ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ເພື່ອເປັນການປັບປຸງ ກໍ່ສ້າງກົມກອງເປັນຕົ້ນແມ່ນກອງພັນນ້ອຍ 404 ໃຫ້ມີຄວາມເຕີບໃຫຍ່, ຂະຫຍາຍຕົວເຂັ້ມແຂງຂື້ນໄປນັ້ນ ວຽກງານພະລາທິການກໍ່ແມ່ນວຽກງານໜຶ່ງທີ່ສໍາຄັນໃນການພັດທະນາກົມກອງ ໃຫ້ກ້າວຂື້ນສູ່ຄວາມສີວິໄລໄດ້ຢ່າງໝັ້ນຄົງ ແລະ ເພື່ອປະຕິບັດຕາມທິດຊີ້ນໍາຂອງກົມໃຫຍ່ພະລາທິການກອງທັບ ໂດຍສະເພາະກໍ່ຄືທິດຊີ້ນໍາຂອງຫ້ອງພະລາທິການ ກອງພົນທະຫານຮາບທີ 2 ວາງອອກວ່າດ້ວຍການປູກ-ການລ້ຽງຕາມທິດນໍາເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ທີກົມໃຫ່ຍພະລາທິການກອງທັບວາງອອກໂດຍປີ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວ່າງອອກໃຫ້ປະກົດຜົນເປັນຈີງ ເພື່ອເຮັດໃຫ້ທິດນໍາດັ່ງກ່າວບັນລຸຕາມຈຸດປະສົງຄາດໝາຍ ແລະ ມີຜົນສໍາເລັດເທື່ອລະກ້າວນັ້ນ ຄະນະພັກ-ຄະນະບັນຊາ ກອງພັນນ້ອຍ 404 ກໍ່ໄດ້ຈັດຕັ້ງປຸກລະດົມຈິດໃຈ ໃຫ້ພະນັກງານ-ນັກຮົບພາຍໃນກົມກອງຂອງຕົນເອງເຮັດສວນມັນຕົ້ນ ແລະ ເຮັດນາປີ ຂອງກົມກອງໃນເນື້ອທີ່ດິນທັງໝົດ 4 ເຮັກຕ່າໃນນີ້: ສວນມັນຕົ້ນມີເນື້ອທີ່ 3 ເຮັກຕາ ຄາດຄະເນຜົນໄດ້ຮັບ 30 ໂຕ້ນຕໍ່ປີ ແລະ ປູກເຂົ້ານາປີ ມີເນື້ອທີ່ 0.30 ເຮັກຕ່າ ຄາດຄະເນຜົນໄດ້ຮັບ 1,5 ໂຕນຕໍ່ປີ.ເປົ້າໝາຍຍົກລະດັບສ້າງ ຄວາມເຂັ້ມແຂງຂອງພະນັກງານ-ນັກຮົບພາຍໃນກົມກອງໃຫ້ມີຊີວິດການເປັນຢູ່ດີຂື້ນ.
ການເກັບກູ້ຜົນຜະລິດແມ່ນໄດ້ມີຂື້ນໃນຕອນເຊົ້າວັນທີ 18 ຕຸລາ 2021 ນີ້, ກອງພັນນ້ອຍ 404 ທີ່ຂື້ນກັບກອງພັນໃຫຍ່ 201 ໃນກອງພົນທີ 2 ໄດ້ພ້ອມກັນລົງມືເກັບກູ້ຜົນລະປູກປະຈຳລະດູໂດຍການຊີ້ນຳ-ນຳພາ ຂອງສະຫາຍ ພັນໂທ ອຳພອນ ແສງດາລາ ຮອງເລຂາຄະນະພັກຮາກຖານ ຫົວໜ້າການທະຫານ ກອງພັນນ້ອຍ 404 ພ້ອມດ້ວຍພະນັກງານ-ນັກຮົບພາຍໃນກົມກອງພ້ອມພຽງຮຽງໜ້າກັນໃນການເກັບກູ້ຜົນລະປູກຄັ້ງນີ້ຢ່າງພ້ອມພຽງ.
ທັງນີ້ກໍເພື່ອແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບພາຍໃນກົມກອງ ລຸດຜ່ອນລາຍຈ່າຍ, ເພື່ອສ້າງລາຍຮັບເຂົ້າກົມກອງຂອງຕົນເອງອີກດ້ວຍ.
ຂ່າວ-ພາບ : ເກດ ອານຸສອນ (ນັກຂ່າວກອງພັນໃຫ່ຍ201)