ພິທີເປີດຂະບວນການອົບຮົມ- ຫັດແອບປະຈຳປີ 2022 ຂອງກອງພັນໃຫຍ່ 201 ໃນກອງພົນທີ 2 ໄດ້ຈັດຂຶ້ນໃນວັນທີ 2 ກຸມພາ 2022 ນີ້, ຢູ່ທີ່ເດີ່ນພາມໄຊກອງພັນໃຫຍ່ 201, ໂດຍການເປັນປະທານຂອງສະຫາຍ ພັນໂທ ຄຳແສງ ພັນອິນດາ ຮອງເລຂາຄະ ນະພັກ ຫົວໜ້າການທະຫານ ກອງພັນໃຫຍ່ 201, ມີຄະນະ ພັກ-ຄະນະບັນຊາກອງພັນໃຫຍ່, 5 ພະແນກການ, 3 ກອງພັນນ້ອຍ, ກອງຮ້ອຍເອກະລາດ, ໝວດທີ່ຂື້ນກັບ ແລະ ພະນັກ ງານ-ນັກຮົບເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນຕີ ສຸບັນ ວັນນະເກດ ຫົວໜ້າຂະແໜງອົບຮົມ ກອງພັນໃຫຍ່ 201 ໄດ້ຂຶ້ນຜ່ານແຜນການອົບຮົມ-ຫັດແອບການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ຂອງກອງພົນທີ 2 ສະບັບເລກທີ 649/ກພ, ລົງວັນທີ 12/12/2021 ທີ່ໄດ້ເຊັ່ນຜ່ານອະນຸມັດກົມໃຫຍ່ເສນາທິການກອງທັບສະບັບເລກທີ 3060/ ກສນ ລົງວັນທີ 22/12/2021 ອີງຕາມຄຳສັ່ງແນະນຳຂອງຫ້ອງເສນາທິການກອງພົນທີ 2 ສະບັບເລກທີ 603/ ຫສນ ລົງວັນທີ 28/12/2021 ວ່າດ້ວຍການຈັດຕັ້ງອົບຮົມ-ຫັດແອບປັບປຸງລະບຽບແບບແຜນ, ຝຶກຝົນກຳລັງແຮງກາຍປະຈຳປີ 2022 ທົ່ວກອງພົນທີ 2, ເພື່ອຍົກລະດັບໃຫ້ພະນັກງານນຳພາ- ບັນ ຊາ ແລະ ພະນັກງານ-ນັກຮົບມີຄວາມຮູ້ຄວາມສາມາດທາງດ້ານສີລະປະຍຸດ, ຍຸດທະວິທີ ແລະ ວິຊາສະເພາະຕ່າງໆໃຫ້ສູງຂື້ນ, ເພື່ອກຽມພ້ອມປະຕິບັດໜ້າທີ່ການເມືອງຂອງກົມກອງທີ່ຂັ້ນເທິງມອບໝາຍໃຫ້ໃຫ້ທັນເວລາ, ກຳນົດເວລາອົບຮົມ-ຫັດແອບທັງໝົດ 160 ວັນ, ເພື່ອເຮັດໃຫ້ການເປີດຂະບວນອົບຮົມ-ຫັດແອບປະຈຳປີ 2022 ໃຫ້ໄດ້ຮັບຜົນດີ ຄະນະພັກ-ຄະນະບັນຊາກອງພັນໃຫຍ່, 5 ພະແນກການ, 3 ກອງພັນນ້ອຍ, ກອງຮ້ອຍເອກະລາດ, ໝວດ ໄດ້ຂຶ້ນຈັບມືແຂ່ງຂັນເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສູງ ແລະ ຮັບປະກັນຄວາມປອດໄພ 100%.
ໂອກາດດັ່ງກ່າວນີ້ ສະຫາຍ ພັນໂທ ຄຳແສງ ພັນອິນດາ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພັນໃຫຍ່ 201 ໄດ້ເນັ້ນໜັກໃຫ້ເອົາໃຈໃສ່ສືບຕໍ່ປະຕິບັດລະ ບຽບແບບແຜນຂອງກົມກອງເປັນຕົ້ນແມ່ນຂໍ້ກຳນົດ 7 ລະບອບ 18 ວຽກຂອງກອງທັບ, ພ້ອມກັນນັ້ນຕ້ອງເອົາໃຈໃສ່ຝຶກຝົນຫຼໍ່ຫຼອມກຳລັງແຮງກາຍມີສຸຂະພາບແຂງ ແຮງທົນທານໜຽວແໜ້ນ, ເພີ່ມຄວາມສາມັກຄີລະຫວ່າງພະນັກ ງານ-ນັກຮົບພາຍໃນກົມກອງ, ອຳນາດການປົກຄອງທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າໃຫ້ແໜ້ນແຟ້ນ, ພ້ອມກັນຈັດຕັ້ງປະຕິບັດແຜນການອົບຮົມ-ຫັດແອບປະຈຳປີ 2022 ໃຫ້ໄດ້ຮັບຜົນສູງ ແລະ ຮັບປະກັນຄວາມປອດໄພ 100%.
ພາບ : ນາງ ໄພວັນ ລໍວັນຄຳ
ຂ່າວ : ເກດ ອານຸສອນ


