ກອງປະຊຸມ ສະຫລຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 15/ນຍ, ຂອງ ຄະນະສະເພາະກິດເມືອງທຸລະຄົມ ແຂວງວຽງຈັນ ຈັດຂຶ້ນຕອນເຊົ້າ ວັນທີ 7 ມິຖຸນາ 2021 ທີ່ສະໂມສອນເມືອງທຸລະຄົມ, ເຂົ້າຮ່ວມກອງປະຊຸມມີ ຄະນະປະຈໍາພັກເມືອງ, ຫົວໜ້າຫ້ອງການຈໍານວນໜຶ່ງ, ບັນດາຫົວໜ້າກຸ່ມບ້ານ ທີ່ນອນຢູ່ໃນຄະນະສະເພາະກິດຂອງເມືອງ ພາຍໃຕ້ການເປັນປະທານ ຂອງ ທ່ານ ບຸນທັບ ວົງໄຊ ຮອງເລຂາພັກເມືອງ, ປະທານຄະນະກໍາມະການເພື່ອປ້ອງກັນ, ຕ້ານ ແລະ ສະກັດກັ້ນພະຍາດໂຄວິດ 19 ແລະ ພະຍາດຕິດຕໍ່ຂອງເມືອງທຸລະຄົມ;
ກອງປະຊຸມດໍາເນີນໄປດ້ວຍບັນຍາກາດເຄັ່ງຮອນ ບົນຈິດໃຈເອກະພາບຂອງການປຶກສາຫາລື, ກວດກາຄືນການຈັດຕັ້ງປະຕິບັດວຽກງານທັງ 3 ໄລຍະທີ່ຜ່ານມາ, ລວມທັງຄົ້ນຄວ້າວິທີຈັດຕັ້ງປະຕິບັດໃນຕໍ່ໜ້າ, ໃນກອງປະຊຸມພາຍຫລັງຫົວໜ້າກອງເລຂາ ໄດ້ກ່າວຈຸດປະສົງກອງປະຊຸມ, ຈາກນັ້ນ ປະທານກອງປະຊຸມ ໄດ້ມີຄໍາເຫັນ ເຊິ່ງທ່ານໄດ້ສັງລວມຄືນໂດຍຫຍໍ້, ຍົກໃຫ້ເຫັນຈຸດດີ, ຈຸດຄົງຄ້າງການຊີ້ນໍາ-ນໍາພາ ແລະ ການຈັດຕັ້ງປະຕິບັດວຽກງານສະກັດກັ້ນພະຍາດໂຄວິດ 19 ຢູ່ໃນຂອບເຂດຂອງເມືອງໄລຍະຜ່ານມາ, ນໍາພາເຊື່ອມຊຶມແຈ້ງການເລກທີ 012/ຄສກ.ວຈ ລົງວັນທີ 4 ມິຖຸນາ 2021, ຮັບຟັງການປະກອບຄໍາເຫັນຂອງບັນດາຜູ້ເຂົ້າຮ່ວມ, ຍົກໃຫ້ເຫັນດ້ານຕັ້ງໜ້າ, ດ້ານຄົງຄ້າງຕ້ອງໄດ້ປັບປຸງແກ້ໄຂ ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວວຽກງານໃນຕໍ່ໜ້າ, ເນື່ອງຈາກໃນຕົວຈິງແລ້ວ ເຖິງວ່າຄະນະສະເພາະກິດທຸກຂັ້ນຈະໄດ້ເຮັດໜ້າທີ່ຢ່າງແຂງແຮງເປັນຂະບວນການອັນກວ້າງຂວາງແລ້ວ, ແຕ່ກໍ່ຍັງພາໃຫ້ເກີດມີຊ່ອງວ່າງຢູ່ຈໍານວນໜຶ່ງ, ເປັນຕົ້ນຍັງມີຄົນຍາງຈໍາພວກຍັງສາມາດເດີນທາງເຂົ້າອອກເມືອງທຸລະຄົມແບບບໍ່ຖືກຕ້ອງ, ບໍ່ມີເອກະສານຈາກພາກສ່ວນກ່ຽວຂ້ອງ ແລະ ໄປວຽກແບບບໍ່ມີຄວາມຈໍາເປັນເທົ່າທີ່ຄວນ ເຊັ່ນ: ໄປວັດວາອາຮາມ, ໄປຫາພຣະສົງ ຫລື ບາງຄົນກໍ່ຍັງເດີນທາງເຂົ້າອອກເມືອງແບບບໍ່ມີເຫດຜົນຈໍາເປັນ, ນອກນັ້ນ ບັນດາຮ້ານສະນຸກເກິ້, ສັງວຽກຕີໄກ່, ສະໜາມກິລາ, ຮ້ານອິນເຕີເນັດ ແລະ ຮ້ານກິນດື່ມຈໍານວນໜຶ່ງຍັງລະເມີດຄໍາສັ່ງ ແລະ ລັກເປີດບໍລິການ, ຍັງມີການລັກຕັ້ງວົງຊຸມແຊວ, ການຫລິ້ນການພະນັນ, ປິ້ງໂກ້, ບັນດາເຮືອນດີງານສົບຍັງມີຄົນແອອັດ ແລະ ບໍ່ມີມາດຕະການປ້ອງກັນຢ່າງພຽງພໍ.
ພ້ອມກັນນີ້ ຄະນະກໍາມະການເພື່ອປ້ອງກັນ, ຕ້ານ ແລະ ສະກັດກັ້ນພະຍາດໂຄວິດ 19 ແລະ ພະຍາດຕິດຕໍ່ຂອງເມືອງທຸລະຄົມ; ຍັງໄດ້ເຫັນດີເປັນເອກະພາບ ໃຫ້ອອກມາດຕະການ ເພື່ອໃຫ້ແທດເໝາະ ກັບສະພາບຕົວຈິງ ຂອງປະຊາຊົນຢູ່ພາຍໃນເມືອງ ຕື່ມອີກ.


