ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 07 ມີນາ 2022, ຢູ່ທີ່ໂຮງ ແຮມ ຄຣາວພຣາຊ່າ, ນະຄອນ ຫລວງວຽງຈັນ ກົມສົ່ງເສີມວິສາ ຫະກິດຂະໜາດນ້ອຍ ແລະ ກາງ (ກສວ), ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມ ໜ່ວຍງານຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງການເຂົ້າເຖິງແຫຼ່ງທຶນ ຂອງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອຮັບມືກັບຜົນກະທົບ ແລະ ຟື້ນຟູຈາກ ໂຄວິດ-19 (MSME A2F-ESR) ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບ ການພັດ ທະນາລະບົບການຄໍ້າປະກັນສິນເຊື່ອ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຖິງ ດວງສະ ຫວັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍມີຜູ້ເຂົ້າຮ່ວມ ຈາກທະນາຄານແຫ່ງ ສປປ ລາວ, ບັນດາກະຊວງ ທີ່ກ່ຽວຂ້ອງກັບການຈັດຕັ້ງປະ ຕິບັດໂຄງການ, ທະນາຄານໂລກ (ເຂົ້າຮ່ວມຜ່ານລະບົບປະຊຸມທາງໄກ), ພາກທຸລະກິດ ແລະ 05 ທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການ ລວມທັງໝົດຈໍານວນ 50 ກວ່າທ່ານ.
ໃນໂອກາດກ່າວເປີດກອງປະຊຸມໃນຄັ້ງນີ້, ທ່ານ ບຸນເຖິງ ດວງສະ ຫວັນ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ມີຄໍາເຫັນບາງຕອນວ່າ: ຫົວໜ່ວຍທຸລະກິດຂະໜາດຈຸນລະວິສາ ຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈວນກ) ເປັນກໍາລັງຫຼັກ ແລະ ເປັນກົນໄກທີ່ມີຄວາມສຳຄັນໃນການຂັບເຄື່ອນລະບົບເສດຖະກິດ, ເປັນຜູ້ສ້າງແຫຼ່ງລາຍຮັບໃຫ້ແກ່ລັດຖະບານ, ສ້າງວຽກເຮັດງານທໍໍາຈໍານວນຫລວງຫລາຍໃນສັງຄົມ ເຊິ່ງຖືໄດ້ວ່າມີບົດບາດທີ່ສຳຄັນຕໍ່ກັບການພັດທະນາເສດຖະກິດຂອງຊາດ. ແນວໃດກໍຕາມ, ຫົວໜ່ວຍທຸລະ ກິດເຫຼົ່ານີ້ ໄດ້ປະເຊີນໜ້າກັບຄວາມທ້າທາຍຫຼາຍຢ່າງໃນການພັດທະນາທຸລະກິດຂອງຕົນ ເຊິ່ງໜຶ່ງໃນນັ້ນ ແມ່ນການເຂົ້າເຖິງແຫຼ່ງທຶນ ຍ້ອນບໍ່ສາມາດປະຕິບັດຕາມເງື່ອນໄຂຂອງບັນດາທະນາ ຄານ ແລະ ສະຖາບັນການເງິນຕ່າງໆ ໄດ້ໂດຍສະເພາະແມ່ນ ຍ້ອນການຂາດຫຼັກຊັບຄໍ້າປະກັນ.
ຍ້ອນເຫັນໄດ້ເຖິງຄວາມສຳຄັນໃນວຽກງານການຄໍ້າປະກັນສິນເຊື່ອດັ່ງກ່າວ, ລັດຖະບານແຫ່ງ ສປປ ລາວ ໂດຍສະເພາະແມ່ນ ກະຊວງອຸດສາຫະກໍາ ແລະ ການຄ້າ ຈຶ່ງໄດ້ມີແຜນການແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອຄົ້ນຄວ້າ ແລະ ພັດທະນາລະບົບຄໍ້າປະກັນສິນເຊື່ອຂອງ ສປປ ລາວ ໂດຍມີຜູ້ຕາງໜ້າຈາກຫຼາຍພາກສ່ວນ ເພື່ອຮ່ວມກັນຄົ້ນຄວ້າສ້າງກົນໄກຄຳ້ປະກັນສິນເຊື່ອ, ນິຕິກໍາ, ຄູ່ມືແນະນໍາ ການຕິດຕາມຄຸ້ມຄອງວຽກ ງານດັ່ງກ່າວ ແລະ ຕິດຕາມການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສໍາເລັດໃນອະນາຄົດອັນໃກ້ນີ້.”
ກອງປະຊຸມດັ່ງກ່າວ ໄດ້ຮັບຟັງການບັນລະຍາຍກ່ຽວກັບວຽກງານຄຳ້ປະກັນສິນເຊື່ອ ເຊິ່ງນຳສະເໜີໂດຍຊ່ຽວຊານຕ່າງປະເທດ ເຊິ່ງຊ່ຽວຊານໄດ້ຍົກໃຫ້ເຫັນກ່ຽວກັບຄວາມສຳຄັນຂອງວຽກ ງານດັ່ງກ່າວ, ກົນໄກ ແລະ ລະບົບການຄຳ້ປະກັນສິນເຊື່ອ ທີ່ໄດ້ຮັບການຈັດຕັ້ງປະຕິບັດທີ່ດີໃນບາງປະເທດ. ພ້ອມນີ້, ຊ່ຽວຊານຍັງໄດ້ນຳສະເໜີກ່ຽວກັບແຜນວຽກທີ່ກ່ຽວຂ້ອງກັບການພັດທະນາລະບົບການຄຳ້ປະກັນສິນເຊື່ອໃນ 06 ເດືອນຕໍ່ໜ້າ. ພາຍຫລັງການນຳສະເໜີ, ກອງປະຊຸມໄດ້ມີການປະກອບຄຳເຫັນຢ່າງກົງໄປກົງມາຕໍ່ກັບວຽກງານດັ່ງກ່າວ ແລະ ໄດ້ມີຄຳຖາມເຈາະຈີ້ມລົງເລິກຈຳ ນວນໜຶ່ງຈາກຜູ້ເຂົ້າຮ່ວມກອງປະຊຸມ.
ພາຍຫຼັງກອງປະຊຸມ, ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ກສວ) ກໍຄືຄະນະຮັບຜິດ ຊອບການພັດທະນາລະບົບຄໍ້າປະກັນສິນເຊື່ອ ຈະສືບຕໍ່ນໍາເອົາຜົນທີ່ໄດ້ປືກສາຫາລື ຈາກກອງປະຊຸມໃນຄັ້ງນີ້ ໄປຜັນຂະຫຍາຍຈັດຕັ້ງປະຕິບັດ ໃນການພັດທະ ນາລະບົບການຄໍ້າປະກັນສິນເຊື່ອໃຫ້ໄດ້ຮັບໝາກຜົນຢ່າງມີປະສິດ ທິພາບສູງສຸດ ເພື່ອຊ່ວຍເຫຼືອ ແລະ ສະໜັບສະໜູນບັນດາ ຈຳ ນວນ ໃຫ້ສາມາດເຂົ້າເຖິງແຫຼ່ງທຶນໄດ້ ເປັນຕົ້ນແມ່ນການສ້າງຕັ້ງຄະນະຊີ້ນຳການພັດທະນາວຽກ ງານດັ່ງກ່າວ.
ການພັດທະນາລະບົບການຄໍ້າປະກັນສິນເຊື່ອນີ້ແມ່ນ ໄດ້ຮັບການສະນັບສະໜູນໂດຍ ໂຄງ ການເຂົ້າເຖິງແຫຼ່ງທຶນ ຂອງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອຮັບມືກັບຜົນກະທົບ ແລະ ຟື້ນຟູ ຈາກ ໂຄວິດ-19 (MSME A2F-ESR).