ກອງປະຊຸມສະຫຼຸບວຽກງານກວດກາ ປີ 2022 ແລະ ທິດທາງແຜນການປີ 2023 ໄດ້ຈັດຂື້ນໃນ ວັນທີ 08 ກຸມພາ 2023, ທີ່ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໂດຍມີ ທ່ານ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງ ຖວທ, ມີບັນດາສະຫາຍຮອງເລຂາ, ປະທານຄະນະກວດກາພັກ, ຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນວາລະກອງປະຊຸມ ບັນດາຜູ້ແທນ ໄດ້ຮັບຟັງບົດສະຫຼຸບການເຄື່ອນໄຫວວຽກງານກວດກາປີ 2022 ແລະ ທິດທາງແຜນປີ 2023 ແລະ ຮັບຟັງການເຜີຍແຜ່ເອກະສານຈຳນວນໜື່ງ ແລະ ພ້ອມກັນຄົ້ນຄວ້າປະກອບຄຳຄິດຄຳເຫັນ ພິຈາລະນາ ຊອກໃຫ້ເຫັນດ້ານດີ ແລະ ດ້ານອ່ອນຂໍ້ຄົງຄ້າງ ຂອງວຽກງານຕິດຕາມກວດກາຢ່າງພາວະວິໄສ ແລະ ກົງໄປກົງມາ.
ສະຫາຍ ນາງ ບົວມະນີ ໄຊທິລາດ ຮອງປະທານ ກວດກາພັກກະຊວງ ຫົວໜ້າກົມກວດກາ ກະຊວງ ຖວທ ໄດ້ຂື້ນຜ່ານຮ່າງບົດສະຫຼຸບ ແລະ ສະເໜີແຜນປີ 2023, ບາງຕອນໃຫ້ຮູ້ວ່າ : ວຽກງານກວດກາພັກ ໄດ້ສຳເລັດການຕີລາຄາໜ່ວຍພັກ ແລະ ສະມາຊິກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ຈຳນວນ 35 ໜ່ວຍພັກ, ຜ່ານການກວດກາ ມີໜ່ວຍພັກ ເຂັ້ມແຂງ,ໜັກແໜ້ນ 27 ໜ່ວຍ, ໜ່ວຍພັກກາງ 8 ໜ່ວຍ ມີສະມາຊິກພັກທີ່ໄດ້ຮັບການປະເມີນ 643 ສະຫາຍ, ໃນນັ້ນ ເປັນສະມາຊິກພັກແຂງ 619 ສະຫາຍ, ກາງ 24 ສະຫາຍ, ອ່ອນ ແລະ ເສຍທາດບໍ່ມີ, ສະມາຊິກທີ່ບໍ່ໄດ້ຕີລາຄາມີ 214 ສະຫາຍ, ຍ້ອນເຈັບເປັນ ແລະ ໄປວຽກທາງການຢູ່ພາຍໃນ ແລະ ຕ່າງປະເທດ.
ດ້ານວຽກງານ ກວດກາລັດ ໄດ້ເຮັດສຳເລັດກວດກາໂຄງການລົງທຶນຂອງລັດມູນຄ່າ 10 ຕື້ລົງມາ ໄດ້ 06 ເປົ້າໝາຍ, ຂັ້ນສູນກາງ 03 ແລະ ທ້ອງຖີ່ນ 03 ເປົ້າໝາຍ, ຈັດກອງປະຊຸມປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ແກ້ໄຂປະກົດການຫຍໍ້ທໍ້ ຢູ່ເຂດເມືອງວັງວຽງ ແຂວງວຽງຈັນ ຈຳນວນ 2 ຄັ້ງ, ວຽກງານຕ້ານການສໍ້ລາດບັງຫຼວງ ແລະ ຕິດ ຕາມ, ແກ້ໄຂຜົນການກວດກາ ເຊິ່ງໄດ້ກວດກາຕາມຜົນການກວດສອບ ຈຳນວນ 14 ເປົ້າໝາຍ, ໄດ້ກວດກາພົບເຫັນການໃຊ້ຈ່າຍງົບປະມານທີ່ບໍ່ຖືກຕ້ອງຕາມລະບຽບ (ບໍ່ມີຕົວຕົນ) ຈຳນວນ 639 ລ້ານກີບ ບັນຫາດັ່ງກ່າວຍັງສືບຕໍ່ດຳເນີນການກວດກາຕາມຕາມຜົນການກວດກາຢູ່, ກວດພົບລາຍຮັບວິຊາການທີ່ບໍ່ເຂົ້າບັນຊີ ຢູ່ນຳບຸກຄົນ ຈຳນວນ 250 ລ້ານກີບ ສົມທົບການຈັດຕັ້ງເກັບກູ້ຄືນ ແລະ ມອບເຂົ້າຄັງເງິນແຫ່ງຊາດແລ້ວ.
ໂອກາດນີ້ ຜູ້ແທນກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ເອກະສານຄຳສັ່ງແນະນຳ ຂອງຄະນະເລຂາທິການສູນກາງພັກ ແລະ ຂໍ້ກຳນົດ ວ່າດ້ວຍການຈັດຕັງ ແລະ ເຄື່ອນໄຫວຂອງຄະນະກວດກາພັກກະຊວງ ຖວທ ແລະ ໄດ້ຮັບຟັງການໂອ້ລລົມຂອງ ສະຫາຍ ນາງ ສວນສະຫວັນ ວິຍະເກດ ເລຂາຄະນະພັກ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຕື່ມອີກ.
ພາບ ແລະ ຂ່າວ : ພ.ບົວທອງ


