ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ອົງການປົກຄອງແຂວງຈຳປາສັກ ແລະ ສະຖານທູດຍີ່ປຸ່ນປະຈຳລາວ ໄດ້ຈັດກອງປະຊຸມປຶກສາຫາລືຮ່ວມກັນໃນການອຳນວຍຄວາມສະດວກແກ່ການລົງທຶນຂອງຫົວໜ່ວຍທຸລະກິດພາກລັດ ແລະ ເອກະຊົນລາວ-ຍີ່ປຸ່ນຢູ່ແຂວງຈຳປາສັກຄັ້ງທີ I ໃນຕອນ ບ່າຍວັນທີ 19 ມັງກອນ 2022 ນີ້ ຢູ່ທີ່ຫ້ອງວ່າການແຂວງ.ໂດຍພາຍໃຕ້ການເປັນປະທານຮ່ວມລະຫວ່າງ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງໆຈຳປາສັກ ແລະ ທ່ານ ເຄນອິຈິ ໂຄບະຢະຊິ ເອກອັກຄະຣາຊະທູດຜູ້ມີອຳນາດເຕັມແຫ່ງປະເທດຍີ່ປຸ່ນປະຈຳ ສປປ ລາວ , ມີປະທານສະພາການຄ້າ-ອຸດສະຫະກຳຍີ່ປຸ່ນປະຈຳລາວ, ສະພາການຄ້າອຸດສະຫະກຳຍີ່ປຸ່ນສາຂາປາກເຊ, ບັນດາຕ່າງໜ້າຫົວໜ່ວຍທຸລະກິດຂອງປະເທດຍີ່ປຸ່ນ ແລະພະແນກການ,ຂະແໜງການກ່ຽວຂ້ອງຂອງ ແຂວງຈຳປາສັກເຂົ້າຮ່ວມ.
ທ່ານວິໄລວົງ ບຸດດາຄຳ ເຈົ້າແຂວງໆຈຳປາສັກ ໄດ້ກ່າວວ່າ:ໃນກອງປະຊຸມຄັ້ງນີ້ໄດ້ດຳເນີນຄົ້ນຄ້ວາປຶກສາຫາລື ເປັນ 2 ວາລະຄື:
1 ໄດ້ຮ່ວມກັນ ສົນທະນາກ່ຽວ ກັບຂໍ້ຄົງຄ້າງ ທີ່ຕິດພັນກັບການຄ້າ, ການຂົນສົ່ງ;
2.ໄດ້ຮ່ວມກັນສົນທະນາ ກ່ຽວກັບກົນໄກ ການລົງທຶນປະຕູດຽວຢູ່ ແຂວງຈຳປາສັກ.
ຈຸດປະສົງແມ່ນ ເພື່ອປຶກສາຫາລືກ່ຽວກັບການປັບປຸງສະພາບແວດລ້ອມໃນການດໍາເນີນທຸລະ ກິດຢູ່ແຂວງຈຳປາສັກ ລະຫວ່າງພາກລັດ ແລະ ເອກະຊົນ ຍີ່ປຸ່ນ ຢູ່ແຂວງຈຳປາສັກ.ຊຶ່ງທາງອົງການປົກຄອງ ແຂວງຈຳປາສັກ ແລະ ຝ່າຍຍີ່ປຸ່ນ ໄດ້ຮ່ວມກັນ ສົນທະ ນາ ປຶກສາຫາລື ເພື່ອທົບທວນບັນດາຂໍ້ຄົງຄ້າງ ແລະ ຫາທາງອອກ ຮ່ວມກັນເພື່ອປັບປຸງ ບັນດາຂອດຂັ້ນຕ່າງໆ ທີ່ຕິດພັນກັບດ້ານນະໂຍບາຍ ແນ່ໃສ່ອໍານວຍຄວາມ ສະດວກໃຫ້ແກ່ ຜູ້ລົງທຶນ ວິສາ ຫະກິດ ຍີ່ປຸ່ນ ຢູ່ແຂວງຈໍາປາສັກ ແລະ ເພື່ອສ້າງນະໂຍບາຍ ທີ່ສອດຄ່ອງແທດເໜາະ ເພື່ອດຶງດູດເອົາຜູ້ລົງທຶນ ຍີ່ປຸ່ນ ທີ່ຈະເຂົ້າມາໃຫ້ນັບມື້ນັບຫຼາຍ ຂຶ້ນ.
ແຂວງຈໍາປາສັກເປັນແຂວງໜຶ່ງທີ່ມີຄວາມອຸດົມສົມບູນທາງ ດ້ານທຳມະຊາດ ກໍຄືຊັບພະຍາກອນມະນຸດ ແລະ ເປັນຈຸດຍຸດທະສາດທີ່ສຳຄັນ ເຊື່ອມຕໍ່ ລະຫ່ວາງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ເປັນ ຈຸດທີ່ມີຊາຍແດນເຊື່ອມຈອດກັບ ປະເທດຍີ່ປຸ່ນ ຖືເປັນປະ ເທດໜຶ່ງໃນທະວີບອາຊີ ທີ່ປະສົບຜົນສຳເລັດທາງດ້ານການພັດທະນາ ເສດຖະກິດ-ສັງຄົມ ແລະ ຈັດເປັນປະເທດທີ່ພັດທະ ນາແລ້ວ ມີລະດັບວິທະຍາສາດ ແລະ ເຕັກໂນໂລຊີສູງລະດັບແນວໜ້າຂອງໂລກ ມີຄວາມສາມາດທາງດ້ານທຶນຮອນອັນ ມະຫາ ສານ, ພັກ ແລະລັດຖະບານໄດ້ເລັງເຫັນທ່າແຮງອັນບົ່ມຊ້ອນດັ່ງກ່າວ ແລະ ໄດ້ ກາຍເປັນຄູ່ຮ່ວມຍຸດທະສາດດ້ານການພັດທະນາເສດຖະກິດ, ການຄ້າ ແລະ ການລົງທຶນ ເພື່ອນຳເອົາທຶນຮອນ ເຕັກໂນໂລຊີ ແລະ ບົດຮຽນດັ່ງກ່າວເຂົ້າມາພັດທະນາເສດຖະກິດ ສັງຄົມ ຂອງ ສປປ ລາວ ກໍ່ຄືແຂວງຈຳປາສັກ.
ໃນປີ 2020 ສປປ ລາວ ສາ ມາດບັນລຸດ້ານການຄ້າໄດ້ 220 ກ່ວາລ້ານ USD, ໃນນັ້ນ ສປປ ລາວ ສາມາດສົ່ງອອກໄປປະເທດຍີ່ປຸ່ນໄດ້ 84,7 ລ້ານໂດລາສະຫາລັດ ແລະ ນຳເຂົ້າຈາກຍີ່ປຸ່ນ 136 ລ້ານ USD. ນອກຈາກນັ້ນ, ຍີ່ປຸ່ນກໍ່ໄດ້ໃຫ້ການຊ່ວຍເຫຼືອ ໃນ ຫຼາຍຂົງເຂດ ການສຶກສາ, ສາທາ ລະນະສຸກ, ຄົມມະນາຄົມ-ຂົນສົ່ງ, ແຮງງານ, ສົ່ງອາສາ ສະໝັກ ແລະ ຊ່ຽວຊານຫຼາຍກ່ວາ 5.500 ເທື່ອຄົນມາ ລາວ, ນອກນັ້ນຍັງໄດ້ຮັບການ ຊ່ວຍເຫຼືອຢ່າງຫຼວງຫຼາຍໃນວຽກງານ ອື່ນໆ ຢ່າງຮອບດ້ານ.
ໃນປະຈຸບັນການລົງທຶນຂອງ ຍີ່ ປຸ່ນ ຢູ່ ສປປ ລາວ ມີມູນຄ່າຫຼາຍ ກ່ວາ 180 ລ້ານ USD, ມີບໍລິສັດທັງໝົດ 163 ບໍລິສັດທີ່ລົງທຶນໃນ ສປປ ລາວ, ສະເພາະຢູ່ໃນເຂດ ເສດຖະກິດພິເສດແຂວງຈຳປາ ສັກ ປັດຈຸບັນສາມາດດຶງດູດການລົງທຶນ ໄດ້ທັງໝົດ 21 ບໍລິສັດ ໃນນັ້ນ, ຕ່າງປະເທດ 10 ບໍລິສັດ ແລະ ພາຍໃນຮ່ວມກັບຕ່າງປະ ເທດ 11 ບໍລິສັດ ຊຶ່ງກວມເອົາຂະແໜງອຸດສາຫະກຳ 13 ບໍລິ ສັດ, ບໍລິການ 08 ບໍລິສັດ ໂດຍມີທຶນທັງໝົດ 75,2 ລ້ານໂດລາສະ ຫະລັດ ແລະ ທຶນຈົດທະບຽນ 5,9 ລ້ານໂດລາສະຫະລັດ; ມີມູນຄ່າ ການລົງທຶນຕົວຈິງ 10,6 ລ້ານໂດລາສະຫະລັດ, ໃນນັ້ນຜູ້ພັດ ທະນາ 4,03 ລ້ານໂດລາ ສະຫະ ລັດ ແລະ ຜູ້ລົງທຶນລາຍຍ່ອຍ 6,5 ລ້ານໂດລາສະຫະລັດ. ມີມູນຄ່າ ການນໍາເຂົ້າທັງ ໝົ ົດ 36.154.920 ໂດລາສະຫາລັດ ແລະ ສົ່ງອອກສິນຄາ ມູນຄ ່າທັງໝົດ 30.455.238 ໂດລະສະຫາລັດ.
ຂ່າວ;ພາບ: ເກດສະໜາ ແກ້ວສຸວັນນະແສງ