ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 12 ຕຸລາ ປີ 2021 , ກອງພັນນ້ອຍທີ 3 ທີ່ຂຶ້ນກັບກອງພັນໃຫຍ່ 201 ກອງພົນທີ 2 ໄດ້ຈັດຕັ້ງພິທີປາຖະ ກະຖາວັນສ້າງຕັ້ງກອງພົນທະຫານຮາບທີ 2 ຄົບຮອບ 40 ປີ ໂດຍການເປັນປະທານຂອງສະຫາຍ ພັນໂທ ສົມພອນ ແກ້ວມະນີໄຊ ຄະນະພັກກອງພັນໃຫຍ່ ຫົວໜ້າພະແນກເສນາທິການ, ມີຄະນະພັກ, ຄະນະບັນຊາກອງພັນນ້ອຍພ້ອມດ້ວຍ ພະນັກງານ-ນັກຮົບເຂົ້າຮ່ວມຢ່າງພ້ອມພຽງ. ໃນໂອກາດດັ່ງກ່າວສະຫາຍ ພັນໂທ ຄຳຜາຍ ອ່ອນສີລາ ຄະນະພັກກອງພັນໃຫຍ່ ເລຂາຄະນະພັກຮາກຖານຫົວໜ້າການເມືອງກອງພັນນ້ອຍທີ 3 ໄດ້ເລົ່າຫວນຄືນມູນເຊື້ອແຫ່ງການກຳເນີດເຕີບໃຫຍ່ຂອງກອງພົນທະຫານຮາບທີ 2, ມູນເຊື້ອອັນພິລະອາດຫານໃນໄລຍະປົກປັກຮັກສາເຂດນ້ຳແດນດິນອັນຄົບຖ້ວນຂອງຊາດ, ຜົນງານ ແລະ ໄຊຊະນະອັນໃຫຍ່ຫຼວງຂອງພະນັກງານ-ນັກຮົບກອງພົນທະຫານຮາບທີ 2 ໃນການຕໍ່ສູ້ອັນອົງອາດກ້າຫານ, ນ້ຳໃຈເສຍສະຫຼະອັນສູງສົ່ງ, ຄວາມມີນ້ຳໃຈຮັກຊາດຮັກແຜນດິນເກີດຂອງຕົນຕະຫຼອດໄລຍະ 40 ປີທີ່ຜ່ານມາ.
ໃນຕອນທ້າຍພິທີສະຫາຍ ພັນໂທ ສົມພອນ ແກ້ວມະນີໄຊ ກໍໄດ້ໂອ້ລົມ ແລະ ຊີ້ແຈງຕໍ່ເນື້ອໃນເອກະສານທີ່ນຳມາປາຖະກະຖາໃນຄັ້ງນີ້. ກ່ອນອື່ນສະຫາຍໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນທາງດ້ານວັນປະຫວັດສາດຂອງຊາດ, ຂອງພັກ, ຂອງກອງທັບກໍ່ຄືວັນສ້າງຕັ້ງກອງພົນທະຫານຮາບທີ 2 ຂອງພວກເຮົາ ແລະ ສະຫາຍຍັງໄດ້ເໜັ້ນໃຫ້ພະນັກ ງານ-ນັກຮົບທຸກຂັ້ນ ຕ້ອງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີການເມືອງຂອງຕົນ, ເອົາໃຈໃສ່ປະຕິບັດແນວທາງນະໂຍບາຍຂອງພັກ, ບັນດາຂໍ້ກຳນົດ-ກົດລະບຽບຂອງກອງທັບ ກໍ່ຄືຂອງກົມກອງ, ເພີມທະວີຄວາມສາມັກຄີເປັນປຶກແຜ່ນ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມກໍ່ຄືກົມກອງ, ໄປຄຽງຄູ່ກັບການເຂົ້າຮ່ວມຂະບວນການຕ່າງໆ, ຕັ້ງໜ້າປະຕິບັດຕາມຄຳສັ່ງ-ແຈ້ງການຂອງຂັ້ນເທີງ ແລະ ພ້ອມກັນນຳເອົາເນື້ອໃນຈິດໃຈກອງປະຊຸມ ກໍ່ຄືເອກະສານທີ່ນຳມາເຜີຍແຜ່ດັ່ງກ່າວ ໄປຈັດຕັ້ງຜັນຂະຫາຍເຂົ້າໃນໜ້າທີວຽກງານຂອງກົມກອງ ເວົ້າລວມແລ້ວກໍ່ຄືໜ້າທີຂອງຕົນຮັບຜິດຊອບ ໃຫ້ປະສົບຜົນສຳເລັດ.
ໂດຍ: ເກດ ອານຸນອນ