ໃນວັນທີ 21 ຕຸລາ 2021 ຢູ່ກອງພັນ 565 ທີ່ຂຶ້ນກັບກອງພົນທີ 5 ໄດ້ຈັດຕັ້ງສ້າງຂະບວນການດ້ານຕ່າງໆເພື່ອຂ່ຳນັບຮັບຕ້ອນວັນສ້າງຕັ້ງເຫຼົ່າລົບຊ່າງແສງຄົບຮອບ 67 ປີ (23 ຕຸລາ 1954-23 ຕຸລາ 2021) ຂື້ນໂດຍການຊີ້ນຳຂອງສະຫາຍ ພັນໂທ ຄຳເພັດ ຄຳວິໄລ ຫົວໜ້າການເມືອງ ພ້ອມຄະນະ ມີພະນັກງານ-ນັກຮົບໃນທົ່ວກົມກອງເຂົ້າຮ່ວມ.
ເພື່ອຄຳນັບຮັບຕ້ອນວັນທີມີຄວາມໝາຍຄວາມສຳຄັນດັ່ງກ່າວ ໃຫ້ເປັນຂະບວນການຟົດຟື້ນຕໍ່ເນື່ອງ ຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານ – ນັກຮົບ ໄດ້ພ້ອມກັນສຸມສະຕິປັນຍາ ເຫື່ອແຮງ ເຂົ້າໃນການສ້າງຜົນງານຕ່າງໆ ເພື່ອຜົນງານຕ້ອນຮັບວັນດັ່ງກ່າວ ໃນນີ້ໄດ້ຂະບວນການອອກແຮງງານລວມ, ປະດັບປະດາທຸງຊາດທຸງທິວໃຫ້ມີຄວາມສວຍງາມ ແລະ ໄດ້ສ້າງຂະບວນການແຂ່ງຂັນກິລາສາມັກຄີ , ປັບປຸງລະບົບເສັ້ນທາງອອ້ມຄ້າຍ ເພື່ອໃຫ້ມີຈົບງາມ ຈາກນັ້ນກໍ່ຍັງໄດ້ສ້າງຄວາມເບີກບານມ່ວນຊື່ນ ຈາກນັ້ນສະຫາຍ ພັນຕີ ສົມໝັກ ຈັນທະບູລີ ຮອງການເມືອງກອງພັນ 565 ໄດ້ເລົ່າຄືນປະຫວັດມູນເຊຶ້ອ ເຖິງການກຳເນີດ ແລະ ການຂະຫຍາຍຕົວຂອງເຫຼົ່າຮົບຊ່າງແສງຕະຫຼອດໄລຍະ 67 ປີທີ່ຜ່ານມາ. ເຫຼົ່າຮົບຊ່າງແສງໄດ້ສ້າງຕັ້ງຂຶ້ນໃນວັນທີ 23 ຕຸລາ 1954 ຢູ່ບ້ານປູນ ເຂດທີ່ໝັ້ນແຫ່ງໜຶ່ງຂອງແຂວງຫົວພັນ ໂດຍໃສ່ຊື່ວ່າ: ກອງ 400 ຊ່າງແສງ, ເຊິ່ງແມ່ນເຫຼົ່າຮົບໜຶ່ງທີ່ຮັບປະກັນເຄື່ອນຍ້າຍທັບໃຫ້ເຫຼົ່າຮົບອື່ນດ້ວຍພາຫະນະຂົວຟູຂ້າມຜ່ານແມ່ນ້ຳລຳເຊແຫ່ງຕ່າງໆໃນຍາມສູ້ຮົບ ເປັນຕົ້ນກໍ່ແມ່ນເປີດທາງໄຂດ້ວຍໝາກຝາບິນ, ກໍ່ສ້າງສະໜາມ ແລະ ທຳລາຍສິ່ງກີດຂວາງໃຫ້ກັບທະຫານຮາບເພື່ອເຄື່ອນທັບບຸກຕີສັດຕູ. ຜ່ານການປະຕິບັດໜ້າທີ່ອັນໜັກໜ່ວງ ແລະ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການປະຕິບັດ 2 ໜ້າທີ່ຍຸດທະສາດຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ມາໃນປີ 1979 ຈຶ່ງໄດ້ຖືກຍົກລະດັບເປັນກົມຊ່າງແສງຈົນມາເຖິງປະຈຸບັນ.


