ຕອນເຊົ້າວັນທີ 9 ກໍລະກົດ 2021, ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດສັບຊ້ອນການຈັດຕັ້ງ ຂອງຄະນະບໍລິຫານງານພັກກະຊວງ, ຄະນະລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າກົມ ແລະປະກາດອະນຸມັດໃຫ້ພະນັກງານ-ລັດຖະກອນ ພັກຜ່ອນເຂົ້າຮັບບຳນານ, ໂດຍໃຫ້ກຽດເຂົ້າຮ່ວມ ເປັນປະທານຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຄະນະພັກ-ຄະນະນໍາກະຊວງ, ຄະນະໜ່ວຍພັກ, ຄະນະກົມ ເເລະ ພະນັກງານນໍາພາຫຼັກແຫຼ່ງ ເຂົ້າຮ່ວມ.
ໃນພິທີ ຄະນະຈັດຕັ້ງກະຊວງ ໄດ້ຂຶ້ນຜ່ານດໍາລັດຂອງນາຍົກລັດຖະມົນຕີ ແລະ ຂໍ້ຕົກລົງຂອງລັດຖະມົນຕີກະຊວງການຕ່າງປະເທດ ວ່າດ້ວຍ ການອະນຸມັດໃຫ້ພະນັກງານ ພັກການ-ເຂົ້າຮັບອຸດໜູນບຳນານ ຈຳນວນ 26 ທ່ານ. ໂດຍບົ່ງຕົວແຕ່ງຕັ້ງ ທ່ານ ຕິ່ງ ສຸກສັນ, ຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ເປັນຮອງເລຂາຄະນະບໍລິຫານງານພັກກະຊວງ ແລະ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດ, ແຕ່ງຕັ້ງ ທ່ານ ໂພໄຊ ໄຂຄໍາພິທູນ, ກຳມະການຄະນະພັກກະຊວງ, ຫົວໜ້າຫ້ອງການກະຊວງ, ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ແຕ່ງຕັ້ງ ທ່ານ ໄມບົວ ໄຊຍະວົງ, ກຳມະການຄະນະພັກກະຊວງ, ຮອງຫົວໜ້າກົມເອີຣົບ-ອາເມຣິກາ ຂຶ້ນເປັນຫົວໜ້າກົມເອີຣົບອາເມຣິກາ.
ໃນພິທີ ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ໃຫ້ກຽດໂອ້ລົມຕໍ່ພະນັກງານທີ່ເຂົ້າຮັບອຸດໜູນບຳນານ ແລະ ໃຫ້ທິດຊີ້ນໍາແກ່ຜູ້ໄດ້ຮັບການແຕ່ງຕັ້ງໃໝ່. ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕີລາຄາສູງ ຕໍ່ຜົນງານ ແລະຄຸນງາມຄວາມດີຂອງພະນັກງານ ທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາແລະ ສ້າງສາພັດທະນາປະເທດຊາດ ແລະ ການເຄື່ອນໄຫວວຽກງານການຕ່າງປະເທດ ກໍ່ຄືການເຄື່ອນໄຫວໃນເວທີສາກົນ. ເຊິ່ງຕະຫຼອດໄລຍະຜ່ານມາ ແມ່ນສາມາດຍາດໄດ້ຜົນສໍາເລັດໃນຫຼາຍດ້ານ. ນອກນັ້ນສະຫາຍຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ເປັນຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີ ແລະ ຫົວໜ້າ ທີ່ຈະເປັນກຳລັງແຮງໃນການນຳພາວຽກງານຂອງກະຊວງ ແລະ ເປັນແບບຢ່າງນໍາໜ້າເສຍສະຫຼະເພື່ອສ່ວນລວມ, ສ້າງຄວາມສາມັກຄີ ແລະ ເປັນເອກະພາບ, ເດັດດ່ຽວສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ແລະເຊີດຊູຄວາມເປັນແບບຢ່າງ ໃນການຊີ້ນໍາ-ນຳພາ ແລະ ປະຕິບັດໜ້າທີ່ວຽກງານ ໃນຂະແໜງການຕ່າງປະເທດ ຢ່າງມີປະສິດທິພາບ.


