ກອງ​ປະ​ຊຸມ​ໃຫຍ່​ ຊຸດ​ທີ II ຂອງ​ສະ​ມາ​ຄົມ​ສິ​ນລະ​ປິນ​ລາວ​ໄດ້ມີ​ຂຶ້ນ​ໃນ​ວັນນ​ທີ 5 ເມ​ສານີ້​ທີ່​ຫໍ​ວັດ​ທະ​ນະ​ທຳ​ແຫ່ງ​ຊາດ​ ໂດຍ​ເປັນ​ກຽດເຂົ້າ​ຮ່ວມ​ຂອງ ​ທ່ານ ກິ​ແກ້ວ ໄຂ​ຄຳ​ພິ​ທູນ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ມີ​ບັນ​ດາຮອງ​ລັດ​ຖະ​ມົນ​ຕີ ແລະ ສິ​ນລະ​ປິນ​ເຂົ້າ​ຮ່ວມ.
​ທ່ານ ບົວ​ເງິນ ຊາ​ພູ​ວົງ ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ​ປະ​ທານສະ​ມາ​ຄົມ​ສິ​ນລະ​ປິນ​ລາວໄດ້​ຂຶ້ນ​​ຜ່ານ​ບົດສະຫຼຸບ​ການ​ເຄື່ອນ​ໄຫວ​ວຽກ​ງານ​ໃນ​ໄລ​ຍະ​ຜ່ານ​ມາ ແລະ ວາງ​ທິດ​ທາງ​ແຜນ​ການ​ໃນ​ຕໍ່​ໜ້າວ່າ:​ ໄດ້​ມີ​ການ​ເຄື່ອນ​ໄຫວ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ວຽກງານ​ວິຊາ​ສະ​ເພາະ ​ແລະ ຮັບ​ໃຊ້ໜ້າທີ່​ການ​ເມືອງ​ຂອງ​ກົມ, ກອງ ທ້ອງ​ຖິ່ນ ​ແລະ ຢູ່​ໃນ​ການ​ເຄື່ອນ​ໄຫວຂອງ​ຜູ້​ປະກອບ​ການ​ຕ່າງໆ ​ໃນ​ສັງຄົມ​ໄດ້​ເປັນ​ຢ່າງ​ດີ​, ການ​ປະດິດ​ຄິດ​ແຕ່ງເພງຮ້ອງ, ບົດຟ້ອນ, ດົນຕີ, ຂັບລຳ, ລະຄອນ, ກາຍະສິນ ແລະ ການສະແດງຕ່າງໆ ແລະ ສືບຕໍ່ເປັນຂະບວນການຟົດຟື້ນ ທັງທາງດ້ານປະລິມານ ແລະ ຄຸນນະພາບ, ປະກອບສ່ວນເຂົ້າໃນການສຶກສາອົບຮົມ ໃຫ້ຄົນລາວ ມີແນວຄິດຮັກເຊື້ອແພງຊາດເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ແລະ ອະນາຄົດອັນສົດໃສຂອງ ປະເທດຊາດ. ວຽກງານການຟື້ນຟູອະນຸລັກພັດທະນາ ແລະ ໂຄສະນາເຜີຍແຜ່ມູນເຊື້ອສິລະປະ ວັດທະນະທຳອັນດີງາມຂອງຊາດ-ຂອງເຜົ່າໄດ້ຮັບການຈັດຕັ້ງປະຕິບັດໄດ້ດີພໍສົມຄວນ ໂດຍສົມ ທົບ ຮັບເອົາສິ່ງຍອດຍິ່ງຂອງຍຸກສະໄໝເຂົ້າໃນຂະບວນການສິລະປະວັດທະນະທຳຢ່າງເລິກເຊິ່ງ ແລະ ກວ້າງຂວາງ, ສ້າງຄວາມບັນເທີງ ແລະ ມ່ວນຊື່ນອັນສົດໃສໃນສັງຄົມລາວ ທັງຢູ່ພາຍໃນ ແລະ ຕ່າງປະເທດ. ພິເສດໄດ້ຮ່ວມກັບໂທລະພາບແຫ່ງຊາດ ຈັດການສະແດງຄອນເສີດທີ່ມີຊື່ວ່າ “ອຸດທິຍານສວນສິນ“ ​ເປັນ​ເວລາຫຼາຍເດືອນເຮັດໃຫ້ສິນລະປິນຫຼາຍຄົນໄດ້ມີໂອກາດເຂົ້າຮ່ວມສະ ແດງໃນເວທີດັ່ງກ່າວ, ປະກອບສ່ວນສ້າງຄວາມສາມັກຄີ-ມິດຕະພາບ ແລະ ການແລກປ່ຽນທາງ ດ້ານສິລະປະການສະແດງກັບພາກພື້ນ ແລະ ສາກົນ​ໄດ້​ຢ່າງ​ກ້ວາງ​ຂວາງ ອັນ​ໄດ້​ປະກອບ​ສ່ວນ​ສ້າງ​ວຽກ​ເຮັດງານ​ທຳປະກອບສ່ວນ​ສ້າງ​ລາຍ​ຮັບ​ໃຫ້​ແກ່​ເຫຼົ່າສິນລະ​ປິນ ​ແລະ ຜູ້​ປະກອບ​ການ​ບັນ ​ເທີ​ງດີ​ພໍ​ສົມຄວນ.
ໃນ​ໂອ​ກາດດັ່ງ​ກ່າວ ທ່ານ ກິ​ແກ້ວ​ ໄຂ​ຄຳ​ພິ​ທູນ ໄດ້​ໂອ້ລົມ​ ແລະ ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ຕໍ່ບັນ​ດາ​ສິ​ນລະ​ປິນ​ລາວ​ທຸກ​ຄົນ​ທີ່​ເຮັດ​ໜ້າ​ທີ່​ຂອງ​ຕົນ ​ໃນ​ການ​ເຄື່ອນ​ໄຫວ​ຮັບ​ໃຊ້​ສັງ​ຄົມ​ຜ່ານ​ມາ​ແຕ່​ຕ້ອງ​ໄດ້​ພ້ອມ​ກັນເອົາ​ໃຈ​ໃສ່​ຕື່ມ​ບາງ​ບັນ​ຫາ​ລຸ່ມ​ນີ້: ​ສືບ​ຕໍ່​ເຕົ້າ​ໂຮມ​ບັນ​ດາ​ນັກ​ສິ​ລະ​ປິນ​ເພື່ອ​ພ້ອມ​ກັນ​ຊຸກ​ຍູ້​ສົ່ງ​ເສີມ​ວຽກ​ງານ​ສິ​ລະ​ປະ​ການ​ສະ​ແດງ ແລະ ສິ​ນລະ​ປິນ​ຂອງ​ຊາດ​ໃຫ້​ມີ​ການ​ພັດ​ທະ​ນາ​ຂຶ້ນ​ເລື້ອຍໆ ແລະ ເພື່ອ​ເຕົ້າ​ໂຮມ​ເຫຼົ່າ​ສິນ​ລະ​ປິນ​ລາວ​ທຸກ​ທົ່ວ​ໜ້າ​ໃຫ້​ມີ​ຄວາມ​ສາ​ມັກ​ຄີ​ເອ​ກະ​ພາບ​ກັນ, ເພື່ອ​ປະ​ຕິບັດ​ຕາມ​ແນວ​ທາງ​ຂອງ​ພັກ, ກົດ​ໝາຍ​ຂອງ​ລັດ ແລະ ກົດ​ລະ​ບຽບ​ຂອງ​ສະ​ມາ​ຄົມ​ວາງ​ອອກສືບ​ຕໍ່​ສົ່ງ​ເສີມ​ໃຫ້​ມີ​ບົດ​ປະພັນ​ປະດິດ​ຄິດ​ແຕ່ງ ​ແລະ ຜະລິດ​ຕະພັນ​ທາງ​ດ້ານ​ສິລະ​ປະການ​ສະ​ແດງ​ໃຫ້​ຫຼາກ​ຫຼາຍ​ ນັບ​ທັງປະລິມານ ​ແລະ ຄຸນ​ນະພາ​ບ ​ເພື່ອ​ເປັນຈຸດ​ປະ​ສານ​ສົມ​ທົບ​ກັບ​ພາກ​ລັດກໍ​ຄື​ກົມ, ກອງ ຂອງ​ກະ​ຊວງ​ອົງ​ການ​ທີ່​ກ່ຽວ​​ຂ້ອງ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ສິລະ​ປະ​ວັນ​ນະ​ຄະ​ດີ. ສືບ​ຕໍ່​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ເອົາ​ມະຕິ​ຂອງ​ກອງ​ປະຊຸມ​ໃຫຍ່ໄປຈັດຕັ້ງ ປະຕິ​ບັດ​ໃຫ້​ເກີດ​ໝາກ​ເກີດ​ຜົນ​ຕົວ​ຈິງ, ສືບ​ຕໍ່​ເຄື່ອນ​ໄຫວ​ທາງ​ດ້ານ​ສິລະ​ປະວັດ​ທະນະ​ທຳຢູ່​ພາຍໃນ​ປະ​ເທດ​ໃຫ້​ຖືກຕ້ອງ​ຕາມ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດໂດຍ​ສະ​ເພາະ​ກໍແມ່ນ​ກົດໝາຍ​ສິລະ​ປະການ​ສະ​ແດງ, ​ເຮັດ​ໃຫ້​ບົດ​ປະ​ພັນ, ຜະລິດ​ຕະພັນ​ຂອງ​ວຽກ​ງານ​ສິລະ​ປະການ​ສະ​ແດງ ນັບ​ມື້​ນັບອຸດົມ​ຮັ່ງມີ​, ສາມາດ​ຕອບ​ສະໜອງ​ໜ້າ​ທີ່​ການ​​ເມືອງ​ໃນ​ການ​ປົກ​ປັກ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ ຂອງ​ພວກ​ເຮົາ ​ໂດຍ​ສະ​ເພາະ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຄົນໃຫ້​ຮັບ​ຮູ້ ແລະ ເຂົ້າ​ໃຈ​ເຖິງ​ຮີດ​ຄອງ​ປະ​ເພ​ນີ​ວັດ​ທະ​ນະ​ທຳ​ອັນ​ດີ​ງາມ​ຂອງ​ຊາດ,​ ເຮັດ​ໃຫ້​ຄົນມີ​ນ້ຳ​ໃຈ​ຮັກ​ເຊື້ອ​ແພງ​ຊາດ​ ຮັກ​ລະບອບ​​ໃໝ່, ຮັກ​ມູນ​ເຊື້ອ​ສິລະ​ປະວັດ​ທະນະ​ທຳ​ຂອງ​ຊາດ ​ຂອງ​ເຜົ່າ, ຈຳກັດ​ການ​ເຄື່ອນ​ໄຫວ​ສິລະ​ປະວັດ​ທະນະ​ທຳ​ ທີ່​ຫຼ້າ​ຫຼັງ​ຊອດ​ກະຈາ, ຕ້ານ​ພັກ, ຕ້ານ​ລັດ ​ແລະ ລາມົກ​ອະນາຈານ ແລະ ອື່ນໆ, ສະມາຄົມ​ຄວນ​ນຳ​ໃຊ້​ທ່າ​ແຮງ​ທາງ​ດ້ານ​ສິລະ​ປະການ​ສະ​ແດງ ​ເພື່ອ​ສ້າງ​ແຫຼ່ງລາຍ​ຮັບ​ທາງ​ດ້ານ​ວິຊາ​ການ ພ້ອມ​ນັ້ນກໍຍາດ​ແຍ່ງ​ເອົາ​ການ​ຊ່ວຍ​ເຫຼືອ​ສະໜັບສະໜູນ​ຈາກ​ພາກສ່ວນ​ຕ່າງ​ໆ ຢູ່​ໃນ​ສັງຄົມ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ທາງ​ດ້ານ​ງົບປະມານ​​ ໃຫ້​ແກ່​ສະມາຄົມ​ໃນ​ການ​ເຄື່ອນ​ໄຫວ ​ແລະ ​ເບິ່ງ​ແຍງດູ​ແລ​ດ້ານ​ສະ​ຫວັດ​ດີກາ​ນຕໍ່​ສະມາຊິກ​ຂອງ​ຕົນ ແລະ ກົມ​ສິລະ​ປະການ​ສະ​ແດງ ກະ​ຊວງ ຖວ​ທ ​ແລະ ພາກສ່ວນ​ຕ່າງໆ​ທີ່​ກ່ຽວ​ຂ​ອ້ງ ຈົ່ງ​ໃຫ້ການ​ອູ້ມ​ຊູສະໜັບສະໜູນ ​ເພື່ອ​ໃຫ້​ສະມາຄົມ​ສິນລະ​ປິນ ກໍຄື​ສະມາຄົມ​ວິຊາ​ຊີບ​ຕ່າງໆທີ່​ຂຶ້ນກັບ​ການ​ຊີ້​ນຳ​ຂອງ​ກະຊວງ, ກົມ ​ໃຫ້​ມີ​ການ​ເຄື່ອນ​ໄຫວ​ວຽກ​ງານ​ ໄດ້​ຕາມ​ລະ​ດັບ​ຄາດໝາຍ, ສຳ​ລັບ​ສະມາຄົມ​ ກໍຕ້ອງ​ໄດ້​ຕັ້ງໜ້າ​ເຄື່ອນ​ໄຫວ​ວຽກ​ງານ​ຂອງ​ຕົນ ດ້ວຍ​ຄວາມຮັບຜິດຊອບ ​​ແລະ ຢ່າງ​ຕັ້ງໜ້າ​ອີ່ຫຼີ, ຫຼີກ​ເວັ້ນພາຍຫຼັງ​ກອງ​ປະຊຸມ​ສຳ​ເລັດ​ລົງ​ແລ້ວ ​ພັດ​ບໍ່​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃຫ້​ເກີດ​ຜົນ​ເປັນ​ຈິງ​ຮ່ວມ​ກັນ.
ພາບ​-ຂ່າວ: ບຸນ​ອູ້ມ
Loading...