ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 7 ເມສາ 2022ນີ້,ກອງຮ້ອຍເອກະລາດ 51 ໄດ້ຈັດພິທີເປີດບັ້ນອົບຮົມ – ຫັດແອບ ຝຶກຝົນກຳລັງແຮງກາຍປະຈໍາປີ 2022.ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພັນເອກ ບົວພາ ໄມພອນຮອງ ຫົວໜ້າກົມຊ່າງແສງ ກົມໃຫ່ຍເສນາທິການກອງທັບ.ມີຄະນະພັກ-ຄະນະບັນຊາພະນັກງານ-ນັກຮົບເຂົ້າຮ່ວມ.
ສະຫາຍ ຮ້ອຍເອກ ຄໍາແພງ ຈັນທະສິດ ຮອງຫົວໜ້າການທະຫານ ກອງຮ້ອຍເອກະລາດ 51ໄດ້ຂື້ນບົດສະຫຼຸບການອົບຮົມ-ຫັດແອບປະຈຳປີ 2021 ແລະ ຜ່ານແຜນການອົບຮົມ-ຫັດແອບປະຈຳປີ 2022 ໃຫ້ຮູ້ວ່າ: ກາຈັດຕັ້ງອົບຮົມ-ຫັດແອບໃນຄັ້ງ ເພື່ອຍົກສູງຄວາມຮູ້, ຄວາມສາມາດ ໃຫ້ນາຍ ແລະ ພົນທະຫານພາຍໃນກົມກອງ ຮູ້ໄດ້ດ້ານສິນລະປະຍຸດ, ຢຸດທະວິທີທະຫານລາບ ແລະ ມີຄວາມສໍານິສໍານານດ້ານວິຊາສະເພາະຂອງກົມກອງ ທັງເປັນການຍົກລະດັບສະຕິຕື່ນຕົວຂອງພະນັກງານ – ນັກຮົບ ເນື້ອໃນອົບຮົມ – ຫັດແອບໃຊ້ເວລາ 160 ວັນ ປະກອບມີ 2 ພາກຄື: ພາກຄວາມຮູ້ທົ່ວໄປ 60 ວັນ ແລະ ພາກວິຊາສະເພາະຊ່າງແສງ 100 ວັນ. ພາຍຫຼັງສໍາເລັດການອົບຮົມ – ຫັດແອບປະຈໍາປີແລ້ວ, ແຕ່ລະພາກສ່ວນຕ້ອງເຮັດໃຫ້ກົມກອງມີທ່າກ້າວໃໝ່ໃນການປະຕິບັດບັນດາຂໍ້ກໍານົດ-ກົດລະບຽບຂອງກອງທັບ.
ໂອກາດນີ້, ສະຫາຍ ພັນເອກ ບົວພາ ໄມພອນ ຮອງຫົວໜ້າກົມຊ່າງແສງ ກໍ່ໄດ້ມີຄໍາເຫັນໂອ້ລົມ ແລະ ກ່າວເປີດການອົບຮົມ – ຫັດແອບແມ່ນການຝຶກຝົນກໍາລັງແຮງກາຍ ຂອງພະນັກງານ – ນັກຮົບ, ເປັນການທວນຄືນຄວາມຮູ້ໃຫ້ມີຄວາມຊໍານິຊໍານານ, ມີພິກໄຫວຄ່ອງແຄ່ວສາມາດຮັບປະກັນໃຫ້ແກ່ການກຽມພ້ອມສູ້ຮົບ ແລະ ແກ້ໄຂໄດ້ທຸກກໍລະນີ ທີ່ເກີດຂຶ້ນ, ສາມາດເຮັດສໍາເລັດໜ້າທີ່ການເມືອງຂອງຕົນ. ພ້ອມນັ້ນ, ສະຫາຍຍັງໄດ້ຮຽກຮ້ອງໃຫ້ຄູ – ອາຈານ ຕ້ອງມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ການເມືອງຂອງຕົນເອງ ເອົາໃຈໃສ່ປັບປຸງລະບຽບແບບແຜນ ຂອງກອງທັບ ເປັນຕົ້ນແມ່ນບັນດາຂໍ້າກໍານົດ 7 ລະບອບ 18 ວຽກ, ຄໍາປະຕິຍານ 8 ຂໍ້, ວິໄນ 8 ຂໍ້ 12 ຂໍ້ ຕໍ່ປະຊາຊົນ ແລະ ບັນດາຂໍ້ກໍານົດເພີ່ມເຕີມ, ລະບຽບຮູບແຖວ ແລະ ພິທີການຕ່າງໆໃຫ້ກາຍເປັນຄວາມຊິນເຄີຍ, ພະນັກງານ – ນັກຮົບຕ້ອງເອົາໃຈໃສ່ຝຶກຝົນກໍາລັງແຮງກາຍໃຫ້ແຂງແຮງ, ທົນທານໜຽວແໜ້ນເພື່ອເຮັດສຳເລັດການປົກປັກຮັກສາພາຫະນະເຕັກນິກ ແລະ ສ້ອມແປງພະຫະນະເຫຼົ່າຮົບຊ່າງແສງເພື່ອຮັບປະກັນໃນການກຽມສູ້ຮົບເມື່ອມີຄຳສັ່ງຂອງຂັ້ນເທິງໃຫ້ທັນເວລາ.
ພາບ – ຂ່າວ: ນັກຮົບຊ່າງແສງ