າສະເພາະແມ່ນເພື່ອເປັນການຄວບຄຸມ,ສະກັດກັ້ນ ແລະ ປາບ ປາມແກ້ໄຂບັນຫາຢາເສບຕິດ ລຽບຕາມພື້ນທີ່ຊາຍແດນ ແຂວງໄຊຍະບູລີ ກັບ ພື້ນທີ່ພາກເໜືອຂອງໄທໃຫ້ມີຄວາມສະຫົງບຄວາມປອດໄພທັງສອງຊາຍແດນຮ່ວມກັນ,ທັງສອງຝ່າຍໄດ້ເປັນເຈົ້າການປະສານສົມທົບແລກ ປ່ຽນຂໍ້ມູນຂ່າວສານກ່ຽວກັບພວກກຸ່ມຄົນຄ້າ-ຂາຍຢາເສບ ຕິດ,ລັກລອບຂ້າມຊາຍແດນແບບຜິດກົດໜາຍໃຫ້ເຊີ່ງກັນແລະກັນຊາບ,ທັງອໍານວຍຄວາມສະດວກໃນການຄົ້ນຫາ,ຈັບກຸມ,ດໍາເນີນຄະດີຕາມລະບຽບກົດໜາຍຂອງແຕ່ລະປະເທດແນ່ໃສ່ເຮັດໃຫ້ຊາຍແດນທັງສອງປະເທດມີຄວາມສະຫົງບມີ ຄວາມເປັນລະ ບຽບຮຽບຮ້ອຍ ພ້ອມໃຫ້ມີການລາດຕະເວນຮ່ວມກັນເພື່ອປ້ອງ ກັນ ແລະ ສະກັດກັ້ນການເຄືອນ ໄຫວຂອງຂະບວນຄ້າ-ຂາຍຢາເສບຕິດຂ້າມຊາດພາຍໃຕ້ອະທິ ປະໄຕຂອງແຕ່ລະຝ່າຍໃນນັ້ນຖ້າສອງຝ່າຍມີຄວາມພ້ອມ ແລະເຫັນດີຮ່ວມກັນຈຶ່ງສາມາດດໍາເນີນການໄດ້.
ກອງປະຊຸມທັງສອງຝ່າຍໄດ້ພ້ອມກັນຮ່ວມລົງນາມເຊັນບົດບັນທຶກຮ່ວມກັນໃນການປະຕິບັດງານປີ 2022 ໃຫ້ມີການພົບປະປຶກສາຫາລືຮ່ວມກັນຢ່າງເປັນທາງການຂອງໜ່ວຍປະສານງານປະຈໍາພື້ນທີ່ຊາຍແດນລາວ-ໄທ, ໄທ-ລາວ 6 ເດືອນ ຕໍ່ຄັ້ງ,ໂດຍພັດປ່ຽນກັນເປັນເຈົ້າພາບ ແລະ ບັນຫາອື່ນໆອີກຈໍານວນໜຶ່ງໃນໂອ ກາດດຽວກັນນີ້ຄະນະຜູ້ແທນທັງສອງຝ່າຍກໍ່ໄດ້ແລກປ່ຽນມອບຂອງຂັວນທີ່ລະນຶກໃຫ້ເຊີງກັນແລະກັນທັງນີ້ກໍ່ເພື່ອເປັນການສ້າງສາຍສໍາພັນຄວາມສະນິດ,ສະໜົມລະຫ່ວາງສອງຊາດສອງກອງທັບລາວ-ໄທ,ໄທ-ລາວໃຫ້ມີຄວາມຍືດຍົງຕະຫລອດການ.
ຂ່າວ-ພາບ:ດາວປະດິດ ເສດຖາລາດ
Loading...