ວັນທີ 6 ຕຸລາ ປີ 2021 , ກອງພັນໃຫຍ່ 201 ເມືອງ ປາກລາຍ ແຂວງ ໄຊຍະບູລີ ,ໄດ້ຈັດຕັ້ງ ສັກວັກຊີນ ເພື່ອປ້ອງກັນເຊື້ອຈຸລະໂລກ ( COVID -19).
ພັນໂທ ດຣ ສົມບຸນ ສີມີໄຊ ໃຫ້ຮູ້ວ່າ: ການລົງມາສັກວັກຊີນໃຫ້ບັນດາພະ ນັກງານ-ນັກຮົບທົ່ວກອງພັນໃຫຍ່ນີ້ ກໍ່ເພື່ອໃຫ້ມີພູມຕ້ານທານຂອງຮ່າງກາຍທີ່ດີ, ສຸຂະພາບແຂງແຮງ, ຕອບສະໜອງໃນການຕ້ານພະຍາດທີ່ກຳລັງແຜ່ລະບາດຢູ່ທົ່ວໂລກໃນປະຈຸບັນ, ໃນໄລຍະຜ່ານມາກໍເຫັນໄດ້ວ່າ ກອງພັນໃຫຍ່ຂອງພວກເຮົາແມ່ນໄດ້ເອົາໃຈໃສ່ຊີ້ນຳບັນດາພະນັກ ງານ-ນັກຮົບ ກ່ຽວກັບການເພີມທະວີມາດຕະການປ້ອງກັນ ແລະ ສະກັດກັ້ນໃນການແຜ່ລະບາດຂອງເຊື້ພະຍາດ COVID – 19 ຢ່າງເຂັ້ມງວດ, ນັກຮົບແຕ່ລະສະຫາຍ ແມ່ນໄດ້ເປັນເຈົ້າການໃນການຈັດຕັ້ງປະຕິບັດ ມາດຕະການຢ່າງເຂັ້ມງວດໂດຍສະເພາະການໄປ-ການມາ ໃນນີ້ແມ່ນໄດ້ຈັດຕັ້ງມອບໝາຍໃຫ້ໜ່ວຍງານແພດ-ໝໍ ຂອງກົມກອງໃຫ້ມີການພັດປ່ຽນໃນການລົງກວດແຕ່ລະວັນ ພ້ອມທັງວັດແທກອຸຫະພູມ, ໃສ່ຜ້າປິດປາກ- ປິດດັງ, ຮັກສາໄລຍະຫ່າງ, ໃຊ້ເຈວລ້າງມືໃນການສຳພັດກັບວັດຖຸຕ່າງໆ ແລະ ທຳຄວາມສະອາດເປັນປະຈຳ. ໃນການສັກວັກຊີນໃຫ້ພະນັກງານ-ນັກຮົບທົ່ວກອງພັນໃຫຍ່ 201 ໃນຄັ້ງນີ້ພາກສ່ວນໜື່ງແມ່ນກຳລັງສັກເຂັມທີ່ 1 ດ້ວຍສະນິດຢາ (SINOFARM), ພາກສ່ວນທີໄດ້ຮັບການສັກເຂັມທີ່ 1 ແມ່ນ ຈະໄດ້ສັກອີກຮອບທີ 2 ໃນວັນທີ່ 3 ເດືອນ 11 ປີ 2021ຕື່ມອີກ.
ໂດຍ: ເກດ ອານຸສອນ
Loading...