ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍເອກະສານ ແລະ ຄໍາແນະນໍາ ກ່ຽວກັບ ການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍເອກະສານ ແລະ ໄດ້ຈັດຝືກອົບຮົມວຽກງານຄຸ້ມຄອງ-ສໍາເນົາເອກະສານ ໃຫ້ແກ່ພະນັກງານກະຊວງການຕ່າງປະເທດ ໂດຍການເປັນປະທານ ຂອງທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຊິ່ງມີບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ຄະນະພະແນກ ແລະ ລັດຖະກອນພາຍໃນກະຊວງການຕ່າງປະເທດ ເຂົ້າຮ່ວມຈຳນວນ 80 ກວ່າທ່ານ ໃນໄລະຫວ່າງວັນທີ 16-17 ກຸມພາ 2022 ທີ່ ກະຊວງການຕ່າງປະເທດ.
ກອງປະຊຸມເຜີຍແຜ່ໃນຄັ້ງນີ້ ແມ່ນເພື່ອປະຕິບັດຕາມມະຕິ ຂອງ ຄະນະບໍລິຫານງານພັກກະຊວງການຕ່າງປະເທດ ໃນການຜັນຂະຫຍາຍຜົນກອງປະຊຸມວຽກງານການຕ່າງປະເທດຄັ້ງ 14 ແລະ ແຜນບຳລຸງ-ກໍ່ສ້າງພະນັກງານ ຂອງ ກະຊວງການຕ່າງປະເທດ ແນໃສ່ເຮັດໃຫ້ພະນັກງານກະຊວງການຕ່າງປະເທດ ມີຄວາມເຂົ້າໃຈເລິກເຊິ່ງກວ່າເກົ່າ ກ່ຽວກັບ ວຽກງານເອກະສານ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີຄວາມເປັນເອກະພາບກັນ.
ໃນໄລຍະຜ່ານມາ, ພັກ ແລະ ລັດ ຖະບານ ໄດ້ເຫັນຄວາມສຳຄັນກ່ຽວກັບວຽກງານເອກະສານ ແລະ ເອົາໃຈໃສ່ຊີ້ນຳວຽກງານດັ່ງກ່າວ ໂດຍໄດ້ປະກາດໃຊ້ນິຕິກຳຫຼາຍສະບັບ ກ່ຽວກັບ ວຽກງານຄຸ້ມຄອງເອກະສານ ແລະ ສໍາເນົາເອກະສານ, ໄດ້ອອກຄໍາສັ່ງ ກ່ຽວ ກັບ ວຽກງານເອກະສານນັບແຕ່ປີ 1968 ເຖິງປີ 2000 ມີຈຳນວນ 06 ສະບັບ, ຂໍ້ກໍານົດ ກ່ຽວກັບ ໜ່ວຍງານເອກະສານຈໍານວນ 02 ສະບັບ ແລະ ບົດແນະນໍາ ຈຳ ນວນ 01 ສະບັບ.
ຜ່ານການຈັດຕັ້ງປະຕິບັດບັນດານິຕິກໍາດັ່ງກ່າວ ເຫັນວ່າ ໂດຍລວມວຽກງານຄຸ້ມຄອງ ແລະ ສໍາເນົາເອກະສານ ໄດ້ຮັບການປັບປຸງໃຫ້ເຂົ້າສູ່ລະບຽບຫຼັກການເທື່ອລະກ້າວ ແລະ ມີຜົນສໍາເລັດໂດຍພື້ນຖານ. ດັ່ງນັ້ນ, ເພື່ອໃຫ້ສອດ ຄ່ອງກັບສະພາບຕົວຈິງຍີ່ງຂຶ້ນ ມາຮອດວັນທີ 20 ມິຖຸນາ 2019 ສະພາແຫ່ງຊາດ ໄດ້ພິຈາລະນາຮັບຮອງ ກົດໝາຍ ວ່າດ້ວຍເອ ກະສານ ແລະ ປະທານປະເທດ ໄດ້ອອກ ລັດຖະດໍາລັດ ປະກາດໃຊ້ຢ່າງເປັນທາງການ ໃນວັນທີ 01 ສິງຫາ 2019 ຖືເປັນບາດກ້າວອັນສໍາຄັນຂອງວຽກງານເອກະ ສານຢູ່ປະເທດເຮົາ ເພາະໄດ້ມີກົດໝາຍ ເພື່ອຄຸ້ມຄອງວຽກງານເອກະສານໃຫ້ມີຄວາມເປັນເອກະ ພາບ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດ. ພ້ອມກັນນັ້ນ, ເພື່ອຜັນຂະຫຍາຍກົດໝາຍໃຫ້ເປັນອັນລະອຽດ ແລະ ຈະແຈ້ງໃນການຈັດຕັ້ງປະຕິບັດ ກະຊວງພາຍໃນ ໄດ້ອອກຄໍາແນະນໍາ ກ່ຽວ ກັບ ການຈັດຕັ້ງປະຕິບັດກົດ ໝາຍວ່າດ້ວຍເອກະສານ ສະບັບເລກທີ 02/ພນ, ລົງວັນທີ 09 ມີນາ 2021.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ