ທ່ານນາງສອນທິດາ ອຸນາພົມ ອໍານວຍການບໍລິສັດພັດທະນາແຫລ່ງທ່ອງທ່ຽວຕາດເຍືອງ ເມືອງປາກຊ່ອງ ແຂວງຈໍາປາສັກ ໃຫ້ຮູ້ວ່າ: ພາຍຫລັງທີ່ດໍາເນີນທຸລະກິດດ້ານການທ່ອງທ່ຽວຢູ່ຕາດເຍືອງ ມາໄລຍະໜຶ່ງສັງເກດໄດ້ວ່າ ນັກທ່ອງທ່ຽວຊາວຈີນກໍມັກອາຫານພື້ນເມືອງລາວຈໍານວນຫລາຍ ດັ່ງນັ້ນຈຶ່ງມີແນວຄິດຢາກເປີດຮ້ານອາຫານພື້ນເມືອງລາວຢູ່ຈີນ, ເຊິ່ງປະຈຸບັນໄດ້ສໍາເລັດການເຈລະຈາຄູ່ຮ່ວມມືຢູ່ຈີນ ແລະກະກຽມອາຄານສະຖານທີ່ໄວ້ຮຽບຮ້ອຍແລ້ວຢູ່ເສີນເຈິ້ນ ແລະກວາງໂຈວ ຍັງລໍຖ້າແຕ່ທາງການຈີນອານຸຍາດໃຫ້ເດີນທາງເຂົ້າຈີນໄດ້ ກໍສາມາດເລີ່ມໃຫ້ບໍລິການໄດ້ທັນທີ.
ທ່ານນາງສອນທິດາ ອຸນາພົມ ໃຫ້ຮູ້ອີກວ່າ: ຍ້ອນການດໍາເນີນທຸລະກິດດ້ານການທ່ອງທ່ຽວ ແບບປະຊາຊົນມີສ່ວນຮ່ວມ ຕິດພັນກັບທໍາມະຊາດ ທີ່ປະສົບຜົນສໍາເລັດມາແລ້ວ ແລະເຫັນວ່າຜົນຜະລິດດ້ານກະສິກໍາປອດສານພິດຂອງຊາວກະສິກອນເຂດເມືອງປາກຊ່ອງ ແມ່ນມີຈໍານວນຫລວງຫລາຍ ຈຶ່ງຢາກນໍາໃຊ້ຜົນຜະລິດເັຫລົ່ານີ້ໄປປຸງແຕ່ງອາຫານ ທັງເປັນການເຜີຍແຜ່ວັດທະນະທໍາດ້ານອາຫານຂອງລາວໃຫ້ຂະຫຍາຍສູ່ພາກພື້ນແລະ ສາກົນອີກບາດກ້າວໜຶ່ງ ທັງເປັນການເສີມຂະຫຍາຍ ອາຫານທີ່ເປັນເອກະລັກແຕ່ລະທ້ອງຖິ່ນຂອງລາວສູ່ສາກົນ ເປັນຕົ້ນ: ລາບ, ກ້ອຍ, ເອາະ, ແກງ, ແຈ່ວ, ປົ່ນ, ໝົກ ຕໍາໝາກຫຸ່ງ ແລະປະເພດອື່ນໆ ໃຫ້ຕ່າງປະເທດໄດ້ຮູ້ຈັກລົດຊາດອາຫານ, ເຄື່ອງດື່ມ ແຕ່ລະທ້ອງຖິ່ນຂອງລາວຫລາຍຂຶ້ນ, ຫາກດໍາເນີນທຸລະກິດດ້ານນີ້ໄດ້ຮັບຜົນສໍາເລັດ ກໍຈະສືບຕໍ່ຂະຫຍາຍໄປແຫ່ງອື່ນໆຂອງຈີນອີກໃຫ້ໄດ້ 8 ແຫ່ງ.
ໂດຍ: ຄໍາກອງ ກິດຕິຄຸນ
