ເພື່ອເຮັດໃຫ້ການພັດທະນາ ແລະ ຄຸ້ມຄອງເຂດເສດຖະກິດພິເສດໃນຂອບເຂດທົ່ວປະເທດ ມີປະສິດທິຜົນດີຂື້ນກວ່າເກົ່າ ໃນແຜນຍຸດທະສາດປີ 2021-2030 ນີ້ ກະຊວງແຜນການ ແລະ ການລົງທຶນມີແຜນສະເໜີຈະສ້າງ ຮ່າງກົດໝາຍວ່າດ້ວຍເຂດເສດຖະກິດພິເສດ.
ທ່ານ ສອນປະເສິດ ດາລາວົງ ວ່າການຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ກະຊວງແຜນການ ແລະ ການລົງທຶນ ລາຍງານໃຫ້ຊາບວ່າ: ເປົ້າໝາຍການພັດທະນາສ້າງເຂດເສດຖະກິດພິເສດແມ່ນ ຈະສືບຕໍ່ຜັນຂະຫຍາຍຕາມດຳລັດ 188 ໂດຍສະເພາະເຂດນິຄົມອຸດສາຫະກຳ, ເຂດພັດທະນາກະສິກຳ, ອຸດສາຫະກຳປຸງແຕ່ງເພື່ອສົ່ງອອກ, ການພັດທະນາເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ, ການບໍລິການ, ການຄ້າ, ການທ່ອງທ່ຽວ ແລະ ເຂດພັດທະນາເສດຖະກິດອື່ນໆ. ເພື່ອສະເໜີກະຊວງກ່ຽວຂ້ອງສ້າງເປັນຮ່າງກົດໜາຍວ່າດ້ວຍເຂດເສດຖະກິດພິເສດໃນອະນາຄົດ.

ທ່ານ ສອນປະເສີດກ່າວຕື່ມວ່າ:ສ່ວນເງື່ອນໄຂດ້ານທີ່ຕັ້ງຈະອີງໃສ່ທ່າແຮງໃນການເຊື່ອມໂຍງການຂົນສົ່ງ, ແລວທາງລົດໄຟ, ທາງດ່ວນແລະເຂດທີ່ໃກ້ກັບດ່ານສາກົນຫຼືຈຸດທີ່ຕັ້ງອື່ນທີ່ມີເງື່ອນໄຂເໝາະສົມ.ນະໂຍບາຍສົ່ງເສີມ:ດ້ານພາສີ-ອາກອນ (ອມພ) ການນຳເຂົ້າຂອງຜູ້ພັດທະນາແລະຜູ້ລົງທຶນ ສຳລັບວັດຖຸສິ່ງຂອງທີ່ນຳເຂົ້າມາເພື່ອສ້າງ,ປະກອບເປັນຊັບສົມບັດຄົງທີ່ຂອງບໍລິສັດ,ສ່ວນອາກອນຊົມໃຊ້ແມ່ນປະຕິບັດຕາມກົດໝາຍກ່ຽວຂ້ອງ.ດ້ານສ່ວຍສາອາກອນໄລຍະຍົກ
ເວັ້ນກຳໄລຈະໄດ້ອີງຕາມລະບຽບຂອງຂະແໜງການ ແລະ ຈຸດທີ່ຕັ້ງຂອງໂຄງການ; ການຍົກເວັ້ນອາກອນມູນຄ່າເພີ່ມແມ່ນສຳລັບການກໍ່ສ້າງພື້ນຖານໂຄງລ່າງຂອງໂຄງການ.ຜູ້ລົງທຶນໃນເຂດ:ໄລຍະຍົກເວັ້ນອາກອນກຳໄລແລະໄລຍະຫລຸດ
ຜ່ອນອາກອນກຳໄລຈະແຍກຕາມຂະແໜງການ, ຈຸດທີ່ຕັ້ງຂອງເຂດແລະເງື່ອນໄຂປະກອບອື່ນໆ.ສ່ວນດ້ານຫລັກການ ຈະມີການກຳນົດຂອບເຂດເວລາຂອງການໄດ້ຮັບນະໂຍບາຍຍົກເວັ້ນຫຼືຫລຸດຜ່ອນອາກອນກຳໄລ ໝາຍວ່າຜູ້ທີ່ມາລົງທຶນໃນເຂດຈະບໍ່ໄດ້ຮັບນະໂຍບາຍດັ່ງກ່າວຕະຫຼອດໄລຍະຕາມອາຍຸຂອງການສຳປະທານໂຄງການ,ຈະໄດ້ຮັບນະໂຍບາຍດ້ານອາກອນກຳໄລພາຍໃນຂອບເຂດກຳນົດເວລາບໍ່ເກີນ½ ຂອງອາຍຸສັນຍາສຳປະທານ.ການຍົກເວັ້ນອາກອນມູນຄ່າເພີ່ມສຳລັບການກໍ່ສ້າງໂຮງຈັກໂຮງງານລວມທັງການຕິດຕັ້ງລະບົບເຄື່ອງຈັກເພື່ອການຜະລິດສົ່ງອອກ 100%; ການໃຫ້ນະ ໂຍບາຍຫລຸດຜ່ອນ ອາກອນມູນຄ່າເພີ່ມເຄິ່ງໜຶ່ງ (50%) ສຳລັບການຊົມໃຊ້ກະແສໄຟຟ້າແລະນ້ຳປະປາເຂົ້າໃນການຜະ ລິດເພື່ອການສົ່ງອອກທັງໝົດ 100%, ນະໂຍບາຍສົ່ງເສີມອື່ນໆການອະນຸຍາດໃຫ້ວີຊ່າໄລຍະຍາວ ສູງເຖິງ 10 ປີ, ການພັກອາໄສລວມທັງຄ່າທຳນຽມທີ່ຕິດພັນຄວນຈະພິຈາລະນາໃຫ້ມີການຫລຸດຜ່ອນ…ກົນໄກການຄຸ້ມຄອງຈະໄດ້ຄົ້ນຄວ້ານິຕິກຳອື່ນໆຕື່ມ ເພື່ອນຳມາສົມທຽບໂດຍສະເພາະ ການຄຸ້ມຄອງຂັ້ນມະຫາພາກ, ຈຸລະພາກ, ລວມທັງກຳນົດຂອບເຂດສິດ, ພາລະບົດບາດຂອງອົງການຄຸ້ມຄອງ ໃນນີ້ຈະໄດ້ເນັ້ນ ຂັ້ນຈຸລະພາກ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດການບໍລິການການປະຕູດຽວຢູ່ໃນເຂດ.ບັນຫານະໂຍບາຍຕາມນິຕິກຳເກົ່າກັບນິຕິກຳໃໝ່ຈະໄດ້ສົມທົບກັບກະຊວງຍຸດຕິທໍາ ເພື່ອປຶກສາລາຍລະອຽດ.

ທ່ານ ສອນປະເສີດ ດາລາວົງ ກ່າວຢໍ້າວ່າ:ທັງໜົດນີ້ ເປັນພຽງຂໍ້ຄິດເຫັນເບື້ອງຕົ້ນເພື່ອສະເໜີຕໍ່ຂັ້້ນເທິງ ກໍຄືພາກສ່ວນກ່ຽວຂ້ອງ, ສ່ວນລາຍລະອຽດ ຈະໄດ້ຄົ້ນຄວ້າປຶກສາຫາລື ຕາມຂັ້ນຕອນ ແລະ ສະເໜີກະຊວງກ່ຽວຂ້ອງເພື່ອປັບປຸງນິຕິກໍາທີ່ກ່ຽວຂ້ອງເພື່ອສ້າງເປັນຮ່າງກົດໜາຍ ແນໃສ່ເຮັດໃຫ້ການພັດທະນາ ແລະ ຄຸ້ມຄອງເຂດເສດຖະກິດພິເສດພາຍໃນປະເທດລາວເຮົາໄປຕາມຈຸດປະສົງ ແລະ ຄາດໜາຍທີ່ລັດຖະບານໄດ້ກໍານົດໄວ້.