ໃນວັນທີ 3 ທັນວາ 2021 ກອງພົນທີ 2 ໄດ້ຈັດພິທີມອບ-ຮັບ ສູນບັນຊາສື່ສານ ລະຫວ່າງກອງພົນທີ 2 ກັບ ພະແນກສື່ສານຫ້ອງເສນນທິການກອງພົນທີ 2 ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວຽງແກ້ວ ສີສຸລາດ ເລຂາຄະນະພັກ ຫົວໜ້າການເມືອງກອງພົນທີ 2, ມີສະຫາຍ ພັນເອກ ຄໍາດີ ໄຊຍະວົງ ຫົວໜ້າການທະຫານກອງພົນທີ 2, ມີບັນດາສະຫາຍຄະນະຫ້ອງ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນໂທ ອໍານວຍ ສຸກສະຫວັດ ຮອງຫົວໜ້າຫ້ອງການກອງພົນທີ2 ໄດ້ຜ່ານຂໍ້ຕົກລົງຂອງກອງພົນທີ2 ວ່າດ້ວຍການມອບສູນບັນຊາສື່ສານ ໃຫ້ພະແນກສື່ສານກອງພົນທີ2 ນໍາໃຊ້ເປັນບ່ອນເຫັນວຽກປະຈໍາການ ປະຕິບັດໜ້າທີ່ຕາມຂະແໜງການວິຊາສະເພາະ. ຈາກນັ້ນສະຫາຍ ພັນໂທ ຄໍາພັດ ປະພັດສີນ ຮອງຫົວໜ້າຫ້ອງພະລາທິການກອງພົນທີ2 ໄດ້ຂື້ນຜ່ານບົດກ່າວມອບໂຄງ ການກໍ່ສ້າງສູນບັນຊາສື່ສານ ເຊິ່ງໂຄງການດັ່ງກ່າວໄດ້ເລີມລົງມືກໍ່ສ້າງໃນວັນທີ 18 ພືດສະພາ 2021 ແລະ ໄດ້ສໍາເລັດລົງໃນວັນທີ 22 ກັນຍາ 2021 ສູນບັນຊາຫຼັງນີ້ແມ່ນການອອກແບບຂອງພະແນກກໍ່ສ້າງຫ້ອງພະລາທິການກອງພົນທີ2 ເປັນອາຊັ້ນດຽວ ຂະໜາດ 7 X 9 ແມັດ ລວມມີ 3 ຫ້ອງ ຄື: ຫ້ອງບັນຊາສື່ສານ, ຫ້ອງເຮັດວຽກຂອງວິຊາສະເພາະ ແລະ ຫ້ອງຜູ້ປະຈໍາການ ລວມມູນຄ່າການກໍ່ສ້າງທັງໝົດ 168.873.000 ກີບ ໂດຍນໍາໃຊ້ແຫຼ່ງທືນຂອງກອງພົນໃນການກໍ່ສ້າງ ພ້ອທັງກ່າວມອບໃຫ້ພະແນກສື່ສານ ຫ້ອງເສນາ ທິການກອງພົນທີ2 ເປັນຜູ້ຄຸ້ມຄອງ ນໍາໃຊ້ນັບແຕ່ເວລານີ້ເປັນຕົ້ນໄປ ຕ່າງໜ້າກ່າວມອບຮັບໂດຍ ສະຫາຍ ພັນຕີ ອີນແປງ ສີນວນທອງ ຮອງຫົວໜ້າພະແນກສື່ສານຫ້ອງເສນາທິການກອງພົນທີ2.
ຂ່າວ-ພາບ: ສຸວັນໂນ ທະລັງສີ
