ໃນວັນທີ 10 ມີນາ 2022, ທີ່ ຫ້ອງວ່າການແຂວງຫຼວງພະບາງ, ກົມອາຊຽນ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສໍາມະນາເຜີຍແຜ່ ກ່ຽວກັບ ການເຄື່ອນ ໄຫວວຽກງານອາຊຽນ ຂອງ ສປປ ລາວ ໃຫ້ບັນດາຈຸດປະສານງານອາຊຽນຂອງບັນດາແຂວງພາກເໜືອ, ໂດຍມີ ທ່ານ ບຸນເລື່ອມ ມະນີວົງ, ຮອງເຈົ້າແຂວງຫລວງພະບາງ, ແລະ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໃຫ້ກຽດກ່າວເປີດ ແລະ ມີ ຜູ້ຕາງຫນ້າ ຈາກພະແນກການຕ່າງປະເທດ ແລະ ພະແນກທີ່ກ່ຽວຂ້ອງ ຂອງ 8 ແຂວງພາກເໜືອ ທັງຫມົດ 50 ທ່ານ ເຂົ້າຮ່ວມ. ກອງປະຊຸມສໍາມະນາຄັ້ງນີ້ ເປັນໜື່ງໃນກິດຈະກຳທີ່ໄດ້ຮັບການຮ່ວມມື ແລະ ສະໜັບສະໜູນໂດຍສູນອາຊຽນ-ຍີ່ປຸ່ນ.
ໃນກອງປະຊຸມສຳມະນາຄັ້ງນີ້ ຜູ້ຕາງຫນ້າຈາກບັນດາກະຊວງທີ່ຮັບຜິດຊອບ 3 ເສົາຄໍ້າປະຊາຄົມອາຊຽນ ໄດ້ຂື້ນບັນລະບາຍສະ ຫລຸບການເຄື່ອນໄຫວວຽກງານອາຊຽນ ໃນແຕ່ລະເສົາຄ້ຳຄື: ກະຊວງການຕ່າງປະເທດ ໄດ້ສະຫລຸບວຽກງານ ເສົາຄໍ້າປະຊາ ຄົມການເມືອງ-ຄວາມໝັ້ນຄົງອາຊຽນ ລວມທັງຜົນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ແລະ 39 ແລະ ກອງປະຊຸມທີ່ກ່ຽວຂ້ອງ ແລະ ການປະກອບສ່ວນຂອງການຮ່ວມມື ອາຊຽນ-ຍີ່ປຸ່ນ ເຂົ້າໃນການສ້າງປະຊາຄົມອາຊຽນ; ກະຊວງອຸດສະຫະກຳ ແລະ ການຄ້າ ໄດ້ສະຫລຸບວຽກງານ ເສົາຄໍ້າປະຊາຄົມເສດຖະກິດອາຊຽນ; ແລະ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ສະຫລຸບວຽກງານເສົາຄໍ້າປະຊາຄົມວັດທະນະທຳ-ສັງຄົມອາຊຽນ. ພ້ອມນີ້, ຍັງໄດ້ຮັບຟັງການບັນຍາຍ ແລະ ແລກປ່ຽນຄຳຄິດຄຳເຫັນກ່ຽວກັບການຮ່ວມມືດ້ານເສດຖະກິດພາກພື້ນ ແລະ ອານຸພາກພື້ນ; ແລະ ໄດ້ປຶກສາຫາລືກ່ຽວກັບວຽກງານການປະ ສານງານດ້ານການພົວພັນຕ່າງປະເທດລະຫວ່າງກະຊວງການຕ່າງປະເທດ ແລະ ພະແນກການຕ່າງປະເທດຂອງແຂວງ. ໃນໂອກາດນິີ້, ກົມອາຊຽນ, ກະຊວງການຕ່າງປະເທດ ຍັງໄດ້ແຈ້ງໃຫ້ຊາບກ່ຽວກັບ ການກະກຽມການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024, ເຊິ່ງໄດ້ເລີ່ມດໍາເນີນການກະກຽມດ້ານຕ່າງໆ ເປັນຕົ້ນ ໄດ້ສໍາເລັດການອອກຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງຄະນະກໍາມະການຊີ້ນໍາລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ໃນປີ 2024 ລົງນາມໂດຍ ພະນະທ່ານ ພັນຄໍາ ວິພາວັນ, ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ. ນັບແຕ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ ໃນວັນທີ 23 ກໍລະກົດ 1997, ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນ ມາແລ້ວ 2 ຄັ້ງຄື: ໃນປີ 2004-2005 ແລະ ໃນປີ 2016. ໃນກອງປະຊຸມສຳມະນາຄັ້ງນີ້, ບັນດາຜູ້ຕາງໜ້າຈາກ 8 ແຂວງພາກເໜືອ ໄດ້ແຈ້ງກ່ຽວກັບການຈັດຕັ້ງປະຕິບັດແຜນການພັດທະນາເສດຖະ ກິດ-ສັງຄົມຂອງແຂວງຕົນ ກໍ່ຄືຂໍ້ສະເໜີ ແລະ ທິດທາງແຜນການໃນການເຄື່ອນໄຫວວຽກງານການຕ່າງປະເທດໃນຂອບອາຊຽນ ໂດຍສະເພາະຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆ, ລວມທັງການຊຸກຍູ້-ຍາດແຍ່ງການລົງທຶນຈາກຕ່າງປະເທດເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງບັນດາແຂວງ.
ໃນໂອກາດເຂົ້າຮ່ວມກອງປະຊຸມສຳມະນາ ທີ່ແຂວງຫລວງພະບາງ ຄັ້ງນີ້, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ 3 ອົງການຈັດຕັ້ງມະຫາຊົນຂອງກົມອາຊຽນ, ກະຊວງການຕ່າງປະເທດ ມອບເຄື່ອງອຸປະກອນຕ້ານພະຍາດໂຄວິດ-19 ໃຫ້ແກ່ແຂວງຫຼວງພະບາງ ແລະ ໄດ້ມອບອຸປະກອນການຮຽນ ແລະ ເຄື່ອງອຸປະກອນຕ້ານພະຍາດໂຄວິດ-19 ໃຫ້ແກ່ໂຮງຮຽນຊົນເຜົ່າສວນຫຼວງ, ເມືອງຊຽງເງິນ, ແລະ ໂຮງຮຽນ ຊົນເຜົ່ານໍ້າບາກ, ເມືອງນໍ້າບາກ ແຂວງຫຼວງພະບາງ ອີກດ້ວຍ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ


